loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະຫວັດຄວາມເປັນມາ

ປະຫວັດຄວາມເປັນມາຂອງສະພາແຫ່ງຊາດໃນການເຄື່ອນໄຫວວຽກງານການຕ່າງປະເທດ

         ສະພາແຫ່ງຊາດ ແຫ່ງ ສປປ ລາວ ຍຶດໝັ້ນແນວທາງການຕ່າງປະເທດຂອງ ສປປ ລາວ ແລະ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍດັ່ງກ່າວເຂົ້າໃນວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ເຄື່ອນໄຫວ ທັງໃນກອບການພົວພັນລັດຖະສະພາສອງຝ່າຍ ແລະ ກອບການພົວພັນລັດຖະສະພາຫຼາຍຝ່າຍ ເພື່ອຜົນປະໂຫຍດລວມຂອງຊາດ ກໍ່ຄື ການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ທົ່ວໂລກ.

         ຕະຫຼອດໄລຍະທີ່ຜ່ານມາ, ສະພາແຫ່ງຊາດລາວໄດ້ຕັ້ງໜ້າເຄື່ອນໄຫວວຽກງານການຕ່າງປະເທດ ຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກ ໂດຍໄດ້ນຳເອົານະໂຍບາຍດັ່ງກ່າວມາຜັນເປັນທິດທາງ ແລະ ແຜນການລະອຽດໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງຕົນ ແນໃສ່ຍົກສູງພາລະບົດບາດຂອງສະພາແຫ່ງຊາດ ກໍ່ຄືຂອງ ສປປ ລາວ ໃຫ້ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ເພື່ອສ້າງສິ່ງແວດລ້ອມທີ່ອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງໜັກແໜ້ນ ແລະ ຍືນຍົງ ໂດຍຜ່ານການພົວພັນຮ່ວມມືແບບສອງຝ່າຍ ແລະ ຫຼາຍຝ່າຍ ດັ່ງນີ້:

            ການພົວພັນຮ່ວມມືສອງຝ່າຍ: ສະພາແຫ່ງຊາດລາວ ໄດ້ມີການພົວພັນຮ່ວມມືກັບລັດຖະສະພາບັນດາປະເທດໃນພາກພື້ນ ແລະ ສາກົນ ຫຼາຍກວ່າ 30 ປະເທດ ໂດຍໄດ້ແລກປ່ຽນການຢ້ຽມຢາມສັນຖະວາໄມຕີ ລະດັບການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສະພາແຫ່ງຊາດ; ມີການຈັດກອງປະຊຸມແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ ໃນຫົວຂໍ້ຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດລາວ, ສະພາປະຊາຊົນ     ຂັ້ນແຂວງ ແລະ ພະນັກງານ; ພ້ອມດຽວກັນນີ້, ການນຳຂັ້ນສູງຂອງສະພາແຫ່ງຊາດ ກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະເຮັດວຽກກັບຄະນະຜູ້ແທນຕ່າງປະເທດ, ບັນດາທູດຕານຸທູດ ແລະ ອົງການຈັດຕັ້ງສາກົນ; ສ້າງຕັ້ງຄະນະມິດຕະພາບ ກັບບັນດາລັດຖະສະພາປະເທດເພື່ອນມິດ ຈໍານວນ 33 ປະເທດ; ໄດ້ລົງນາມບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສອງຝ່າຍກັບ ລັດຖະສະພາຂອງບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ເປັນຕົ້ນ ສະພາແຫ່ງຊາດ ສສ.ຫວຽດນາມ, ສ.ກຸຍບາ, ສະຫະພັນລັດເຊຍ, ຣາຊະອານາຈັກກຳປູເຈຍ, ຣາຊະອານາຈັກໄທ, ມົງໂກລີ, ເບຣາລຸດ ແລະ ສະຫະລັດອາຣັບເອມີເລດ.

          ການພົວພັນຮ່ວມມືຫຼາຍຝ່າຍ: ສະພາແຫ່ງຊາດ ໄດ້ເຂົ້າເປັນສະມາຊິກ ແລະ ຮ່ວມເຄື່ອນໄຫວ ຢູ່ໃນອົງການຈັດຕັ້ງລັດຖະສະພາພາກພື້ນ ແລະສາກົນ ຈຳນວນ 11 ອົງການ ແລະ 2 ເວທີປຶກສາຫາລື. ພ້ອມດຽວກັນນີ້, ຍັງໄດ້ເປັນເຈົ້າພາບຈັດກອງປະຊຸມອົງການລັດຖະສະພາພາກພື້ນ ແລະ ສາກົນຫຼາຍຄັ້ງ ເຊັ່ນ: ກອງປະຊຸມໃຫຍ່ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 26 ໃນປີ 2005, ຄັ້ງທີ 35 ໃນປີ 2014 ແລະ ກອງປະຊຸມປີ່ນອ້ອມ ອື່ນໆໃນກອບຂອງອົງການດັ່ງກ່າວ; ກອງປະຊຸມເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 17 ແລະ ກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ (ASEP) ຄັ້ງທີ 7. ນອກຈາກນີ້, ສະພາແຫ່ງຊາດລາວ ຍັງໄດ້ເປັນເຈົ້າພາບຈັດກອງປະຊຸມກໍາມາທິການ, ກອງປະຊຸມຝຶກອົບຮົມ ແລະ ສໍາມະນາ ພາຍໃຕ້ຫົວຂໍ້ຕ່າງໆໃນກອບຂອງສະມັດຊາລັດຖະສະພາຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ (APF) ແລະ  ສະຫະພັນລັດຖະສະພາສາກົນ (IPU) ຫຼາຍຄັ້ງດ້ວຍຜົນສຳເລັດອັນຈົບງາມ.

      ຜ່ານການເຄື່ອນໄຫວວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ, ໄດ້ປະກອບສ່ວນສໍາຄັນເຂົ້າໃນການໂຄສະນາແນວທາງການຕ່າງປະເທດ, ກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ເພື່ອນມິດສາກົນຮັບຮູ້ ແລະ ເຂົ້າໃຈ; ໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອທາງດ້ານທຶນຮອນ, ວັດຖຸ, ເຕັກນິກ ແລະ ວິຊາການ ຈາກປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດ ແລະ ອົງການ ຈັດຕັ້ງສາກົນ ເພື່ອພັດທະນາວຽກງານຂອງສະພາແຫ່ງຊາດ ກໍຄືການປະກອບສ່ວນສ້າງສາ ແລະ ພັດທະນາ ປະເທດຊາດ ເຮັດໃຫ້ຖານະບົດບາດຂອງສະພາແຫ່ງຊາດ ກໍຄື ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.