loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ການຮ່ວມມືກັບອົງການລັດຖະສະພາພາກພື້ນ ແລະ ສາກົນ

ການຮ່ວມມືກັບອົງການລັດຖະສະພາພາກພື້ນ ແລະ ສາກົນ

1. ການຮ່ວມມືກັບອົງການລັດຖະສະພາພາກພື້ນ ແລະ ສາກົນ

  1. ສະພາແຫ່ງຊາດລາວເຂົ້າເປັນສະມາຊິກອົງການພາກພື້ນ ແລະ ສາກົນ:

ນັບແຕ່ສະພາປະຊາຊົນສູງສຸດ ຊຸດທີ II ຈົນເຖິງ ສະພາແຫ່ງຊາດຊຸດທີ IX, ໄດ້ມີການເຄື່ອນໄຫວວຽກງານການຕ່າງປະເທດ ໃນກອບຫຼາຍຝ່າຍຢ່າງເປັນເຈົ້າການ ຕາມແນວທາງການຕ່າງປະເທດ ຂອງ ສປປ ລາວ ໂດຍໄດ້ເຂົ້າຮ່ວມເຄື່ອນໄຫວ ແລະ ເປັນສະມາຊິກອົງການລັດຖະສະພາພາກພື້ນ ແລະ ສາກົນ ຈຳນວນ 10 ອົງການ ແລະ 2 ເວທີປຶກສາຫາລື ຄືດັ່ງນີ້:

