loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສັດຕະຍາບັນ

ສັດຕະຍາບັນ

ສັດຕະຍາບັນ

          ການໃຫ້ສັດຕະຍາບັນ ແມ່ນການປະຕິບັດຕາມກົດໝາຍຂອງສະພາແຫ່ງຊາດ ທີ່ໄດ້ກຳນົດກ່ຽວກັບການປະຕິບັດສົນທິສັນຍາທີ່ ສປປ ລາວ ໄດ້ລົງນາມ ເພື່ອໃຫ້ຄະນະປະຈຳສະພາແຫ່ງຊາດ ຕົກລົງໃຫ້ສັດຕະຍາບັນແກ່ສົນທິສັນຍາຕາມການສະເໜີຂອງນາຍົກລັດຖະມົນຕີ.

          ສົນທິສັນຍາ ທີ່ພົວພັນກັບການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນບັນ ຫາການເມືອງ, ຄວາມໝັ້ນຄົງ, ສົງຄາມ, ສັນຕິພາບ, ອຳນາດອະທິປະໄຕຂອງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນ; ການສ້າງຕັ້ງ, ການເຂົ້າຮ່ວມ ແລະ ການຖອນຕົວອອກຈາກການເປັນສະມາຊິກຂອງອົງການຈັດຕັ້ງສາກົນ ຊຶ່ງສົ່ງຜົນກະທົບຕໍ່ນະໂຍບາຍອັນເປັນພື້ນຖານດ້ານການຕ່າງ ປະເທດຂອງຊາດ, ຄວາມໝັ້ນຄົງ, ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ການເງິນ ແລະ ເງິນຕາ, ບັນຫາທີ່ພາໃຫ້ເກີດການປ່ຽນແປງ, ຈຳກັດ ຫຼື ຍົກເລີກສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ; ບັນຫາທີ່ຂັດກັບກົດໝາຍ ຫຼື ມະຕິຂອງສະພາແຫ່ງຊາດນັ້ນ ຄະນະປະຈຳສະພາແຫ່ງຊາດຕ້ອງພິຈາລະນານຳສະເໜີບັນຫາດັ່ງກ່າວເຂົ້າໃນກອງປະຊຸມສະພາ ແຫ່ງຊາດ ເພື່ອພິຈາລະນາ;

        ການກວດກາກ່ອນການໃຫ້ສັດຕະຍາບັນ ໂດຍກຳມາທິການການຕ່າງປະເທດຂອງສະພາ ແຫ່ງຊາດ ເປັນເສນາທິການໃຫ້ຄະນະປະຈຳສະພາແຫ່ງຊາດໃນການປະສານສົມທົບກັບກຳມາທິການອື່ນທີ່ກ່ຽວຂ້ອງ ເພື່ອກວດກາສົນທິສັນຍາພາຍໃນເວລາຫົກສິບວັນ ລັດຖະການ ນັບແຕ່ວັນ ໄດ້ຮັບການສະເໜີກ່ອນນຳເຂົ້າພິຈາລະນາຢູ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ຫຼື ກອງປະຊຸມສະພາແຫ່ງຊາດ.

        ການພິຈາລະນາໃຫ້ສັດຕະຍາບັນແກ່ສົນທິສັນຍາຂອງຄະນະປະຈຳສະພາແຫ່ງຊາດ ໂດຍ ການຄົ້ນຄວ້າຂອງກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ສະເໜີຜົນຂອງການກວດກາສົນທິສັນຍາ ຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາໃຫ້ສັດຕະຍາບັນ ໂດຍມີການ ເຂົ້າຮ່ວມຂອງກະຊວງການຕ່າງປະເທດ, ອົງການທີ່ສະເໜີ ແລະ ອົງການອື່ນທີ່ກ່ຽວຂ້ອງ. ຄະນະປະຈຳສະພາແຫ່ງຊາດ ໃຫ້ສັດຕະຍາບັນແກ່ສົນທິສັນຍາ ໂດຍການອອກເປັນມະຕິ.

            ນັບແຕ່ສະພາແຫ່ງຊາດ ແຫ່ງຊຸດທີ III ເຖິງຊຸດທີ IX, ຄະນະປະຈຳສະພາແຫ່ງຊາດລາວ ໄດ້ຕົກລົງ ແລະຮັບຮອງໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະສັນຍາສາກົນ ດັ່ງນີ້:

  • ການໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນ ທັງໝົດ 153 ສະບັບ;
  • ການເຫັນດີໃຫ້ເຂົ້າຮ່ວມເປັນພາຄີຂອງສົນທິສັນຍາສາກົນ 1 ສະບັບ;
  • ການເຫັນດີໃຫ້ລົງນາມສົນທິສັນຍາສາກົນ 1 ສະບັບ;
  • ການເຫັນດີຢັ້ງຢືນຮັບຊາບສົນທິສັນຍາ, ອະນຸສັນຍາ ແລະ ຂໍ້ຕົກລົງ 1 ສະບັບ.

ດັ່ງລາຍຊື່ລະອຽດລຸ່ມນີ້:

