
ຂ່າວໜັງສືພິມ+ ລາຍການຂ່າວທັງໝົດ
![]() ໂຄສົກຂອງ ຄລຊ ຖະແຫຼງຂ່າວຕໍ່ສື່ມວນຊົນ ຄັ້ງທີ 4(ສພຊ) ໃນວັນທີ 18 ກຸມພາ 2021 ທ່ານ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂານຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ) ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ຄັ້ງທີ 4 ກ່ຽວກັບບັນຍາກາດການກະກຽມຮອບດ້ານ ແລະ ສະພາບຄວາມພ້ອມໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ), ນະຄອນຫລວງ ຊຸດທີ II ໃນທົ່ວປະເທດ. ອ່ານເພີ່ມເຕີມ
|
![]() ສະເຫລີມສະຫລອງວັນປີໃໝ່ຫວຽດນາມ ປີ 2021(ສພຊ) ວັນທີ 11 ກຸມພາ 2021 ທີ່ຫ້ອງໂຖງໃຫຍ່ຂອງຕຶກອາຄານສະພາແຫ່ງຊາດລາວ (ຫລັງໃໝ່) ໄດ້ມີພິທີສະເຫລີມສະຫລອງວັນບຸນປີໃໝ່ ປະຈຳຊາດຫວຽດນາມ ດ້ວຍການວີດີໂອທາງໄກ ເພື່ອອວຍພອນປີໃໝ່ຫວຽດນາມ ປີ 2021 ແກ່ຄະນະນຳກະຊວງກໍ່ສ້າງຫວຽດນາມ, ຄະນະຄຸ້ມຄອງໂຄງການປຸກສ້າງຫໍສະພາແຫ່ງຊາດຫລັງໃໝ່ ຝ່າຍຫວຽດນາມ ແລະ ແມ່ທັບນ້ອຍ 11, ຜູ້ຮັບເໝົາກໍ່ສ້າງ ພ້ອມດ້ວຍພະນັກງານ ແລະ ກຳມະກອນທີ່ປະຈຳຢູ່ໂຄງການໃນໄລຍະປີໃໝ່ ທັງເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແ... ອ່ານເພີ່ມເຕີມ
|
![]() ຮອງປະທານ ສພຊ ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານບຸກຄະລາກອນ(ສພຊ) ລະຫວ່າງວັນທີ 3-8 ກຸມພາ 2021, ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ (ສພຊ), ຮອງຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ເຄື່ອນໄຫວຕິດຕາມກວດກາການໂຄສະນາຫາສຽງ ຂອງຜູ້ສະໝັກຮັບເລືອກຕັ້ງ ແລະ ການດຳເນີນການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ II ຢູ່ 3 ແຂວງຄື: ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອ່ານເພີ່ມເຕີມ
|
![]() ເຝິກອົບຮົມຍົກຂີດຄວາມສາມາດໃຫ້ແກ່ບຸກຄະລາກອນເພດຍິງທົ່ວປະເທດ ແລະ ເພດຊາຍອ້ອມຂ້າງສູນກາງ ທີ່ຈະລົງເລືອກຕັ້ງເ...(ສພຊ) ວັນທີ 4 ກຸມພາ 2021 ທີ່ຫໍປະຊຸມສະພາແຫ່ງຊາດ (ສພຊ) ຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຈັດກອງປະຊຸມເຝິກອົບຮົມຍົກຂີດຄວາມສາມາດໃຫ້ແກ່ບຸກຄະລາກອນເພດຍິງທົ່ວປະເທດ ແລະ ເພດຊາຍອ້ອມຂ້າງສູນກາງ ທີ່ຈະລົງເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ ll ໂດຍການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ຜູ້ປະຈໍາການຄະນະກໍາມະການເລືອກຕັ້ງລະດັບຊາດ, ເຂົ້າຮ່ວມມີທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່... ອ່ານເພີ່ມເຕີມ
|
![]() ປະທານ ສພຊ ເຂົ້າຮ່ວມພິທີມອບ-ຮັບໜ້າທີ່ເຈົ້າແຂວງໆຊຽງຂວາງ(ສພຊ) ວັນທີ 29 ມັງກອນ 2021 ທີ່ຫ້ອງຫ້ອງວ່າການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ຜູ້ເກົ່າ ແລະ ທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ, ເຈົ້າແຂວງໆຊຽງຂວາງ ຜູ້ໃໝ່; ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ. ອ່ານເພີ່ມເຕີມ
|