  • ສະຫະພັນລັດຖະສະພາສາກົນ (Inter – Parliamentary Union – IPU). ສະພາແຫ່ງຊາດລາວໄດ້ເຂົ້າເປັນສະມາ ຊິກໃນວັນທີ 4/4/1990 ທີ່ເມືອງ ນິໂກເຊຍ (Nicosia), ປະເທດໄຊປຣັດ (Cyprus);
  • ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (ASEAN Inter-Parliamentary Assembly-AIPA). ສະພາແຫ່ງຊາດລາວເຂົ້າເປັນສະມາຊິກໃນວັນທີ 1/9/1997 ທີ່ ບາຫຼີ, ປະເທດອິນໂດເນເຊຍ;
  • ສະມັດຊາລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງ (Assemblée Parlementaire de La Francophonie-APF) ສະພາແຫ່ງຊາດລາວໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວໃນວັນທີ 15/7/1996, ທີ່ອານຕານານາຣິໂອ, ປະເທດມາດາກາສະກາ;
  • ເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟີກ (Asia-Pacific Parliamentary Forum-APPF) ເປັນອົງການທີ່ສ້າງຕັ້ງຂຶ້ນເພື່ອເສີມສ້າງຄວາມເປັນປຶກແຜ່ນຂອງບັນດາປະເທດໃນຂົງເຂດອາຊີ-ປາຊີຟິກ ແລະ ເປັນອົງການຄູ່ຮ່ວມຂະໜານຂອງອົງການຮ່ວມມືທາງດ້ານເສດຖະກິດໃນພາກພື້ນອາຊີ-ປາຊີຟິກ (APEC), ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ສິງຫາ ປີ 1991, ມີສະມາຊິກ 27 ປະເທດ. ສະພາແຫ່ງຊາດລາວເຂົ້າເປັນສະມາຊິກໃນວັນທີ 12/1/1996 ທີ່ອະຄາປູໂກ, ປະເທດເມັກຊີໂກ;
  • ສະມັດຊາລັດຖະສະພາອາຊີ (Asian Parliamentary Assembly-APA) ອົງການນີ້ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ກັນຍາ 1999 ພາຍໃຕ້ຊື່ສະມາຄົມລັດຖະສະພາອາຊີ ເພື່ອສັນຕິພາບ ຫຼືເອເອພີພີ (AAPP) ໂດຍອີງໃສ່ຈຸດປະສົງສ້າງຄວາມສາມັກຄີພາຍໃນລະຫວ່າງປະຊາຊົນ ແລະປະເທດໃນທະວີບອາຊີ ເພື່ອເສີມສ້າງສັນຕິພາບ ແລະການພັດທະນາ, ມາໃນປີ 2005 ອົງການດັ່ງກ່າວໄດ້ປ່ຽນຊື່ມາເປັນສະມັດຊາລັດຖະສະພາອາຊີ (APA) ໂດຍມີປະເທດສະມາຊິກ 44 ປະເທດ. ສະພາແຫ່ງຊາດລາວເຂົ້າເປັນສະມາຊິກໃນເດືອນ ກັນຍາ 1999, ທີ່ດັກກາ, ປະເທດບັງກລາເທດ;
  • ອົງການສະມາຊິກລັດຖະສະພາອາຊີ-ປາຊີຟິກ ເພື່ອສິ່ງແວດລ້ອມ ແລະ ການພັດທະນາ (Asia-Pacific Parliamentarians’ Conference on Environment and Development- APPCED), ອົງການນີ້ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8/6/1993 ເພື່ອເປັນເວທີ ແລກປ່ຽນບົດຮຽນ ແລະມາດຕະການດ້ານນິຕິກຳໃນການຫັນເອົາວຽກງານປົກປັກຮັກສາສິ່ງແວດລ້ອມ ຕິດພັນກັບການພັດທະນາໃນຂອບເຂດຄວາມຮັບຜິດຊອບຂອງລັດຖະສະພາ ໂດຍມີປະເທດສະມາຊິກ 46 ປະເທດ. ສະພາແຫ່ງຊາດລາວເຂົ້າເປັນສະມາຊິກໃນປີ 1998;
  • ເວທີລັດຖະສະພາອາຊີເພື່ອສົ່ງເສີມວຽກງານປະຊາກອນ ແລະ ການພັດທະນາ (Asian Forum of Parliamentarians on Population and Development- AFPPD) ໄດ້ສ້າງຕັ້ງຂຶ້ນ ໃນປີ 1981 ເພື່ອເປັນໜ່ວຍງານລັດຖະສະພາທີ່ປະສານງານ ແລະຮ່ວມມືຢ່າງໃກ້ສິດກັບອົງການກອງທຶນສະຫະປະຊາຊາດ ເພື່ອສົ່ງເສີມວຽກງານປະຊາກອນ. ມີປະເທດສະມາຊິກ 30 ປະເທດ. ສະພາແຫ່ງຊາດລາວໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວໃນເດືອນກຸມພາ 2003, ທີ່ ໄຄໂຣ, ປະເທດເອຢິບ;
  • ອົງການສະມາຊິກລັດຖະສະພາແພດສາກົນ (International Medical Parliamentarians’ Organization-IMPO) ອົງການນີ້ສ້າງຕັ້ງຂຶ້ນໃນປີ 1989 ໂດຍເຕົ້າໂຮມເອົາສະມາຊິກລັດຖະສະພາທີ່ເປັນນາຍແພດ ແນໃສ່ສົ່ງເສີມ ການຮ່ວມມືກັນທາງດ້ານນິຕິກຳ ເພື່ອຮັບປະກັນສິດປິ່ນປົວ ແລະພັກຟື້ນສຸຂະພາບຂອງພົນລະເມືອງ, ແລກປ່ຽນບົດຮຽນ ແລະເອົາມາດຕະການຕົວຈິງ ເພື່ອຮັບປະກັນໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ຊຶ່ງລັດຖະສະພາມີໜ້າທີ່ພິຈາລະນາຮັບຮອງເອົານັ້ນ ກວມເອົາບັນຫາສຸຂະພາບ ຂອງພົນລະເມືອງ. ສະພາແຫ່ງຊາດລາວເຂົ້າເປັນສະມາຊິກໃນປີ 1994;
  • ເຄືອຄ່າຍລັດຖະສະພາເພື່ອປະສານງານກັບທະນາຄານໂລກ (Parliamentary Network of the World Bank-PNoWB), ອົງການນີ້ ສ້າງຕັ້ງຂຶ້ນໃນປີ 2000 ໂດຍມີສະມາຊິກລັດຖະສະພາຈໍານວນຫຼາຍກວ່າ 2000 ຄົນ ຈາກລັດຖະສະພາຂອງ 80 ປະເທດໃນທົ່ວໂລກເຂົ້າຮ່ວມ. ສະພາແຫ່ງຊາດລາວເຂົ້າເປັນສະມາຊິກ ໃນປີ 2000;
  • ກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ (Asia-Europe Parliamentary Partnership Meeting – ASEP) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1996 ໂດຍມີປະເທດສະມາຊິກ 53 ປະເທດ. ສະພາແຫ່ງຊາດລາວ ໄດ້ເຂົ້າຮ່ວມເຄື່ອນໄຫວໃນກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບຄັ້ງທຳອິດ ໃນວັນທີ 18/6/2008, ທີ່ປັກ ກິ່ງ, ສປ ຈີນ;
  • ກອງປະຊຸມປະທານລັດຖະສະພາຂອງບັນດາປະເທດອາຊີເອີຣົບ (Meeting of Speakers of EURASIA Countries – MSEAP). ກອງປະຊຸມ ຄັ້ງທຳອິດໄດ້ຈັດຂຶ້ນທີ່ ສະຫະພັນລັດເຊຍ ໃນເດືອນ ເມສາ 2016 ແລະມີບັນດາລັດຖະສະພາເຂົ້າຮ່ວມ 67 ປະເທດ. ສະພາແຫ່ງຊາດລາວໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວຄັ້ງທຳອິດໃນວັນທີ 26-28/6/2017, ທີ່ເຊອູນ, ປະເທດ ສ.ເກົາຫຼີ;
  • ກອງປະຊຸມຮ່ວມລະຫວ່າງ 3 ກໍາມາທິການການຕ່າງປະເທດ ກຳປູເຈຍ-ລາວ-ຫວຽດນາມ ກ່ຽວກັບການພັດທະນາ 3 ຫຼ່ຽມເສດຖະກິດ (CLV) ໂດຍສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມຂອງລັດຖະບານ 3 ປະເທດລາວ, ຫວຽດນາມ ແລະກຳປູເຈຍ ໃນການຊຸກຍູ້ການພັດທະນາຢູ່ໃນເຂດຊາຍແດນຮ່ວມຂອງ ສາມປະເທດ ເພື່ອຊຸກຍູ້ໃຫ້ການຈັດຕັ້ງປະຕິບັດບັນດາທິດທາງ ແລະໂຄງການຕ່າງໆໃນເຂດດັ່ງກ່າວໃຫ້ດຳເນີນໄປດ້ວຍດີ. ນັບແຕ່ປີ 2009 ເປັນຕົ້ນມາ, ກຳມາທິການ ການຕ່າງປະເທດຂອງສະພາແຫ່ງຊາດ ລາວ, ຫວຽດນາມ, ກຳປູເຈຍ ໄດ້ຕົກລົງສ້າງຕັ້ງກົນໄກການປະຊຸມປຶກສາຫາລືຮ່ວມກັນ ເພື່ອຕິດຕາມຊຸກຍູ້ລັດຖະບານໃນບັນຫາດັ່ງກ່າວ.