  • ສະພາແຫ່ງຊາດຊຸດທີ III ໃຫ້ສັດຕະຍາບັນ 29 ສະບັບ
  1. ສັດຕະຍາບັນແກ່ ສົນທິສັນຍາ ວ່າດ້ວຍພື້ນຖານການພົວພັນມິດຕະພາບລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 007/ສພຊ, ລົງວັນທີ 04/04/1994;
  2. ສັດຕະຍາບັນແກ່ ສົນທິສັນຍາ ວ່າດ້ວຍການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ມົງໂກລີ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 005/ສພຊ, ລົງວັນທີ 23/03/1994;
  3. ສັດຕະຍາບັນແກ່ ສັນຍາກູ້ຢືມ ໝາຍເລກ 2579 ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ສຳລັບໂຄງ ການພັດທະນາແຂວງຫຼວງນ້ຳທາ. ມະຕິຕົກລົງຂອງສະພາແຫ່ງ ຊາດສະບັບເລກທີ 08/ສພຊ, ລົງວັນທີ 09/8/1994;
  4. ສັດຕະຍາບັນແກ່ ສັນຍາລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານສະຫະພາບມຽນມາ ວ່າດ້ວຍສ້າງຊາຍແດນຖາວອນລະຫວ່າງສອງປະເທດ ຕາມລຳແມ່ນ້ຳຂອງ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 009/ ສພຊ, ລົງວັນທີ 15/9/1994;
  5. ສັດຕະຍາບັນ ແກ່ສັນຍາລະຫວ່າງລັດຖະບານແຫ່ງ ສປປ ລາວ, ລັດຖະບານແຫ່ງ ສປ. ຈີນ ແລະລັດຖະບານແຫ່ງ ສະຫະພາບມຽນມາ ວ່າດ້ວຍການກຳນົດຈຸດຄົບເສັ້ນຊາຍແດນຂອງ 3 ປະເທດ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 10/ ສພຊ, ລົງວັນທີ 15/09/1994;
  6. ສັດຕະຍາບັນ ແກ່ສັນຍາກູ້ຢືມ ເລກທີ 2586-ລາ (2586-LA) ກ່ຽວກັບ ເພື່ອການພັດທະນາໂຄງການຈັດສັນປ່າຜະລິດ ແລະ ຄຸ້ມຄອງປ່າສະຫງວນ;
  7. ສັດຕະຍາບັນແກ່ສັນຍາກູ້ຢືມ ເລກທີ 2606-ລາ ( 2606-LA) ເພື່ອການພັດທະນາໂຄງການປັບປຸງທາງຫຼວງແຫ່ງຊາດຂັ້ນສອງ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 11/ ສພຊ, ລົງວັນທີ 10/11/1994;
  8. ສັດຕະຍາບັນແກ່ ສັນຍາລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ວ່າດ້ວຍການສົ່ງເສີມການລົງທຶນເຊິ່ງກັນແລະກັນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 12/ ສພຊ, ລົງວັນທີ 14/11/1994;
  9. ສັດຕະຍາບັນແກ່ ສັນຍາລະຫວ່າງ ສປປ ລາວ ແລະ ສ. ອິນເດຍ ວ່າດ້ວຍສັນຍາດ້ານວັດທະນະທຳ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 13/ ສພຊ, ລົງວັນທີ 28/12/1994;
  10. ສັດຕະຍາບັນແກ່ ສັນຍາວ່າດ້ວຍລະບຽບການຊາຍແດນລະຫວ່າງລັດຖະບານ ສປປ ລາວ ແລະ ສປ.ຈີນ ໃນເດືອນ ມັງກອນ 1995;
  11. ສັດຕະຍາບັນແກ່ສັນຍາ ວ່າດ້ວຍການຮ່ວມມືທາງດ້ານເສດຖະກິດເຕັກນິກ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ອິນໂດເນເຊຍ. ມະຕິຕົກລົງຂອງສະ ພາແຫ່ງຊາດ ສະບັບເລກທີ 02/ ສພຊ ໃນ ເດືອນ ມິຖຸນາ 1995;
  12. ສັດຕະຍາບັນແກ່ ສັນຍາ ກ່ຽວກັບການສົ່ງເສີມ ແລະ ປົກປ້ອງການລົງທຶນລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສ. ອິນໂດເນເຊຍ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ ໃນເດືອນ ມິຖຸນາ 1995;
  13. ສັດຕະຍາບັນແກ່ ສັນຍາເງິນກູ້ໝາຍເລກ 2674-LA ລະຫວ່າງ ສປປ ລາວແລະທະນາຄານໂລກ ສຳລັບໂຄງການປະຕິຮູບລະບົບສາທາລະນະສຸກ ແລະຄວບຄຸມພະຍາດມາເລເລຍ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 01/ ສພຊ, ລົງວັນທີ 23 ກຸມພາ 1995;
  14. ສັດຕະຍາບັນແກ່ສັນຍາ ເລກທີ 2488-LA ຂອງໂຄງການພັດທະນາການສຶກສາ ລະຫວ່າງລັດຖະບານ ສປປ ລາວ ແລະ ທະນາຄານໂລກ (IDA) ເປັນມູນຄ່າ 13,700,000 SDR. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 45/ສພຊ, ລົງວັນທີ 17 ທັນວາ 1993;
  15. ສັດຕະຍາບັນ ກ່ຽວກັບການຢືມເງິນກູ້ໝາຍເລກ 2821-LA ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ເພື່ອນຳໃຊ້ເຂົ້າໃນໂຄງການດັດແກ້ມະຫາພາກຂັ້ນ 3 ເປັນຈຳນວນ SDR 26.900.000 (ຊາວຫົກລ້ານເກົ້າແສນ SDR). ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 62/ສພຊ,ລົງວັນທີ 16/5/96;
  16. ສັດຕະຍາບັນສົນທິສັນຍາ ມິດຕະພາບ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກ ກຳປູເຈຍ;
  17. ສັດຕະຍາບັນແກ່ ສັນຍາໂຄງການເຂື່ອນໄຟຟ້ານ້ຳເທີນ-ຫີນບູນ;
  18. ສັດຕະຍາບັນແກ່ ສັນຍາລະຫວ່າງ ສປປ ລາວ ແລະ ສ.ສ. ເຢຍລະມັນ ກ່ຽວກັບການສົ່ງເສີມ ແລະ ການປົກປ້ອງການລົງທຶນເຊິ່ງກັນແລະກັນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 06/ ສພຊ, ລົງວັນທີ 23/12/1996;
  19. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການເກືອດຫ້າມການພັດທະນາ, ການຜະລິດ, ການສະສົມ ແລະ ການນຳໃຊ້ອາວຸດເຄມີ ແລະ ການທຳລາຍອາວຸດປະເພດດັ່ງກ່າວ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 16/11/1996;
  20. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຮ່ວມມື ລະຫວ່າງ ສປປ ລາວ ກັບປະຊາຄົມເອີລົບ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ: 07/ສພຊ, ລົງວັນທີ 2/7/1997;
