loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສ.ປ.ປ ລາວ

ເຄື່ອງໝາຍຊາດ

ເຄື່ອງ​ໝາຍ​ຊາດ​ ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ດ້ານ​ລຸ່ມ​ມີ​ຮູບ​ເຄິ່ງ​ກົງ​ຈັກ​ເປັນ​ແຂ້ວ​ ແລະ​ ໂບ​ສີ​ແດງ​ ຂຽນ​ອັກ​ສອນ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ ໄຕ​ປະ​ຊາ​ຊົນ​ລາວ​, ສອງ​ຂ້າງ​ອ້ອມ​ດ້ວຍ​ຮວງ​ເຂົ້າ​ສຸກ​ ເປັນ​ຮູບ​ເຟື້ອງ​ພະ​ຈັນ​ ແລະ​ ໂບ​ສີ​ແດງ ​ຂຽນ​ອັກ​ສອນ​ ສັນ​ຕິ​ພາບ​, ເອ​ກະ​ລາດ​, ປະ​ຊາ​ທິ​ປະ​ໄຕ​, ເອ​ກະ​ພາບ​, ວັດ​ທະ​ນະຖາວອນ​. ລະ​ຫ​ວ່າງ​ກາງ​ຂອງ​ສອງ​ປາຍ​ຮວງ​ເຂົ້າ​ມີ​ຮູບ​ທາດ​ຫຼວງ​, ຢູ່​ກາງ​ຮູບ​ວົງ​ມົນ​ມີ​ຫົນ​ທາງ​, ທົ່ງ​ນາ​, ປ່າ​ໄມ້​ ແລະ​ ເຄື່ອນ​ໄຟ​ຟ້າ​ນໍ້າ​ຕົກ​.

ທຸງຊາດ

ທຸງ​ຊາດ​ ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ແມ່ນ​ທຸງ​ພື້ນ​ສີ​ຄາມ​, ແຂບ​ແດງ​ ແລະ ​ວົງ​ເດືອນ​ສີ​ຂາວ​. ລ​ວງ​ກ​ວ້າງ​ຂອງ​ທຸງ​ເທົ່າ​ສອງ​ສ່ວນ​ສາມ​ ຂອງ​ລ​ວງ​ຍາວ​,ແຂບ​ແດງ​ແຕ່​ລະ​ເບື້ອງ​ເທົ່າ​ກັບ​ເຄິ່ງ​ໜຶ່ງ​ ຂອງ​ແຂບ​ສີ​ຄາມ​ ແລະ​ວົງ​ເດືອນ​ສີ ຂາວ​ ກ​ວ້າງ​ເທົ່າ​ກັບ​ສີ່​ສ່ວນ​ຫ້າ​ ຂອງ​ແຂບ​ສີ​ຄາມ​.

ເພັງຊາດ

ເພັງຊາດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ລາວ ແມ່ນ ” ຊາດລາວ “

ປະຊາກອນ

ພົນລະເມືອງລາວ ປີ 2015 (ຂໍ້ມູນຈາກສູນສະຖິຕິແຫ່ງຊາດ)

ພົນລະເມືອງລາວທັງໝົດ:  6,492,228 ຄົນ

ເພດຍິງ: 3,237,458 ຄົນ