 

  • ບັນດາອົງການທີ່ ສະພາແຫ່ງຊາດລາວເຂົ້າເປັນສະມາຊິກ ແລະເສຍເງີນພັນທະມີ 3 ອົງການດັ່ງນີ້:
ອົງການສະຫະພັນລັດຖະສະພາສາກົນ / Inter-Parliamentary Union (IPU)

ກ່ຽວກັບອົງການ IPU (About IPU)

ສະຫະພັນລັດຖະສະພາສາກົນ ຫຼື IPU ແມ່ນອົງການຈັດຕັ້ງສາກົນຂອງບັນດາລັດຖະສະພາ ປະເທດຕ່າງໆຈາກທົ່ວໂລກ, ສ້າງຕັ້ງຂຶ້ນ ໃນປີ 1889, ປັດຈຸບັນ ມີລັດຖະສະພາທີິ່ເປັນສະມາຊິກທັງໝົດ 178 ປະເທດ ແລະ 14 ອົງການສະມາຊິກທີ່ເປັນພາຄີ.

ຄຳຂວັນຂອງອົງການ: “ເພື່ອປະຊາທິປະໄຕ. ເພື່ອທຸກຄົນ” – “For democracy. For Everyone”

ວິໄສທັດຂອງອົງການ: “ພວກເຮົາຕ້ອງການໂລກ ທີ່ທຸກສຽງຖືກຮັບຟັງ, ທີ່ປະຊາທິປະໄຕ ແລະ ລັດຖະສະພາ ເປັນຕົວແທນຮັບໃຊ້ໃຫ້ແກ່ປະຊາຊົນ ເພື່ອສັນຕິພາບ ແລະ ການພັດທະນາ”.

ເປົ້າໝາຍຂອງອົງການ: “ສະຫະພັນລັດຖະສະພາສາກົນ ແມ່ນອົງການຈັດຕັ້ງສາກົນຂອງບັນດາລັດຖະສະພາປະເທດຕ່າງໆ, ມີເປົ້າໝາຍ ເພື່ອສົ່ງເສີມການປົກຄອງທີ່ເປັນປະຊາທິປະໄຕ, ປະຕິບັດໜ້າທີ່ຮ່ວມກັນລະຫວ່າງ ລັດຖະສະພາ ແລະ ສະມາຊິກລັດຖະສະພາ ເພື່ອເປັນຂົວຕໍ່ ແລະ ຕອບສະໜອງຕາມຄວາມຕ້ອງການ ແລະ ຄວາມມຸ້ງມາດປາດຖະໜາຂອງປະຊາຊົນ. IPU ປະຕິບັດພາລະໜ້າທີ່ວຽກງານ ຂອງຕົນເພື່ອນຳມາເຊິ່ງສັນຕິພາບ, ປະຊາທິປະໄຕ, ສິດທິມະນຸດ, ສິດສະເໝີພາບຍິງ-ຊາຍ, ຄວາມເປັນເຈົ້າການຂອງໄວໜຸ່ມ, ການດຳເນີນງານກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການເຈລະຈາທາງການເມືອງ, ການຮ່ວມມື ແລະ ການດຳເນີນງານຂອງລັດຖະສະພາ”.

ຈຸດປະສົງລວມຂອງ IPU (Purpose of the IPU)

  1. ເພີ່ມທະວີການພົບປະ, ຮ່ວມມື ແລະ ແລກປ່ຽນປະສົບການເຊິ່ງກັນ ແລະ ກັນ ລະຫວ່າງລັດຖະສະພາ ແລະ ສະມາຊິກລັດຖະສະພາທຸກປະເທດ;
  2. ພິຈາລະນາບັນຫາທີ່ສາກົນໃຫ້ຄວາມສົນໃຈ ແລະ ມີທັດສະນະຕໍ່ບັນຫາດັ່ງກ່າວ ເພື່ອສະແດງໃຫ້ເຫັນເຖິງການຈັດຕັ້ງປະຕິບັດວຽກງານຕົວຈິງຂອງລັດຖະສະພາ;
  3. ປະກອບສ່ວນເຂົ້າໃນວຽກງານດ້ານຄວາມໝັ້ນຄົງ ແລະ ສົ່ງເສີມສິດທິມະນຸດ ທີ່ເປັນຫຼັກການລວມຂອງສາກົນ ແລະ ໃຫ້ຄວາມເຄົາລົບຕໍ່ຄວາມເປັນປະຊາທິປະໄຕ ແລະ ການພັດທະນາຂອງລັດຖະສະພາ;
  4. ສົ່ງເສີມຄວາມຮູ້ທີ່ດີໃນການປະຕິບັດງານ ໃຫ້ແກ່ສະຖາບັນທີ່ເປັນຕົວແທນ ແລະ ສ້າງຄວາມເຂັ້ມແຂງ ແລະ ການພັດທະນາດັ່ງກ່າວໃຫ້ເກີດຜົນເປັນຈິງ.