  21. ສັດຕະຍາບັນແກ່ ສົນທິສັນຍາອາວຸດເຄມີລະຫ່ວາງ ສປປ ລາວ ແລະ ອົງການສະຫະປະຊາຊາດ;
  22. ສັດຕະຍາບັນ ສັນຍາເງິນກູ້ ໝາຍເລກ 2832-LA ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ເພື່ອນຳໃຊ້ເຂົ້າໃນໂຄງການອອກໃບຕາດິນ ເປັນຈຳນວນ SDR 14.000.000 (ສິບສີ່ລ້ານ SDR). ມະຕິຕົກລົງຂອງສະ ພາແຫ່ງຊາດ ສະບັບເລກທີ: 122/ ສພຊ, ລົງວັນທີ 9/9/1996;
  23. ສັດຕະຍາບັນແກ່ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີອາຄະເນ (ສົນທິສັນຍາບາຫລີ) ລະຫວ່າງ ສປປ ລາວ ແລະ ບັນດາປະເທດອາຊຽນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 102/ສພຊ, ລົງວັນທີ 17/7/1996;
  24. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍເຂດປອດອາວຸດນິວເຄຼຍ ຢູ່ອາຊີຕາເວັນອອກສຽງໃຕ້ລະຫວ່າງ ສປປ ລາວ ແລະ ບັນດາປະເທດອາຊຽນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 61/ສພຊ, ລົງວັນທີ 15/5/1996;
  25. ສັດຕະຍາບັນວ່າດ້ວຍສັນຍາເງິນກູ້ ລະຫວ່າງ ສປປ ລາວ ແລະ ກອງທຶນນອກດິກ ເພື່ອການພັດທະນາ ສຳລັບໂຄງການປັບປຸງຄົມມະນາຄົມ ຂັ້ນສາມ ຕອນທາງສະຫວັນນະເຂດ-ປາກເຊ ທີ່ໄດ້ລົງນາມໃນ ວັນທີ 2 ກຸມພາ 1997. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 27 ພຶດສະພາ 1997;
  26. ສັດຕະຍາບັນແກ່ ສັນຍາຕົກລົງໃຫ້ເງິນສິນເຊື່ອໝາຍເລກ 2943-LA ເຊິ່ງມີມູນຄ່າເງິນກູ້ຈຳນວນ 600.000 SDR ເພື່ອພັດທະນາໂຄງການປັບປຸງ ຄົມມະນາຄົມ ຂັ້ນສາມ ລະຫວ່າງ ສປປ ລາວ ແລະສະມາຄົມ ເພື່ອການພັດທະນາລະຫວ່າງຊາດ (ທະນາຄານໂລກ). ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 03/ສພຊ, ລົງວັນທີ 1 ກັນຍາ 1997;
  27. ສັດຕະຍາບັນແກ່ ສັນຍາລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ຣາຊະອານາຈັກໄທ ເພື່ອຫຼີກເວັ້ນການເກັບພາສີຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກເສຍອາກອນ ຈາກການເກັບອາກອນລາຍໄດ້. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 22 ຕຸລາ 1997.
  • ສະພາແຫ່ງຊາດ ຊຸດທີ IV ໃຫ້ສັດຕະຍາບັນແກ່ ສົນທິສັນຍາ ແລະ ສັນຍາສາກົນ ຈໍານວນ 17 ສະບັບ:
  1. ສັດຕະຍາບັນ ວ່າດ້ວຍການເຂົ້າເປັນພາຄີຂອງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 08/ສພຊ, ລົງວັນທີ 5 ກຸມພາ 1998;
  2. ສັດຕະຍາບັນ ແກ່ອະນຸສັນຍາວ່າດ້ວຍການຈັດຕັ້ງປະຕິບັດພັນທະຊຸດທຳອິດພາຍໃຕ້ ຂອບສັນຍາ ຂອງອາຊຽນວ່າດ້ວຍການບໍລິການ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບລົງວັນທີ 3 ມິຖຸນາ 1998;
  3. ສັດຕະຍາບັນແກ່ສັນຍາເງິນກູ້ເລກທີ 3047-LA ລະຫວ່າງ ສປປ ລາວ ແລະ ທະນາຄານໂລກສຳລັບໂຄງການໄຟຟ້າຊົນນະບົດພາກໃຕ້ ໃນປີ 1998;
  4. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຮ່ວມມືດ້ານຍຸດຕິທຳ ກ່ຽວກັບບັນຫາທາງແພ່ງ ແລະ ທາງອາຍາລະຫວ່າງ ລາວ-ຫວຽດນາມ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 10 ທັນວາ 1998;
  5. ສັດຕະຍາບັນແກ່ ສັນຍາວ່າດ້ວຍການສ້າງຕັ້ງສູນພະລັງງານອາຊຽນ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 04/ສພຊ, ລົງວັນທີ 10 ທັນວາ 1998;
  6. ສັດຕະຍາບັນແກ່ ອະນຸສັນຍາ ແລະ ເພີ່ມເຕີມສະບັບເລກທີ 4 ຂອງທຳມະນູນຂອງສະຫະພາບໄປສະນີສາກົນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 10 ທັນວາ 1998;
  7. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຮັບຮູ້ໃບຢັ້ງຢືນກວດກາເຕັກນິກພາຫະນະ ທີ່ດຳເນີນທຸລະກິດຂົນສົ່ງສິນຄ້າ ແລະ ພາຫະນະບໍລິຫານມວນຊົນ ອອກໃຫ້ໂດຍປະເທດສະມາຊິກອາຊຽນ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 01/ສພຊ, ລົງວັນທີ 25 ມັງກອນ 1999;
  8. ສັດຕະຍາບັນແກ່ ສັນຍາເງິນກູ້ເລກທີ 3131-LA ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 11 ກຸມພາ 1999;
  9. ສັດຕະຍາບັນແກ່ ສັນຍາວ່າດ້ວຍຂົງເຂດການລົງທຶນອາຊຽນ ລະຫວ່າງ ລັດຖະບານລາວ ກັບ ລັດຖະບານອາຊຽນ ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 5 ພຶດສະພາ 1999;
  10. ສັດຕະຍາບັນແກ່ອະນຸສັນຍາສະບັບທີສອງ ເພື່ອດັດແປງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີອາຄະເນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 14 ມີຖຸນາ 1999;
  11. ສັດຕະຍາບັນແກ່ ສົນທິສັນຍາສ້າງຕັ້ງອົງການຫຼາຍຝ່າຍເພຶ່ອຄ້ຳປະກັນການລົງທືນ (MIGA) ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບອົງການດັ່ງກ່າວ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 21 ພຶດສະພາ 1999;
