loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຄົບຄະນະຂອງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ປະຈຳປີ 2017

ພ.ພ. 26, 2017 | ຂ່າວກອງປະຊຸມ

(ສພຊ) ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ກຳມາ​ທິການ​ເສດຖະກິດ, ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ (ກສຕສ) ສະພາ​ແຫ່ງ​ຊາດ ປະຈຳ​ປີ 2017 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາເປັນເວລາ 3 ວັນ ໃນລະຫວ່າງ​ວັນ​ທີ 21-23 ກັນຍາ​ຜ່ານ​ມາ ທີ່​ຫ້​ອງປະຊຸມ​ສູນ​ຮ່ວມ​ມື​ສາກົນ ​ແລະ ການ​ເຝິກອົບຮົ​ມ (ICTC) ຫລັກ 5 ​​ ​ໂດຍ​ການເຂົ້າຮ່ວມຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ (ສພຊ) ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ແຜນການ ແລະ ວັດທະນະທຳ ​​ປະ​ທານກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນທ່ານ ບຸນ​ປອນ​ ສີ​ສຸລາ​ດ ປະທານ​ ກສຕສ; ​ເຂົ້າ​ຮ່ວມ​ມີ​ບັນດາທ່ານຮອງກຳມາທິການດັ່ງກ່າວ, ສະມະ​ຊິກ​ສະພາ​ແຫ່ງ​ຊາດ ທີ່​​ເປັນ​ກຳມະການ​ ກສຕສ, ປະທານ​ຄະນະ​ກຳມະການ​ເສດຖະກິດ, ​ແຜນການ ​ແລະ ການ​ເງິ​ນ ສະພາ​ປະຊາຊົນ​ແຂວງ​ (ສພຂ) ທົ່ວ​ປະ​ເທດ, ຕາງໜ້າກຳມາທິການຕ່າງໆຂອງ​ ສພຊ, ຄະນະເລຂາທິການ ສພຊ,​ ບັນດາກະຊວງ, ອົງການ, ຫົວໜ້າ-ຮອງ​ຫົວໜ້າ​ກົມ ​ແລະ ວິຊາ​ການ​ຂອງ ກສຕສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

​ກອງປະຊຸມຄັ້ງນີ້, ກໍເພື່ອ​ຮັບ​ຟັງ​ການ​ສະຫລຸບການ​ເຄື່ອນ​ໄຫວ​ວຽກງານ​ປະຈຳ​ປີ 2017 ​ແລະ ​ເຜີຍ​ແຜ່​ທິດ​ທາງ​ປະຈຳ​ປີ 2018 ຂອງ ກສຕສ ​ທັງປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍຂົງ​ເຂດ​ເສດຖະກິດ 6 ສະບັບ ທີ່​ຈະ​​ເອົາ​ເຂົ້າ​ສູ່​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 4 ຂອງ​ ສພຊ ຊຸດ​ທີ VIII ປັບ​ປຸງ​ໃໝ່ 3 ສະບັບຄື: ກົດໝາຍວ່າ​ດ້ວຍ​ບໍ່​ແຮ່​, ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນຍາ ​ແລະ ວ່າ​ດ້ວຍ​ຜັງ​ເມືອງ; ສ້າງ​​ໃໝ່ 3 ສະບັບຄື: ກົດໝາຍວ່າ​ດ້ວຍ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ, ວ່າ​ດ້ວຍ​ການ​ປົກ​ປ້ອງ​ອຸດສາຫະກຳ​ພາຍ​ໃນ​ ​ແລະ ວ່າ​ດ້ວຍການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​; ​ພ້ອມ​ນັ້ນ, ຍັງ​​ເປັນ​ການກວດກາ​ຄືນ​ການຈັດ​ຕັ້ງ​ປະຕິບັດ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຕາມ​ມະຕິ​ຂອງ​ກອງ​ປະ​ຊຸມ​ ສພຊ ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ແຜນການ​ຕິດຕາມ​ກວດກາກ່ຽວກັບ​ການ​ອອກ​ນິຕິ​ກຳ​ລຸ່ມ​ກົດໝາຍ ​ແລະ ຜົນ​ກະທົບ​ຈາກ​ການ​ນຳ​ໃຊ້​ສານ​​ເຄມີ​ອັນຕະລາຍ​ເກີນ​ຄ່າ​ມາດຕະຖານ ຕໍ່ກັບ​ສິ່ງ​ແວດ​ລ້ອມ ​ແລະ ທຳ​ມະ​ຊາດ ສະບັບ​ເລກທີ 18/ສພຊ, ລົງ​ວັນ​ທີ 28 ພະຈິກ 2016; ພ້ອມທັງ​ປຶກສາ​ຫາລື, ຄົ້ນຄວ້າ​ບັນຫາ​ທີ່ຕິດ​ພັນ​ກັບ​ຂົງ​ເຂດ​ເສດ​ຖະກິດ ​ເພື່ອ​ກະກຽມຄວາມ​ພ້ອມ​ໃນ​ການ​ນຳ​ເອົາ​ຫົວຂໍ້​ການ​ຕິດຕາມ​ກວດກາທີ່​ເປັນ​ບັນຫາ​ພົ້ນ​ເດັ່ນ​ໃນ​ສັງຄົມ ​ເປັນ​ຕົ້ນ​ແມ່ນຮ່າງ​ແຜນ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ ​ແລະ ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວກັບ​ຮ່າງ​ແຜນ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ​ດັ່ງກ່າວ ​ເພື່ອ​ເປັນ​ຂໍ້​ມູນ​ພື້ນຖານ​ລາຍ​ງານ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ.