 

ເປົ້າໝາຍ ແລະ ການປະກອບສ່ວນຂອງສະພາແຫ່ງຊາດລາວ (Purpose and Contribution of the National Assembly of Lao PDR to the IPU)

ເປົ້າໝາຍ

  1. ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ສອດຄ່ອງກັບແນວທາງການຕ່າງປະເທດ ສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ການຮ່ວມມື ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຄົາລົບເອກະລາດ, ອະທິປະໄຕ ແລະ ບໍ່ແຊກແຊງເຂົ້າໃນວຽກງານພາຍໃນເຊິ່ງກັນ ແລະ ກັນ;
  2. ໂຄສະນາເຜີຍແຜ່ແນວທາງການຕ່າງປະເທດ ແລະ ແຜນພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະຕໍ່ເວທີສາກົນ;
  3. ພົບປະໂອ້ລົມກັບຄະນະຜູ້ແທນຈາກລັດຖະສະພາປະເທດອື່ນໆ ເພື່ອເພິ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອຈາກສາກົນ;
  4. ປຶກສາຫາລື, ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນທັດສະນະຮ່ວມກັບບັນດາລັດຖະສະພາສະມາຊິກ ຕໍ່ການແກ້ໄຂບັນຫາຕ່າງໆຂອງພາກພື້ນ ແລະ ຂອງໂລກ;
  5. ປຶກສາຫາລື ກ່ຽວກັບບັນຫາ ທີ່ເກີດຂື້ນໃນພາກພື້ນ ແລະ ໃນໂລກເພື່ອຄົ້ນຄວ້າຫາທາງອອກຮ່ວມກັນ;
  6. ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການໃນການຈັດຕັ້ງປະຕິບັດພາລະບົດບາດຂອງອົງການນິຕິບັນ ຍັດການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິກຳຕ່າງໆ;
  7. ປະຕິບັດແນວທາງການຕ່າງປະເທດ ເພື່ອການພັດທະນາ, ຮັດແໜ້ນຄວາມສາມັກຄີລະຫວ່າງ ສະພາແຫ່ງຊາດລາວ ກັບບັນດາລັດຖະສະພາສະມາຊິກຂອງອົງການ IPU ເພື່ອຍົກສູງຖານະບົດບາດຂອງ ສປປ ລາວ ກໍຄືບົດບາດຂອງສະພາແຫ່ງຊາດລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະໃນໂລກ.

ການປະກອບສ່ວນຂອງສະພາແຫ່ງຊາດລາວ

ນັບຕັ້ງແຕ່ ສະພາແຫ່ງຊາດລາວເຂົ້າເປັນສະມາຊິກສົມບູນໃນວັນທີ 4/4/1990 ທີ່ເມືອງ ນິໂກເຊຍ (Nicosia), ປະເທດໄຊປຣັດ (Cyprus), ສະພາແຫ່ງຊາດລາວ ໄດ້ຖືເອົາການຮ່ວມມືກັບສະຫະພັນລັດຖະສະພາສາກົນ ເປັນເປົ້າໝາຍສຳຄັນໃນການເຄື່ອນໄຫວທີ່ສະພາແຫ່ງຊາດລາວ ມີທັງຜົນປະໂຫຍດ ແລະ ພັນທະດ້ວຍການສະໜັບສະໜູນ ແລະ ເຂົ້າຮ່ວມໃນການເຄື່ອນໄຫວຂອງໄອພີຢູຢ່າງຕັ້ງໜ້າ, ອັນໄດ້ປະກອບສ່ວນໃນການເສີມສ້າງການພົວພັນຮ່ວມມືລະຫວ່າງບັນ ດາລັດຖະສະພາຂອງປະເທດສະມາຊິກໃຫ້ມີຄວາມເຂັ້ມແຂງ ແລະ ເຮັດໃຫ້ພາກພື້ນຕ່າງໆ ມີສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອພັດທະນາ.

  

ຂ່າວສານ / ກິດຈະກຳ (News/Activities)

 

 

ຂໍ້ມູນເພິ່ມເຕີມ:
  • ບົດຂ່າວ ແລະ ຮູບພາບການເຄື່້ອນໄຫວຂອງຄະນະຜູ້ແທນແຕ່ລະຄັ້ງ

ຂໍ້ມູນເພິ່ມ  https://www.ipu.org/

ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ / ASEAN Inter-Parliamentary Assembly (AIPA)

ກ່ຽວກັບ AIPA (About AIPA)

ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື AIPA ແມ່ນອົງການລັດຖະສະພາພາກພື້ນ, ສ້າງຕັ້ງຂຶ້ນໃນປີ 1977, ປັດຈຸບັນສະມາຊິກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ​ມີສະມາຊິກຄົບ 10 ປະເທດທີ່ເປັນສະມາຊິກອາຊຽນ ແລະ 20 ປະເທດສັງເກດການຄື: ອົດສະຕາລີ, ການາດາ, ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ນິວຊີແລນ, ປາປົວນິວກີນີ, ສະຫະພັນລັດເຊຍ, ລັດຖະສະພາເອີຣົບ, ອິນເດຍ, ເບລາຣຸດ, ຕີມໍແລສເຕ, ມາຣົກໂຄ, ນໍເວ, ຢູ​ເຄນ ​ແລະ ປາ​ກິດ​ສະຖານ, ສະຫະລັດອາເມຣິກາ, ເນປານ, ອາແຊກໄບຊານ ແລະ ຈໍເຈຍ.