  12. ສັດຕະຍາບັນແກ່ສັນຍາເງິນກູ້ໝາຍເລກ 3186-LA ລະຫວ່າງ ສປປ ລາວ ແລະ ທະນາຄານໂລກໃນໂຄງ ການພັດທະນາ ແລະ ອະນຸລັກເຂດນາກາຍ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 06/ສພຊ, ລົງວັນທີ 12 ຕຸລາ 1999;
  13. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 07/ສພຊ, ລົງວັນທີ 29 ພະຈິກ 1999;
  14. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ ແລະ ຣາຊະອານາ ຈັກກຳປູເຈຍ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 54/ ສພຊ, ລົງວັນທີ 4 ກໍລະກົດ 2000;
  15. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການຫ້າມທົດລອງອາວຸດນິວເຄຼຍແບບຄົບຊຸດ (CTBT) ລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ. ມະຕິຕົກລົງ ຂອງສະພາແຫ່ງຊາດ ສະບັບເລກທີ 65/ສພຊ, ລົງວັນທີ 19 ກັນຍາ 2000;
  16. ສັດຕະຍາບັນ ແກ່ສັນຍາວ່າດ້ວຍການຮ່ວມມື ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ຄຣັງດູເຊ ແຫ່ງ ປະເທດລຸກຊຳບວກ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 5 ທັນວາ 2000;
  17. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການຮ່ວມມືຊ່ວຍເຫຼືອທາງດ້ານຍຸດຕິທຳ ທາງແພ່ງ ແລະ ທາງອາຍາ ລະຫວ່າງ ລາວ-ຈີນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 06/ ສພຊ, ລົງວັນທີ 11 ມັງກອນ 2001.
  • ສະພາແຫ່ງຊາດ ຊຸດທີ V ໄດ້ໃຫ້ສັດຕະຍາບັນແກ່ ສົນທິສັນຍາ ແລະ ສັນຍາສາກົນ ຈໍານວນ 35 ສະບັບ:
  1. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມີຖຸນາ 2002, ວ່າດ້ວຍ ການໃຫ້ສັດຕະຍາບັນແກ່ອານຸສັນຍາ ແລະ ບັນດາສົນທິສັນຍາ ວ່າດ້ວຍການຕໍ່ສູ້ການຕ້ານກໍ່ການຮ້າຍ 5 ສະບັບ ຄື:
    • ອະນຸສັນຍາ ວ່າດ້ວຍການປາບປາມການກະທຳຄວາມຄວາມຮຸນແຮງຜິດກົດໝາຍ ຢູ່ສະໜາມບິນທີ່ຮັບໃຊ້ການບິນພົນລະເຮືອນສາກົນ (1998);
    • ສົນທິສັນຍາວ່າດ້ວຍການສະກັດກັ້ນ ແລະ ລົງໂທດອາດສະຍາກຳຕ້ານບຸກຄົນ ທີ່ໄດ້ຮັບການປົກປ້ອງຂອງສາກົນລວມທັງນັກການທູດ (1973);
    • ສົນທິສັນຍາ ຕ້ານການຈັບຕົວປະກັນ (1979);
    • ສົນທິສັນຍາ ວ່າດ້ວຍຄວາມປອດໄຟຂອງພະນັກງານຂອງສະຫະປະຊາຊາດ ແລະ ບຸກຄົນທີ່ພົວພັນກັບສະຫະປະຊາຊາດ (1994);
    • ສົນທິສັນຍາວ່າດ້ວຍ ການປາບປາມການກໍ່ການຮ້າຍດ້ວຍການວາງລະເບີດ (1997).
  2. ຕົກລົງເຮັດຂໍ້ສະຫງວນຢູ່ໃນບາງມາດຕາ ຂອງບັນດາສົນທິສັນຍາ ທີ່ກ່າວມາຂ້າງເທິງນີ້ ເຊິ່ງມີລາຍລະ ອຽດດັ່ງນີ້:
  • ສົນທິສັນຍາວ່າດ້ວຍການສະກັດກັ້ນແລະລົງໂທດອາດສະຍາກຳຕ້ານບຸກຄົນທີ່ໄດ້ຮັບການປົກປ້ອງຂອງສາ ກົນ ລວມທັງນັກການທູດ (1973), ສປປລາວເຮັດຂໍ້ສະຫງວນໃສ່ວັກທີ 1 ຂອງມາດຕາ 13 ກ່ຽວກັບຂໍ້ຂັດແຍ່ງ ລະຫວ່າງສອງ ຫຼື ຫຼາຍກວ່າສອງລັດພາຄີ.
  • ສົນທິສັນຍາຕ້ານການຈັບຕົວປະກັນ (1979), ສປປ ລາວ ເຮັດຂໍ້ສະຫງວນໃສ່ວັກທີ 1 ຂອງມາດຕາ 16 ກ່ຽວກັບຂໍ້ຂັດແຍ່ງ ລະຫວ່າງສອງ ຫຼື ຫຼາຍກວ່າສອງລັດພາຄີ.
  • ສົນທິສັນຍາວ່າດ້ວຍການປາບປາມການກໍ່ການຮ້າຍດ້ວຍການວາງລະເບີດ (1997), ສປປ ລາວເຮັດຂໍ້ສະ ຫງວນໃສ່ວັກທີ 1 ຂອງມາດຕາ 20 ກ່ຽວກັບຂໍ້ຂັດແຍ່ງລະຫວ່າງສອງ ຫຼື ຫຼາຍກວ່າສອງລັດພາຄີ.
  • ສົນທິສັນຍາວ່າດ້ວຍ ຄວາມປອດໄຟຂອງພະນັກງານຂອງສະຫະປະຊາຊາດ ແລະ ບຸກຄົນ ທີ່ພົວພັນກັບສະ ຫະປະຊາຊາດ (1994), ສປປ ລາວ ເຮັດຂໍ້ສະຫງວນໃສ່ວັກທີ 1 ຂອງມາດຕາ 22 ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງ.
  1. ສັດຕະຍາບັນແກ່ສົນທິສັນຍາວ່າດ້ວຍການຮັບຮອງການສຶກສາປະກາສະນີຍະບັດ ແລະປະລິນຍາບັດລະດັບການສຶກສາຊັ້ນສູງໃນຂົງເຂດອາຊີ-ປາຊີຟິກຂອງອົງການ ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 20 ສິງຫາ 2002;
  2. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍສັນຍາ ລະຫວ່າງ ລັດຖະບານ ສປປ ລາວ ແລະ ມາເລເຊຍ ເພື່ອສົ່ງເສີມ ແລະ ປົກປ້ອງການລົງທຶນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 20 ສິງຫາ
  3. ສັດຕະຍາບັນແກ່ ອານຸສັນຍາວ່າດ້ວຍການດັດແກ້ເພີ່ມເຕີມມາດຕາ 50(a) ຂອງສົນທິສັນຍາວ່າດ້ວຍ ການບິນພົນລະເຮືອນສາກົນ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບ ເລກທີ 07/ສພຊ, ລົງວັນທີ 5 ສິງຫາ 2002;
  4. ສັດຕະຍາບັນແກ່ສັນຍາລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະລັດຖະບານແຫ່ງ ສາທາລະນະລັດ ອິນເດຍ ວ່າດ້ວຍການສົ່ງເສີມ ແລະປົກປ້ອງການລົງທຶນ. ມະຕິຕົກລົງ ຂອງສະພາແຫ່ງຊາດ ສະບັບເລກທີ 78 /ສພຊ, ລົງວັນທີ 4 ພະຈິກ 2002;
  5. ສັດຕະຍາບັນແກ່ອານຸສັນຍາກ່ຽວກັບການ ຄວບຄຸມທາດອາຍພິດເຮືອນແກ້ວ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 79/ສພຊ, ລົງວັນທີ 4 ພະຈິກ 2002;
  6. ສັດຕະຍາບັນແກ່ ສັນຍາເງິນກູ້ຈາກທະນາຄານໂລກ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 81/ສພຊ, ລົງວັນທີ 18 ພະຈິກ 2002 ສຳລັບ 3 ໂຄງການຄື:

