loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ການຊ່ວຍເຫຼືອຈາກສາກົນ

ການຊ່ວຍເຫຼືອຈາກຕ່າງປະເທດ

    ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດ ແລະອົງການຈັດຕັ້ງສາກົນເປັນຕົ້ນ: ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ, ອຸປະກອນການແພດຕ້ານພະຍາດໂຄວິດ, ອຸປະກອນເຕັກໂນໂລຊີ ຮັບໃຊ້ຫ້ອງການ, ພາຫະນະ, ຊ່ວຍສ້າງໂຮງຮຽນປະຖົມ-ມັດທະຍົມສົມບູນ, ອຸປະກອນການຮຽນ-ການສອນ, ລະບົບນ້ຳລິນ-ນ້ຳບາດານ, ລະບົບໄຟຟ້າ, ເຄື່ອງສື່ສານ ແລະອື່ນໆ. ພິເສດ ສສ. ຫວຽດນາມ ໄດ້ໃຫ້ທຶນຮອນໃນການກໍ່ສ້າງຕຶກສະພາແຫ່ງຊາດຫຼັງໃໝ່ ແກ່ ສປປ ລາວ.