ຄຳຂວັນຂອງອົງການ: “ວິໄສທັດໜຶ່ງດຽວ, ເອກະລັກໜຶ່ງດຽວ, ປະຊາຄົມໜຶ່ງດຽວ” – “One Vision. One Identity. One Community”

ເປົ້າໝາຍຂອງອົງການ: “ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ມີເປົ້າໝາຍ ເພື່ອຊຸກຍູ້ ແລະ ສົ່ງເສີມ ຄວາມເຂົ້າໃຈ, ການຮ່ວມມື ແລະ ການພົວພັນອັນແໜ້ນແຟ້ນ ລະຫວ່າງລັດຖະສະພາສະມາຊິກ ແລະ ລັດຖະສະພາທີ່ເປັນປະເທດສັງເກດການ ພ້ອມທັງ ອົງການລັດຖະສະພາສາກົນອື່ນໆ. AIPA ມີບົດບາດໃນການເປັນຂົວຕໍ່ ລະຫວ່າງ ປະຊາຊົນ ຢູ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍນຳໃຊ້ນະໂຍບາຍ ເພື່ອບັນລຸປະຊາຄົມອາຊຽນ 2025.

ຈຸດປະສົງລວມຂອງ AIPA (Purpose of the AIPA)

  1. ເພື່ອສົ່ງເສີມຄວາມສາມັກຄີ, ຄວາມເຂົ້າໃຈ, ການຮວ່ມມື ແລະການພົວພັນ ທີ່ໃກ້ຊິດກັບ ບັນດາລັດຖະສະພາຂອງປະເທດສະມາຊິກອາຊຽນ, ປະເທດສັງເກດການໄອປາ ແລະອົງການລັດຖະສະພາອື່ນໆ;
  2. ເພື່ອອຳນວຍຄວາມສະດວກ ໃນການບັນລຸເປົ້າໝາຍອາຊຽນ ຊຶ່ງໄດ້ກໍານົດໄວ້ຢູ່ໃນຖະແຫຼງການອາຊຽນໃນເດືອນ ສິງຫາ 1967, ທີ່ ບາງກອກ, ປະເທດໄທ, ເຊັ່ນດຽວກັບວິໄສທັດຂອງອາຊຽນ 2020 ໃນຂໍ້ຕົກລົງ ບາຫລີ ສອງ, 2003 (Bali concord II 2003) ຊຶ່ງນຳໄປສູ່ການເຮັດໃຫ້ ປະຊາຄົມອາຊຽນປະກົດຜົນເປັນຈິງ ໂດຍອີງໃສ່ 3 ເສົາຄ້ຳ: (1). ປະຊາຄົມຄວາມໝັ້ນຄົງອາຊຽນ, (2). ປະຊາຄົມເສດຖະກິດອາຊຽນ ແລະ (3). ປະຊາຄົມສັງຄົມວັດທະນະທຳອາຊຽນ;
  3. ເພື່ອສ້າງ, ແລກປ່ຽນ ແລະເຜີຍແຜ່ຂໍ້ມູນຂ່າວສານ ກໍ່ຄືການປະສານງານ, ການພົວພັນຊຶ່ງກັນ ແລະກັນ; ການປຶກສາຫາລືກັບອາຊຽນ ເພື່ອໃຫ້ລັດຖະສະພາໄດ້ປະກອບສ່ວນເຂົ້າໃນການເຊື່ອມໂຍງອາຊຽນ ແລະເຮັດໃຫ້ປະຊາຊົນໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຄຸ້ນເຄີຍກັບນະໂຍບາຍ ໂດຍມີຄວາມມຸ່ງຫວັງໃນການເລັ່ງສ້າງປະຊາຄົມອາຊຽນໃຫ້ປະກົດຜົນເປັນຈິງ;
  4. ຄົ້ນຄ້ວາ, ປຶກສາຫາລື ແລະສະເໜີແນະໃນການແກ້ໄຂບັນຫາ ເພື່ອຜົນປະໂຫຍດຮ່ວມກັນ ໂດຍສະມາຊິກໄອປາ ແລະສະແດງທັດສະນະຂອງຕົນຕໍ່ບັນຫາຕ່າງໆ ດ້ວຍຈຸດປະສົງທີ່ຈະນຳໄປສູ່ການປະຕິບັດ ແລະຕອບຮັບຢ່າງທັນການ ໂດຍສະມາຊິກໄອປາ;
  5. ເພື່ອແຈ້ງໃຫ້ສະມາຊິກລັດຖະລັດຖະສະພາໄອປາ ຊາບກ່ຽວກັບບາດກ້າວການເຄື່ອນໄຫວ ແລະຄວາມຄືບໜ້າຂອງແຕ່ລະລັດຖະສະພາ ໃນການເຮັດໃຫ້ຈຸດປະສົງ ແລະເປົ້າໝາຍໄອປາ ປະກົດຜົນເປັນຈິງ;
  6. ສົ່ງເສີມຫຼັກການດ້ານສິດທິມະນຸດ, ປະຊາທິປະໄຕ, ສັນຕິພາບ, ຄວາມໝັ້ນຄົງ ແລະຄວາມສົມບູນພູນສຸກໃນອາຊຽນ.