– ສັນຍາເງິນກູ້ເລກທີ່ 3677 LA ສຳລັບໂຄງການສິນເຊື່ອດັດແກ້ມະຫາພາກການຄຸ້ມຄອງການເງິນ;

– ສັນຍາເງິນກູ້ເລກທີ່ 3676 LA ສຳລັບໂຄງການສິນເຊື່ອດ້ານວິຊາການ ເພື່ອປະຕິບັດເງື່ອນໄຂໂຄງ ການສິນເຊື່ອດັດແກ້ມະຫາພາກການຄຸ້ມຄອງການເງິນ;

– ສັນຍາເງິນກູ້ເລກທີ່ 3675LA ສຳລັບໂຄງການສິນເຊື່ອກອງທຶນຫລຸດຜ່ອນຄວາມທຸກຍາກ.

  1. ສັດຕະຍາບັນແກ່ສົນທິສັນຍາ ລະຫ່ວາງລັດຖະບານ ສປປ ລາວ ແລະ ສປ ຈີນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 3 ກຸມພາ 2003;

– ຂໍ້ຕົກລົງກ່ຽວກັບການຮ່ວມມື ໃນຂົງເຂດ ສາທາລະນາສຸກ ລະຫ່ວາງ ລັດຖະບານ ສປປ ລາວ ແລະສາທາລະ ນະລັດ ປະຊາຊົນ ປະຊາທິປະໄຕເກົາຫຼີ (ໄດ້ມອບໃຫ້ ລັດຖະບານ ເປັນຜູ້ໃຫ້ ການຢັ້ງຢືນດ້ານຕິນິກຳ);

