loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຍົກລະດັບວຽກງານຊົນເຜົ່າ ແລະສາສະໜາ

​ພ.ຈ. 25, 2016 | ຂ່າວກອງປະຊຸມ, ບໍ່ມີໝວດ

(ສພຊ) ກອງປະຊຸມສຳມະນາກ່ຽວກັບ ການສ້າງຂີດຄວາມສາມາດ ວຽກ ງານຊົນເຜົ່າ ແລະສາສະໜາ ໄດ້ຈັດຂຶ້ນລະຫວ່າງວັນທີ 4-6 ສິງຫາ 2016 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ບົວ ພັນ ລີໄກຢາ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການບັນດາ ເຜົ່າ ເຊິ່ງມີກຳມະການສັງກັດກຳມາທິການ ດັ່ງກ່າວ, ຮອງເລຂາທິການ ສະພາ ແຫ່ງຊາດ ຮອງຫົວໜ້າຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ ຮອງຫົວໜ້າເລຂາທິການສະພາປະຊາຊົແຂວງ, ນະຄອນຫຼວງ ພ້ອມດ້ວຍ ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ ແລະພະນັກງານທີ່ຮັບຜິດຊອບວຽກງານຊົນເຜົ່າ ແລະສາສະໜາ ຈຳນວນ 60 ກວ່າທ່ານເຂົ້າຮ່ວມ. ຈຸດປະສົງກໍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ເພີ່ມເຕີມ ກ່ຽວກັບຊື່ເອີ້ນ ແລະຈຳນວນຊົນເຜົ່າ ຢູ່ ສປປລາວ ແນ ໃສ່ ເຮັດໃຫ້ພະນັກງານ-ວິຊາການ, ຜູ້ຮັບຜິດຊອບວຽກງານຊົນເຜົ່າ ແລະສາສະໜາສະພາແຫ່ງຊາດ ແລະສະພາປະຊາ ຊົນແຂວງ, ນະຄອນຫຼວງ ໄດ້ຮັບການເຊື່ອມຊຶມ, ເຂົ້າໃຈ, ກຳແໜ້າເນື້ອໃນຈິດໃຈກ່ຽວກັບວຽກງານຊົນເຜົ່າ ແລະສາສະ ໜາຫຼາຍຂຶ້ນຕື່ມ ເພື່ອນຳໄປເຜີຍແຜ່, ຊີ້ແຈງ, ອະທິບາຍໃຫ້ຂະແໜງການ ແລະປະຊາຊົນບັນດາເຜົ່າຢູ້ທ້ອງຖິ່ນ ຂອງຕົນ ກໍຄືຊັ້ນຄົນຕ່າງໆ ໄດ້ຮັບຮູ້ ແລະເຂົ້າໃຈເປັນເອກະພາບກ່ຽວກັບຊື່ເອີ້ນຈຳນວນຊົນເຜົ່າ ແລະສາສະໜາ ຢ່າງ ກວ້າງຂວາງ ແລະເລິກເຊິ່ງກວ່າເກົ່າ. ໃນກອງປະຊຸມໄດ້ຮັບຟັງ ການສະເໜີບາດກ້າວ ຂອງການຄົ້ນຄວ້າ ແລະການຮັບຮອງເອົາຊື່ເອີ້ນ ແລະຈຳນວນຊົນເຜົ່າ ຢູ່ ສປປລາວ, ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງ ກຳມາ ທິການບັນດາເຜົ່າສະບັນໃໝ່, ການຕິດຕາມກວດກາໃນຂົງເຂດວຽກງານສາສະໜາຢູ່ ສປປລາວ; ນາກຈາກນັ້ນ, ກອງປະຊຸມຍັງໄດ້ສົນທະນາຖາມ-ຕອບ ແລະແລກປ່ຽນຄຳຄິດຄຳເຫັນ ເຊິ່ງກັນ ແລະກັນດ້ວຍບັນຍາກາດທີ່ສ້າງສັນ. ທ່ານ ນາງ ບົວພັນ ລີໄກຢາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຖືວ່າເປັນກອງປະຊຸມຄັ້ງທຳອິດ ຂອງກຳມາທິການບັນດາເຜົ່າ ໃນສະພາແຫ່ງຊາດ ຊຸດທີ VIII. ດັ່ງນັ້ນ, ຈຶ່ງໄດ້ເຊີນເອົາບັນດານັກວິທະຍາກອນ ເພື່ອເພີ່ມຄວາມຮັບຮູ້ ແລະເຂົ້າໃຈຕື່ມ; ເຊິ່ງຫົວຂໍ້ທີ່ນຳມາສຳມະນາ ແມ່ນລ້ວນແຕ່ຕິດພັນກັບສິດ ແລະຜົນປະໂຫຍດລວມຂອງຊາດ ແລະຂອງປະຊາຊົນ ລາວບັນດາເຜົ່າ. (ນາງ ສຸພາວັນ ຫອມສະນິດ)