​ໃນ​ທີ່ປະຊຸມ, ຜູ້​ເຂົ້າ​ຮ່ວມ​​ໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາໃສ່​ບົດ​ສະຫລຸບ​ການ​ເຄື່ອ​ນ​ໄຫວປະຈຳ​ປີ 2017 ​ແລະ ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ປະຈຳ​ປີ 2018 ຂອງ ກສຕສ, ​ບັນດາ​ກົດໝາຍຂົງ​ເຂດ​ເສດຖະກິດ ທີ່​ຈະ​ນຳ​ເຂົ້າ​ສູ່​ກອງ​ປະຊຸມ​ສາມັນ​ເທື່ອ​ທີ 4 ຂອງ​ ສພຊ ຊຸດ​ທີ VIII ຈຳນວນ 6 ສະບັບ, ສະພາບ​ການຈັດ​ຕັ້ງ​ປະຕິບັດ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງຕາມ​ມະຕິ​ຂອງ​ກອງ​ປະ​ຊຸມ​ ສພຊ ວ່າດ້ວຍ​ການ​ຮັບຮອງ​ເອົາ​ແຜນການ​ຕິດຕາມ​ກວດກາກ່ຽວກັບ​ການ​ອອກ​ນິຕິ​ກຳ​ລຸ່ມ​ກົດໝາຍ ​ແລະ ຜົນ​ກະທົບ​ຈາກ​ການ​ນຳ​ໃຊ້​ສານ​ເຄມີອັນຕະລາຍ​ເກີນຄ່າ​ມາ​ດຕະຖານຕໍ່ກັບ​ສິ່ງ​ແວດ​ລ້ອ​ມ ​ແລະ ທຳ​ມະ​ຊາດ ສະບັບ​ເລກ​ທີ 18/ສພຊ, ລົງ​ວັນ​ທີ 28 ພະຈິກ 2016 ແລະ ​ຮ່າງ​ແຜນ​ຈັດ​ສັນ​ດິນ​ແຫ່ງ​ຊາດ ​ເພື່ອ​ເປັນ​ຂໍ້​ມູນ​ພື້ນຖານ​ລາຍ​ງານ​ໃຫ້​ຄະນະປະຈຳ​ສະພາ​ແຫ່ງ​ຊາດ.

ໂອກາດດັ່ງກ່າວ, ທ່ານ ບຸນປອນ ບຸດຕະນະວົງ ໄດ້​ໂອ້​ລົມ​ຕໍ່ທີ່​ປະຊຸມ​ວ່າ: ນອກຈາກການປະຕິບັດສາມພາລະບົດບາດຂອງ ສພຊ ແລ້ວ ກໍໃຫ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມາທິການ​ເສດຖະກິດ, ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ ເພື່ອໃຫ້ສາມາດປະຕິບັດພາລະບົດບາດເປັນເສນາທິການຂອງ ສພຊ ໄດ້ຢ່າງເຕັມສ່ວນ. ພ້ອມກັນນັ້ນ, ກໍເອົາໃຈໃສ່ກ່ຽວກັບການປະສານສົມທົບວຽກງານພາຍໃນກຳມະການ ກໍຄືລະຫວ່າງ ກສຕສ ກັບບັນດາກຳມາທິການພາຍໃນ ສພຊ ແລະ ກຳມາທິການທີ່ກ່ຽວຂ້ອງຂອງສະພາປະຊາຊົນແຂວງ ກໍຄືກະຊວງທີ່ ກສຕສ ຮັບຜິດຊອບເພື່ອແລກປ່ຽນຂໍ້ມູນຂ່າວສານນຳກັນເປັນປົກກະຕິ. ທ່ານ​ຍັງ​ໄດ້​ຮຽກຮ້ອງ​​ໃຫ້​ພ້ອມ​ກັນ​ນຳ​ເອົາ​ໄປ​ຄົ້ນຄວ້າ​ພິຈາລະນາ ​ແລະ ສຸມ​ສະຕິ​ປັນຍາ​ປະກອບ​ຄວາ​ມຄິດ​ຄວາມ​ເຫັນ​ຕໍ່ບັນດາ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້, ກໍ​ຄື​ກະກຽມການ​ປະກອບ​ຄຳ​ເຫັນ​ຕໍ່ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 4 ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ເພື່ອ​ໃຫ້​ສົມ​ກັບ​ເປັນ​ຕົວ​ແທນ​ປະຊາຊົນ ​ແຫ່ງ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ ຕາມ​ພາລະ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ.

(ນາງ ອາລິນ ສຸພິມມະປະດິດ)