  • ສັດຕະຍາບັນແກ່ ບັນດາເອກກະສານນິຕິກຳ ຂອງກອງປະຊຸມໃຫ່ຍຄັ້ງທີ 22 ຂອງສະຫະພາບໄປສະນີສາກົນ ຊຶ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກີ່ງ ສປ.ຈີນ ໃນຄັງວັນທີ 23/8 – 15/9/1999. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 56/ສພຊ, ລົງວັນທີ 28 ພະຈິກ 2003;
  1. ສັດຕະຍາບັນແກ່ ສັນຍາລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານສະຫະພັນຣັດເຊຍ ວ່າດ້ວຍການຮ່ວມມືຕ້ານການຄ້າເສບຕິດ ແລະ ວັດຖຸອອກລິດຕໍ່ຈິດປະສາດທີ່ຜິດກົດໝາຍ ແລະ ການນຳໃຊ້ວັດຖຸດັ່ງ ກ່າວໄປໃນທາງທີ່ບໍ່ຖືກຕ້ອງ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກ ທີ 01/ສພຊ, ລົງວັນທີ 2 ມັງກອນ 2004;
  2. ສັດຕະຍາບັນແກ່ ສັນຍາວ່າດ້ວຍກອບການຮ່ວມມືດ້ານເສດຖະກິດຮອບດ້ານ ລະຫວ່າງ ອາຊຽນ-ສປຈີນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 2 ມັງກອນ 2004;
  3. ໃຫ້ສັດຕະຍາບັນແກ່ ສົນທິສັນຍາສິນເຊຶ່ອຈາກທະນາຄານໂລກ ສຳລັບໂຄງການອອກໃບຕາດິນ ໄລຍະ II ແລະ ໂຄງການຄຸ້ມຄຸມ/ຈັດສັນປ່າຜະລິດແບບຢືນຍົງ ແລະ ພັດທະນາຊົນນະບົດ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 8 ມັງກອນ 2004;
  4. ສັດຕະຍາບັນແກ່ ສັນຍາວ່າດ້ວຍການສົ່ງເສີມ ແລະ ປົກປ້ອງການລົງທືນເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໂຮນລັງ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບ ເລກທີ 04/ສພຊ, ລົງວັນທີ 3 ມັງກອນ 2004;
  5. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຮ່ວມມືເພື່ອຕ້ານການຄ້າຂາຍຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດຕະສາດທີ່ຜິດກົດໝາຍ ລະຫວ່າງ ສປປ ລາວ ແລະ ສ.ກູບາ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 3 ມັງກອນ 2004;
  6. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການຮ່ວມມື ເຊິ່ງກັນ ແລະ ກັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ.ອິນເດຍ ເພື່ອຫຼຸດຜ່ອນຄວາມຕ້ອງການຢາເສບຕິດ ແລະ ສະກັດກັນການລັກ ລອບຄ້າຂາຍຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດປະສາດ ແລະ ບັນຫາທີ່ພົວພັນກັບຢາເສບຕິດ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 06/ສພຊ, ລົງວັນທີ 3 ມັງກອນ 2004;
  7. ສັດຕະຍາບັນແກ່ ສັນຍາລະຫວ່າງລັດຖະບານປະເທດອະນຸພາກພື້ນແມ່ນ້ຳຂອງ ວ່າດ້ວຍການຮ່ວມມືດ້ານການຊື້-ຂາຍໄຟຟ້າ ແລະ ສ້າງເຄືອຄ່າຍສາຍສົ່ງ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 07/ສພຊ, ລົງວັນທີ 3 ມັງກອນ 2004;
  8. ສັດຕະຍາບັນແກ່ ສັນຍາ ລະຫວ່າງ ສປປ ລາວ ແລະ ສະຫະພາບມຽນມາ ວ່າດ້ວຍການສົ່ງເສີມ ແລະ ປົກປ້ອງການລົງທຶນ ເຊິ່ງກັນ ແລະ ກັນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກ ທີ 08/ສພຊ, ລົງວັນທີ 3 ມັງກອນ 2004;
  9. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອາກຊັງຕິນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 09/ສພຊ, ລົງວັນທີ 18 ກຸມພາ 2004;
  10. ສັດຕະຍາບັນແກ່ ສັນຍາເພື່ອຫລີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກເສັຍອາ ກອນຈາກການເກັບອາກອນລາຍໄດ້ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບ ເລກທີ 10/ສພຊ, ລົງວັນທີ 10 ກຸມພາ 2004;
  11. ໄດ້ຕົກລົງຍົກເລີກສັນຍາ ວ່າດ້ວຍການຮ່ວມມືດ້ານການຄ້າ ແລະ ຊຳລະສະສາງເຊິ່ງກັນ ແລະ ກັນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ບັນດາອາດິດປະເທດສັງຄົມນິຍົມ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 08/ສພຊ, ລົງວັນທີ 18 ກຸມພາ 2004;
  12. ສັດຕະຍາບັນແກ່ ສັນຍາວ່າດ້ວຍການເພີ່ມງົບປະມານເຂົ້າກອງທຶນວິທະຍາສາດອາຊຽນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 11/ສພຊ, ລົງວັນທີ 3 ສິງຫາ 2004;
  13. ສັດຕະຍາບັນແກ່ສັນຍາວ່າດ້ວຍການຮ່ວມມືເສດຖະກິດຢ່າງຮອບດ້ານ ລະຫວ່າງ ສະມາຄົມປະຊາຊາດ ອາຊີອາຄະເນ (ອາຊຽນ) ແລະ ສາທາລະນະລັດອິນເດຍ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 12/ສພຊ, ລົງວັນທີ 3 ສິງຫາ 2004;
  14. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການຕ້ານການລັກລອບຄ້າຂາຍຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດປະສາດ ຂອງອົງການສະຫະປະຊາຊາດ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບ ເລກທີ 13/ສພຊ, ລົງວັນທີ 3 ສິງຫາ 2004;
  15. ສັດຕະຍາບັນແກ່ ສັນຍາອາຊຽນ ວ່າດ້ວຍມົນລະພິດຄວັນໝອກຂ້າມແດນ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 40/ສພຊ, ລົງວັນທີ 28 ຕຸລາ 2004;
  16. ສັດຕະຍາບັນແກ່ ສັນຍາສະໜອງເງີນທຶນ ເພື່ອການພັດທະນາເຂົ້າໃນໂຄງການບູລະນະທາງຫຼວງ ໄລຍະ 2 ລະຫວ່າງ ສປປ ລາວ ກັບສະມາຄົມເພື່ອການພັດທະນາສາກົນ, ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 43/ສພຊ, ລົງວັນທີ 23 ພະຈິກ 2004;