ເປົ້າໝາຍ ແລະ ການປະກອບສ່ວນຂອງສະພາແຫ່ງຊາດລາວ (Purpose and Contribution of the National Assembly of Lao PDR to the AIPA):

 ເປົ້າໝາຍ (Purpose)

  1. ເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຊຶ່ງສອດຄ່ອງກັບແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຄົາລົບເອກະລາດ, ອະທິປະໄຕ ແລະບໍ່ແຊກແຊງເຂົ້າໃນວຽກງານພາຍໃນ ເຊິ່ງກັນ ແລະກັນ;
  2. ໂຄສະນາເຜີຍແຜ່ແນວທາງການຕ່າງປະເທດ ແລະແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ໃນແຕ່ລະໄລຍະຕໍ່ເວທີສາກົນ;
  3. ພົບປະໂອ້ລົມກັບຄະນະຜູ້ແທນຈາກລັດຖະສະພາປະເທດອື່ນໆ ເພື່ອຍາດແຍ່ງຄວາມເຂົ້າອົກເຂົ້າໃຈ ແລະການສະໜັບສະໜູນຊ່ວຍເຫຼືອຈາກສາກົນ;
  4. ເປັນການປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ, ຮັດແໜ້ນຄວາມສາມັກຄີລະຫວ່າງ ສປປລາວ ແລະບັນດາປະເທດອາຊຽນ ແລະເພື່ອຍົກສູງຖານະບົດບາດຂອງ ສປປລາວ ກໍຄືບົດບາດຂອງສະພາແຫ່ງຊາດລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະໃນໂລກ;
  5. ເພື່ອສົ່ງເສີມຄວາມສາມັກຄີ, ຄວາມເຂົ້າອົກເຂົ້າໃຈໃນການຮ່ວມມື ແລະ ການພົວພັນຢ່າງໄກ້ສິດລະຫວ່າງລັດຖະສະພາປະເທດສະມາຊິກອາຊຽນ, ບັນດາປະເທດສັງເກດການ ແລະ ອົງການຈັດຕັ້ງອື່ນໆ.

 

ການປະກອບສ່ວນຂອງສະພາແຫ່ງຊາດລາວ (Contribution of the National Assembly of Lao PDR)

ນັບຕັ້ງແຕ່ ສະພາແຫ່ງຊາດລາວເຂົ້າເປັນສະມາຊິກສົມບູນໃນວັນທີ 1 ກັນຍາ 1997 ທີ່ ບາຫຼີ, ປະເທດອິນໂດເນເຊຍ ເປັນຕົ້ນມາ, ສະພາແຫ່ງຊາດລາວ ໄດ້ຖືເອົາການຮ່ວມມືກັບສະມັດຊາລັດຖະສະພາລະຫວ່າງຊາດອາຊຽນເປັນເປົ້າໝາຍສຳຄັນໃນການເຄື່ອນໄຫວທີ່ຕິດພັນກັບອານາຄົດຂອງອາຊຽນ ຊຶ່ງ ສປປ ລາວ ມີທັງຜົນປະໂຫຍດ ແລະ ພັນທະດ້ວຍການສະໜັບສະໜູນ ແລະ ເຂົ້າຮ່ວມໃນການເຄື່ອນໄຫວຂອງໄອປາຢ່າງຕັ້ງໜ້າ, ອັນໄດ້ປະກອບສ່ວນໃນການເສີມສ້າງການພົວພັນຮ່ວມມືລະຫວ່າງບັນດາລັດຖະສະພາລະຫວ່າງຊາດອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຮັດໃຫ້ພາກພື້ນດັ່ງກ່າວມີສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອພັດທະນາ. ນອກຈາກສະພາແຫ່ງຊາດລາວ ຈະໄດ້ຕັ້ງໜ້າເຂົ້າຮ່ວມກອງປະຊຸມປະຈຳປີ ແລະ ກອງປະຊຸມທີ່ປິ່ນອ້ອມຂອງໄອປາແລ້ວ, ສະພາແຫ່ງຊາດລາວ ຍັງໄດ້ເປັນເຈົ້າພາບຈັດກອງປະຊຸມໃຫຍ່ ແລະກອງປະຊຸມປີ່ນອ້ອມ ຂອງອົງການ AIPA ຈຳນວນ 6 ຄັ້ງເຊັ່ນ:

  1. 1. ກອງປະຊຸມອົງການ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ (AIPO) ຄັ້ງ 26, ຈັດຂຶ້ນໃນປີ 2005 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ;
  2. 2. ກອງປະຊຸມສະມັດຊາ​ລັດຖະສະພາ​ລະ​ຫວ່າງ​ຊາດ​ອາ​ຊຽນ (AIPA) ຄັ້ງທີ 35, ຈັດຂຶ້ນໃນປີ 2014 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ;
  3. 3. ກອງປະຊຸມພົບປະລະຫວ່າງຜູ້ນຳລັດຖະສະພາສະມາຊິກໄອປາ (AIPA) ແລະຜູ້ນໍາລັດຖະບານອາຊຽນ (ASEAN) ໃນລະຫວ່າງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ຊຶ່ງໄດ້ຈັດຂຶ້ນໃນປີ 2016 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ;
  4. 4. ກອງປະຊຸມຄະນະກຳມະການຄົ້ນຄວ້າຫາຄວາມຈິງ ຂອງສະມັດຊາລະຫວ່າງຊາດອາຊຽນ ເພື່ອຕ້ານກັບ​ໄພ​ຄຸກ​ຄາມ​ຂອງຢາເສບຕິດ (AIFOCOM) ຄັ້ງທີ 5, ຈັດຂຶ້ນໃນປີ 2005 ທີ່ ແຂວງຫຼວງພະບາງ, ສປປ ລາວ;
  5. ກອງປະຊຸມຄະນະກຳມະການຄົ້ນຄວ້າຫາຄວາມຈິງ ຂອງສະມັດຊາລະຫວ່າງຊາດອາຊຽນ ເພື່ອຕ້ານກັບ​ໄພ​ຄຸກ​ຄາມ​ຂອງຢາເສບຕິດ (AIFOCOM) ຄັ້ງທີ 11, ຈັດຂຶ້ນໃນປີ 2014 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ;

ຂ່າວສານ / ກິດຈະກຳ (News/Activities)

 

  1. 6. ກອງປະຊຸມຄະນະປະສານງານໄອປາ (AIPA Caucus) ຄັ້ງທີ 8, ຈັດຂຶ້ນໃນປີ 2016 ທີ່ ແຂວງຫຼວງພະບາງ, ສປປ ລາວ.

 

ຂໍ້ມູນເພິ່ມເຕີມ:
  • ບົດຂ່າວ ແລະ ຮູບພາບການເຄື່້ອນໄຫວຂອງຄະນະຜູ້ແທນແຕ່ລະຄັ້ງ

https://aipasecretariat.org/

 

 

ສະມັດຊາລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງ / Assemblée Parlementaire de La Francophonie

ກ່ຽວກັບ APF (About APF)

ສະມັດຊາລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງ (Assemblée Parlementaire de La Francophonie) ແມ່ນອົງການລັດຖະສະພາ ຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສ້າງຕັ້ງຂຶ້ນໃນປີ 1967, ປັດຈຸບັນມີສະມາຊິກທັງໝົດ 56 ປະເທດ. ໃນຖານະທີ່ ສປປ ລາວ ເປັນປະເທດໜຶ່ງຢູ່ໃນວົງຄະນາຍາດສາກົນທີ່ໃຊ້ພາສາຝຣັ່ງ, ສະພາແຫ່ງຊາດລາວໄດ້ເຂົ້າເປັນສະມາຊິກອົງການດັ່ງກ່າວໃນວັນທີ 15/7/1996, ທີ່ ອານຕານາຣິ ໂອ, ປະເທດ ມາດາກາສະກາ.

ຈຸດປະສົງຂອງ APF (Purpose of the APF)

  1. ເພື່ອເປັນຕົວແທນ ແຫ່ງ ສິດ, ຜົນປະໂຫຍດ ແລະ ຄວາມມຸ້ງມາດປາຖະໜາຂອງປະຊາຊົນ;
  2. ເພື່ອສົ່ງເສີມປະຊາທິປະໄຕການປົກຄອງດ້ວຍກົດໝາຍ ແລະສິດທິມະນຸດໃຫ້ຫຼາຍຂຶ້ນ;
  3. ເພື່ອສົ່ງເສີມການຮ່ວມມື ແລະ ເສີມສ້າງຄວາມສາມັກຄີກັບບັນດາປະເທດຝຣັ່ງໂກໂຟນີ ດ້ວຍການເຄົາລົບສິດໃນການພັດທະນາ;
  4. ປະກອບສ່ວນເຂົ້າໃນການພັດທະນາ ແລະ ຄວາມຮູ້ ເຊິ່ງກັນ ແລະ ກັນ ກ່ຽວກັບວັດທະນະທໍາ ແລະ ພົນລະເມືອງຂອງປະຊາຊົນບັນດາປະເທດທີ່ໃຊ້ພາສາຝຣັ່ງ;
  5. ປຶກສາຫາລື ກ່ຽວກັບບັນຫາ ທີ່ເກີດຂຶ້ນໃນພາກພື້ນ ແລະໃນໂລກ ເພື່ອຄົ້ນຄວ້າຫາທາງອອກຮ່ວມກັນ;
  6. ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການໃນການຈັດຕັ້ງປະຕິບັດພາລະບົດບາດຂອງອົງການນິຕິບັນຍັດການຕິດຕາມກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດບັນດານິກຳຕ່າງໆ.

