loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ການຢ້ຽມຢາມຕ່າງປະເທດ

ການຢ້ຽມຢາມຕ່າງປະເທດ

           ສະພາແຫ່ງຊາດຊຸດທີ IX ໄດ້ເຄື່ອນໄຫວຢ້ຽມຢາມ ແລະພົບປະສອງຝ່າຍຢ່າງເປັນທາງການກັບລັດຖະສະພາຕ່າງປະເທດຫຼາຍລະດັບ ເພື່ອເປັນການປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະກັນຄື:

  1. ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ສົນທະນາທາງໂທລະສັບທາງໄກກັບ ທ່ານ ເວືອງ ດິງ ເຫວະ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ໃນວັນທີ 2 ເມສາ 2021;
  2. ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກແບບວີດີໂອກັບ ສະຫາຍ ລີ້ ຈ້ານຊູ, ກຳມະການຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ, ໃນວັນທີ 28 ພຶດສະພາ 2021;
  3. ທ່ານ ປອ.ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກແບບວີດີໂອ ກັບ ທ່ານ ຊວນ ຫຼີກໄພ, ປະທານສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກໄທ, ໃນວັນທີ 17 ສິງຫາ 2021;
  4. ທ່ານ ປອ.ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກແບບວີດີໂອ ກັບ ສົມເດັດ ອັກຄະ ມະຫາ ໂປເຢຍ ຈັກກຣີ ເຮັງ ຊຳຣິນ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ, ໃນວັນທີ 19 ສິງຫາ 2021;
  5. ທ່ານ ສັນຍາ ປຣະເສີດ, ປະທານກໍາມາທິການການຕ່າງປະເທດ, ພ້ອມດ້ວຍ ທ່ານ ນາງ ວັນດີ ບຸດທະສະວົງ, ຮອງປະທານກໍາມາທິການການຕ່າງປະເທດ, ສະພາແຫ່ງຊາດລາວ ພົບປະຜ່ານວີດີໂອທາງໄກກັບ ທ່ານ ຈ່ຽງ ໄຈ້ ຕົ່ງ, ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ໃນວັນທີ 14 ພຶດສະພາ 2021, ເພື່ອປຶກສາຫາລືເປັນເອກະພາບກັນໃນການກະກຽມດ້ານຕ່າງໆໃຫ້ແກ່ການພົບປະທາງໄກ ລະຫວ່າງ ສອງປະທານສະພາລາວ-ຈີນ;
  6. ທ່ານ ສັນຍາ ປຣະເສີດ, ປະທານກໍາມາທິການການຕ່າງປະເທດ ພ້ອມດ້ວຍຄະນະຜູ້ແທນ ສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມສຳມະນາແລກປ່ຽນບົດຮຽນທາງໄກ ລະຫວ່າງ ສະພາແຫ່ງຊາດລາວ ແລະສະພາແຫ່ງຊາດຫວຽດນາມ, ວັນທີ 18 ຕຸລາ 2021;
  7. ທ່ານ ປອ. ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຜູ້ແທນສະພາແຫ່ງຊາດລາວ ເດີນທາງໄປຢ້ຽມຢາມສັນທະວະໄມຕີຢ່າງເປັນທາງການ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 6-8 ທັນວາ 2021;
  8. ທ່ານ ປອ. ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກຜ່ານວີດີໂອ ກັບ ທ່ານ ປາກ ບຽວ ຊຶງ (Park Byeong-seug), ປະທານສະພາແຫ່ງຊາດແຫ່ງ ສ.ເກົາຫຼີ, ໃນວັນທີ 03 ມີນາ 2022;
  9. ທ່ານ ປອ. ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກຜ່ານວີດີໂອ ກັບ ທ່ານ ເອັສເຕບານ ລາໂຊ ເຮີນານເດສ (Esteban Lazo Hernandez),ປະທານສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສ. ກູບາ, ໃນວັນທີ 08 ເມສາ 2022;
  10. ທ່ານ ປອ. ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກຜ່ານວີດີໂອ ກັບ ທ່ານ ຮີໂລຢູກິ ໂຮໂຊດະ (Hiroyuki Hosoda), ປະທານສະພາຜູ້ແທນລາຊະດອນຍີ່ປຸ່ນ, ໃນວັນທີ 27 ເມສາ 2022;
  11. ທ່ານ ນາງ ທຸມມະລີ ວົງພະຈັນ, ປະທານກຳມາທິການວັດທະນະທຳ-ສັງຄົມ, ປະທານຄະນະມິດຕະພາບລັດຖະສະພາລາວ-ຢີ່ປຸ່ນ ພົບປະທາງໄກຜ່ານວີດີໂອ ກັບ ທ່ານ ນາງ ຊຶຈິຍະ ສິນນາໂກະ, ປະທານຄະນະມິດຕະພາບລັດຖະສະພາຢີ່ປຸ່ນ-ລາວ, ໃນວັນທີ 16 ມີນາ 2022;
  12. ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ຜູ້ແທນສະພາແຫ່ງຊາດລາວ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ. ຫວຽດນາມ ລະຫວ່າງວັນທີ 07-14 ກໍລະກົດ 2022;
  13. ທ່ານ ປອ. ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ຜູ້ແທນສະພາແຫ່ງຊາດລາວ ເດີນທາງໄປຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 19-22 ກໍລະກົດ 2022;
  14. ທ່ານ ປອ.ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນສະພາແຫ່ງຊາດລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມ APPF ແລະ ຢ້ຽມຢາມຢ່າງເປັນທາງການ ຢູ່ ຣາຊະອານາຈັກໄທ, ໃນລະຫວ່າງ ວັນທີ 25-30 ຕຸລາ 2022;
  15. ທ່ານ ປອ.ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນສະພາແຫ່ງຊາດລາວ ເດີນທາງໄປເຂົ້າຮ່ວມ ກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 43 (AIPA General Assembly 43th) ແລະ ສືບຕໍ່ຢ້ຽມຢາມ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ, ໃນລະຫວ່າງ ວັນທີ 20-26 ພະຈິກ;
  16. ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 44  (AIPA General Assembly 44th) ໃນລະຫວ່າງ ວັນທີ 5 -11 ສິງຫາ 2023 ທີ່ ຈາກາຕ້າ. ສາທາລະນະລັດອິນໂດເນເຊຍ;
  17. ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະເຮັດວຽກ ຢ່າງເປັນທາງການ ຢູ່ ນະຄອນຫຼວງປັກກິ່ງ, ສປ ຈີນ ໃນວັນທີ 3-4 ກັນຍາ 2023;
  18. ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະເຮັດວຽກ ຢູ່ເຂດປົກຄອງຕົນເອງ ມົງໂກໃນ ສປ ຈີນ ໃນລະຫວ່າງວັນທີ 5-7 ກັນຍາ 2023.
  19. ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະເຮັດວຽກ ຢ່າງເປັນທາງການ ຢູ່ ນະຄອນ ອູຣານບາຕໍ ປະເທດ ມົງໂກລີ ໃນລະຫວ່າງວັນທີ 07-10 ກັນຍາ 2023.
  20. ປະທານກຳມາທິການບັນດາເຜົ່າສະພາແຫ່ງຊາດ ສປປ ລາວ ເຄື່ອນໄຫວ ແລະເຮັດວຽກ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 20-25 ກັນຍາ 2023.
  21. ຄະນະຜູ້ແທນຄະນະສະມາຊິກສະແຫ່ງຊາດໜຸ່ມສະພາແຫ່ງຊາດ ແຫງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສສ. ຫວຽດນາມ 17-20 ກັນຍາ 2023.