  17. ສັດຕະຍາບັນແກ່ ສັນຍາສະໜອງທຶນ ເພື່ອການພັດທະນາເຂົ້າໃນໂຄງການປັບປຸງການສຶກສາໄລຍະ 02 ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ, ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 45/ສພຊ, ລົງວັນທີ 23 ພະຈິກ 2004;
  18. ສັດຕະຍາບັນແກ່ ສັນຍາລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ວ່າດ້ວຍການພົວພັນການຄ້າ. ມະຕິຕົກລົງຂອງສະ ພາແຫ່ງຊາດ ສະບັບເລກທີ 14/ສພຊ, ລົງວັນທີ 23 ພະຈິກ 2004;
  19. ສົນທິສັນຍາເລກທີ 138 ວ່າດ້ວຍອາຍຸຕ່ຳສຸດຂອງການເຮັດວຽກ ແລະ ສົນທິສັນຍາ ເລກທີ 182 ວ່າດ້ວຍການຫ້າມ ແລະການດຳເນີນການລົບລ້າງການນຳໃຊ້ແຮງງານ ໃນຮູບແບບ ທີ່ຮ້າຍແຮງ ທີ່ສຸດໂດຍທັນທີ. ມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 01/ສພຊ, ລົງວັນທີ 24 ກຸມພາ 2005;
  20. ສັດຕະຍາບັນແກ່ ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດເກົາຫຼີ ວ່າດ້ວຍການຫລີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການ ຫຼົບຫຼີກເສຍອາກອນຈາກການເກັບອາກອນລາຍໄດ້. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 2/ສພຊ, ລົງວັນທີ 5 ທັນວາ 2005;
  21. ສັດຕະຍາບັນແກ່ ສົນທິສັນຍາສະຕອກໂຮມ ວ່າດ້ວຍສານເຄມີອົງຄະທາດ ທີ່ເປັນຜິດຕົກຄ້າງ(Stockholm Convention on the persistent Organic Pollution). ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 24 ມີນາ 2006;
  22. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຮ່ວມມືເສດຖະກິດ-ການຄ້າ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ເບລາຣຸດສ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 18 ພຶດສະພາ 2006;
  23. ສັດຕະຍາບັນແກ່ ສັນຍາ ລະຫວ່າງລັດຖະບານ ແຫ່ງ ສປປລາວ ແລະ ລັດຖະບານແຫ່ງ ສະຫະພັນຣັດເຊຍ ວ່າດ້ວຍການຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫຼົບຫຼີກເສຍອາກອນ ຈາກການເກັບອາກອນລາຍໄດ້. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 5 ພຶດສະພາ 2006;
  24. ສັດຕະຍາບັນແກ່ ສັນຍາວ່າດ້ວຍການສົ່ງເສີມ ແລະ ປົກປ້ອງການລົງທຶນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ອິດສະລາມປາກິດສະຖານ. ມະຕິຕົກລົງຂອງສະພາ ແຫ່ງຊາດ ສະບັບເລກທີ 06/ສພຊ, ລົງວັນທີ 5 ພຶດສະພາ 2006;
  25. ສັດຕະຍາບັນແກ່ ສອງອະນຸສັນຍາເພີ່ມເຕີມ ຂອງສົນທິສັນຍາວ່າດ້ວຍສິດທິເດັກຄື: ອະນຸສັນຍາກ່ຽວກັບການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍກຳລັງປະກອບອາວຸດ ແລະ ອະນຸສັນຍາ ກ່ຽວກັບການຄ້າເດັກ, ການໂສເພນີເດັກ ແລະ ຮູບພາບລາມົກຂອງເດັກນ້ອຍ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 31/ສພຊ, ລົງວັນທີ 18 ພຶດສະພາ 2006.
  • ສະພາແຫ່ງຊາດ ຊຸດທີ VI ໃຫ້ສັດຕະຍາບັນແກ່ ສົນທິສັນຍາ ແລະ ສັນຍາສາກົນ ຈໍານວນ 43 ສະບັບດັ່ງນີ້:
  1. ສັດຕະຍາບັນແກ່ ສົນທິສັນຍາ ລະຫວ່າງ ສປປ ລາວ ແລະ ອົງການອະນາໄມໂລກວ່າດ້ວຍການຄວບຄຸມຢາ ສູບ ຊຶ່ງ ສປປ ລາວ ໄດ້ລົງນາມ ໃນວັນທີ 29 ມິຖຸນາ 2004 ທີ່ ສຳນັກງານໃຫຍ່ຂອງອົງການອະນາໄມໂລກ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 01/ສພຊ, ລົງວັນທີ 14 ສິງຫາ 2006;
  2. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ປະເທດສະມາຊິກອາຊຽນ (ກອງປະຊຸມຄະນະປະຈຳໄດ້ຕົກລົງໃຫ້ສັດຕະຍາບັນ ຄັ້ງວັນທີ 31 ຕຸລາ 2006);
  3. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍສິດທິທາງດ້ານເສດຖະກິດສັງຄົມ ແລະ ວັດທະນາທຳຂອງພົນລະເມືອງ (ກອງປະຊຸມ ຄປຈ ສພຊ ໄດ້ຕົກລົງໃຫ້ສັດຕະຍາບັນ ຄັ້ງວັນທີ 31/10/2006);
  4. ສັດຕະຍາບັນແກ່ ສົນທິສັນຍາ ລະຫວ່າງ ລາຊະອານາຈັກໄທ ວ່າດ້ວຍການໂອນຕົວຜູ້ຖືກຕັດສິນລົງໂທດ ແລະ ການຮ່ວມມືກັນໃນການປະຕິບັດຄຳຕັດສິນຄະດີອາຍາ (ກອງປະຊຸມ ຄປຈ ສພຊ ໄດ້ຕົກລົງ ໃຫ້ສັດ ຕະຍາບັນ ຄັ້ງວັນທີ 27/3/2007);
  5. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການກຳນົດຈຸດເຊື່ອມຊາຍແດນລະຫວ່າງ ສປປ ລາວ, ສສ ຫວຽດ ນາມ ແລະ ສປ ຈີນ;
  6. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການປົກປ້ອງສົ່ງເສີມຄວາມຮັ່ງມີທາງດ້ານວັດທະນະທຳພາຍໃນ;
  7. ສັດຕະຍາບັນແກ່ ອະນຸສັນຍາເພື່ອຈັດຕັ້ງປະຕິບັດຂໍ້ຜູກພັນຂໍ້ທີ 3 ໃນຂະແໜງການເງິນ ພາຍໃຕ້ສັນຍາອາຊຽນ ວ່າດ້ວຍການບໍລິການ;
  8. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍຕາໜ່າງທາງຫຼວງອາຊີ-ປາຊີຟິກ;
  9. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍກົດບັດອາຊຽນ;
  10. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍຕາຕະລາງຫຼຸດຜ່ອນອັດຕາພາສີອາຊຽນ-ເກົາຫລີ;
  11. ສັດຕະຍາບັນແກ່ ສັນຍາວ່າດ້ວຍການເປີດກ້ວາງການສົ່ງເສີມ ແລະ ປົກປ້ອງການລົງທຶນລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ;