ເປົ້າໝາຍ ແລະ ການປະກອບສ່ວນຂອງສະພາແຫ່ງຊາດລາວ (Purpose and Contribution of the National Assembly of Lao PDR to the APF):

ເປົ້າໝາຍ (Purpose)

  1. ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ ແລະພາກພື້ນ ຊຶ່ງສອດຄ່ອງກັບແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຄົາລົບເອກະລາດ, ອະທິປະໄຕ ແລະບໍ່ແຊກແຊງເຂົ້າໃນວຽກງານພາຍໃນ ເຊິ່ງກັນ ແລະກັນ;
  2. ໂຄສະນາເຜີຍແຜ່ແນວທາງການຕ່າງປະເທດ ແລະແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ໃນແຕ່ລະໄລຍະຕໍ່ເວທີສາກົນ.
  3. ພົບປະໂອ້ລົມກັບຄະນະຜູ້ແທນຈາກລັດຖະສະພາປະເທດອື່ນໆ ເພື່ອຍາດແຍ່ງຄວາມເຂົ້າອົກເຂົ້າ ໃຈ ແລະການສະໜັບສະໜູນຊ່ວຍເຫຼືອຈາກສາກົນ;
  4. ປຶກສາຫາລື ປະກອບຄຳຄິດຄຳເຫັນ ແລະແລກປ່ຽນທັດສະນະເຊິ່ງກັນ ແລະກັນ ຕໍ່ການແກ້ໄຂບັນຫາຕ່າງໆ ຂອງພາກພື້ນ ແລະ ຂອງໂລກ;
  5. ເປັນການປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ, ຮັດແໜ້ນຄວາມສາມັກຄີລະຫວ່າງ ສປປລາວ ແລະບັນດາປະເທດຝຣັ່ງໂກໂຟນີໃນພາກພື້ນ ແລະ ສາກົນ ແລະເພື່ອຍົກສູງຖານະບົດບາດຂອງ ສປປລາວ ກໍຄືບົດບາດຂອງສະພາແຫ່ງຊາດລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະໃນໂລກ.

ການປະກອບສ່ວນຂອງສະພາແຫ່ງຊາດລາວ (Contribution of the National Assembly of Lao PDR)

ນັບຕັ້ງແຕ່ ສະພາແຫ່ງຊາດລາວ ເຂົ້າເປັນສະມາຊິກ ແລະ ເຂົ້າຮ່ວມເຄື່ອນໄຫວໃນອົງການດັ່ງກ່າວໃນວັນທີ 15/7/1996 ທີ່ ອານຕານາຣິໂອ, ປະເທດ ມາດາກາສະກາ, ສະພາແຫ່ງຊາດລາວ ໄດ້ຖືເອົາການຮ່ວມມືກັບສະມັດຊາລັດຖະສະພາບັນດາປະເທດທີ່ໃຊ້ພາສາຝຣັ່ງ ເປັນເປົ້າໝາຍໃນການເຄື່ອນໄຫວທີ່ຕິດພັນກັບກອບອົງການຝຣັ່ງໂກໂຟນີຂອງລັດຖະບານ, ຊຶ່ງ ສປປ ລາວ ມີທັງສິ່ງທ້າທາຍ, ຜົນປະໂຫຍດ ແລະ ພັນທະ ໃນການເສີມສ້າງການພົວພັນຮ່ວມມື ລະຫວ່າງ ບັນດາປະເທດທີ່ໃຊ້ພາສາຝຣັ່ງ ໃຫ້ມີຄວາມເຂັ້ມແຂງ ແລະ ພັດທະນາໄປພ້ອມໆກັນ, ເຮັດໃຫ້ບັນດາປະເທດທີ່ໃຊ້ພາສາຝຣັ່ງມີ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາ. ນອກຈາກສະພາແຫ່ງຊາດຈະຕັ້ງໜ້າເຂົ້າຮ່ວມກອງປະຊຸມປະຈຳປີ, ຄະນະບໍລິຫານງານ, ກຳມາທິການຕ່າງໆ ແລະກອງປະຊຸມເຄືອຄ່າຍສະມາຊິກສະພາເພດຍິງ ຂອງ APF ແລ້ວ, ສະພາແຫ່ງຊາດຍັງໄດ້ເປັນເຈົ້າພາບຈັດກອງປະຊຸມໃນກອບຂອງອົງການ APFຈຳນວນ 4 ຄັ້ງ:

  1. ກອງປະຊຸມກຳມາທິການການ ເມືອງ 1 ຄັ້ງ, ຈັດຂຶ້ນໃນປີ 2009 ທີ່ ແຂວງຫຼວງພະບາງ;
  2. 2. ກອງປະຊຸມເຄືອຄ່າຍສະມາຊິກສະພາເພດຍິງ 1 ຄັ້ງ, ຈັດຂຶ້ນໃນປີ 2012 ທີ່ ນະຄອນຫຼວງວຽງຈັນ;
  3. 3. ກອງປະຊຸມປະຈຳພາພື້ນອາຊີ-ປາຊີຟິກ, ຈັດຂຶ້ນໃນປີ 2008 ທີ່ ນະຄອນຫຼວງວຽງຈັນ;
  4. 4. ກອງປະຊຸມປະຈຳພາພື້ນອາຊີ-ປາຊີຟິກ, ຈັດຂຶ້ນໃນປີ 2019 ທີ່ ແຂວງຫຼວງພະບາງ.

ຂ່າວສານ / ກິດຈະກຳ (News/Activities)

 

 

 

ຂໍ້ມູນເພິ່ມເຕີມ:
  • ບົດຂ່າວ ແລະ ຮູບພາບການເຄື່້ອນໄຫວຂອງຄະນະຜູ້ແທນແຕ່ລະຄັ້ງ

http://apf.francophonie.org/