  12. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການຕ້ານການສະໜັບສະໜູນເງິນໃຫ້ແກ່ການກໍ່ການຮ້າຍ;
  13. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການສ້າງຕັ້ງສູນຊີວະນາໆພັນອາຊຽນ;
  14. ສັດຕະຍາບັນແກ່ ສັນຍາຍົກເວັ້ນອາກອນຊ້ຳຊ້ອນ ແລະ ສັນຍາວ່າດ້ວຍການປົກປ້ອງ ແລະ ການສົ່ງເສີມການລົງທຶນລະຫວ່າງ ລັດຖະບານລາວ ແລະ ລັດຖະບານຄູເວດ;
  15. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍຈຸດຄົບເສັ້ນຊາຍແດນລາວ, ຫວຽດນາມ ແລະ ກຳປູເຈຍ;
  16. ສັດຕະຍາບັນແກ່ ສັນຍາວ່າດ້ວຍການປົກປ້ອງການລົງທຶນລະຫວ່າງ ລາວ ແລະ ກຳປູເຈຍ;
  17. ສັດຕະຍາບັນແກ່ ສັນຍາວ່າດ້ວຍການໂອນຕົວຜູ້ຖືກສານຕັດສິນ ລະຫວ່າງ ສປປ ລາວ ແລະ ອັງກິດ;
  18. ສັດຕະຍາບັນແກ່ ສັນຍາວ່າດ້ວຍປົກປ້ອງການລົງທຶນຮອບດ້ານອາຊຽນ;
  19. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍສິດທິທາງດ້ານການເມືອງ ແລະ ສິດທິຂອງພົນລະເມືອງ;
  20. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ;
  21. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການຕ້ານການສໍ້ລາດບັງຫຼວງ;
  22. ສັດຕະຍາບັນແກ່ ສົນທິສັນຍາຂອງອົງການ UNESCO ວ່າດ້ວຍມໍລະດົກທາງດ້ານວັດທະນະທຳທີ່ບໍ່ເປັນວັດຖຸ;
  23. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຫຼີກເວັ້ນອາກອນຊ້ຳຊ້ອນ ລາວ-ບຣູໄນ;
  24. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຍົກເວັ້ນອາກອນຊ້ຳຊ້ອນ ລະຫວ່າງ ສປປ ລາວ ກັບ ມາເລເຊຍ;
  25. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຍົກເວັ້ນອາກອນຊ້ຳຊ້ອນ ລະຫວ່າງ ສປປ ລາວ ກັບ ມຽນມ້າ;
  26. ສັດຕະຍາບັນແກ່ ສັນຍາການສ້າງເຂດການຄ້າເສລີອາຊຽນ, ອົສະຕາລີ ແລະ ນິວຊີແລນ;
  27. ສັດຕະຍາບັນແກ່ ສັນຍາວ່າດ້ວຍການເປັນຄູ່ຮ່ວມມືດ້ານເສດຖະກິດຮອບດ້ານ ອາຊຽນ-ຍີ່ປຸ່ນ;
  28. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຄ້າດ້ານຜະລິດຕະພັນອາຊຽນ;
  29. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຮ່ວມມືດ້ານການຄ້າ ແລະ ເສດຖະກິດລະຫວ່າງ ສປປ ລາວ ກັບ ສ.ຕວກກີ;
  30. ສັດຕະຍາບັນແກ່ ສັນຍາວ່າດ້ວຍການແກ້ໄຂໜີ້ສິນທີ່ ສປປ ລາວມີຕໍ່ລັດເຊຍ;
  31. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການປົກປ້ອງຄວາມອັນຕະລາຍຈາກວັດຖຸທາດນິວເຄຼ່ຍ;
  32. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການຕິດເຄື່ອງໝາຍໃສ່ລະເບີດປຼັດສະຕິກ ເພື່ອຈຸດປະສົງການຄົ້ນຫາ;
  33. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຄົ້ນຄ້ວາຜະລິດຕະພັນພາຍໃຕ້ສັນຍາການຮ່ວມມືຮອບດ້ານລະຫວ່າງ ອາຊຽນ-ອິນເດຍ;
  34. ສັດຕະຍາບັນແກ່ ສັນຍາວ່າດ້ວຍການອຳນວຍຄວາມສະດວກ ການຂົນສົ່ງລະຫວ່າງປະເທດ ແລະ ອານຸສັນຍາ 1 ວ່າດວ້ຍການກຳນົດເສັ້ນທາງຂົນສົ່ງຜ່ານແດນ ແລະ ສິ່ງອຳນວຍຄວາມສະດວກ;
  35. ສັດຕະຍາບັນແກ່ ສັນຍາລະຫວ່າງລັດຖະບານວ່າດ້ວຍລະບົບທາງລົດໄຟຜ່ານອາຊີ;
  36. ສັດຕະຍາບັນແກ່ ສັນຍາວ່າດ້ວຍການຮ່ວມມືເສດຖະກິດຮອບດ້ານລະຫວ່າງອາຊຽນ ແລະ ສ.ເກົາຫຼີ;
  37. ສັດຕະຍາບັນແກ່ ສັນຍາກ່ຽວກັບບັນຊີຫຼຸດຜ່ອນອັດຕາພາສີສິນຄ້າຂອງ ສປປ ລາວ ໃນຂອບການຮ່ວມມື ອາຊຽນ-ສປ ຈີນ;
  38. ສັດຕະຍາບັນແກ່ ສັນຍາກ່ຽວກັບແຜນການຫຼຸດຜ່ອນອັດຕາພາສີໃນຂອບການຄ້າເສລີອາຊຽນ (AFTA) ແຕ່ປີ 2009-2012;
  39. ສັດຕະຍາບັນແກ່ ສັນຍາວ່າດ້ວຍມໍລະດົກທຳມະຊາດ;
  40. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍແຮງງານສາກົນ;
  41. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍ ລະເບີດບົ່ມບີ້ ທີ່ລັດຖະບານລາວໄດ້ຮ່ວມລົງນາມໃນກອງປະຊຸມ ໃນ ເດືອນ ທັນວາ 2008, ທີ່ນະຄອນອົດສະໂລ, ປະເທດນອກແວ;
  42. ສັດຕະຍາບັນແກ່ ອານຸສັນຍາສະບັບທີ 3 ດັດແກ້ສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາວັນອອກສຽງໄຕ້. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 48/ຄປຈ, ລົງວັນທີ 16 ມິຖຸນາ 2011;
  43. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນດ້ານກົດໝາຍ ໃນບັນຫາທາງແພງ ແລະ ທາງອາຍາ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ. ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 49/ຄປຈ, ລົງວັນທີ 16 ມິຖຸນາ 2011.
  • ສະພາແຫ່ງຊາດ ຊຸດທີ VII ໃຫ້ສັດຕະຍາບັນແກ່ ສົນທິສັນຍາ ແລະ ສັນຍາສາກົນ ຈໍານວນ 4 ສະບັບ ດັ່ງນີ້:
  1. ສັດຕະຍາບັນແກ່ ສົນທິສັນຍາວ່າດ້ວຍການປາບປາມການກະທຳຜິດກົດໝາຍ ຕໍ່ຄວາມປອດໄພຂອງການເດີນທະເລ, ມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 120/ຄປຈ, ລົງວັນທີ 10 ຕຸລາ 2011;
  2. ສັດຕະຍາບັນແກ່ ອະນຸສັນຍາເພີ່ມເຕີມວ່າດ້ວຍການປາບປາມການກະທຳຜິດຕ້ານກັບໂຄງສ້າງຖາວອນ ຢູ່ເຂດຊານຝັ່ງທະເລ (ແຄມຝລັ່ງທະເລ) ສະບັບເລກທີ 121/ຄປຈ, ລົງວັນທີ 10 ຕຸລາ 2011;
  3. ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີຕົກລົງ ໃຫ້ລັດຖະບານລາວລົງນາມຕໍ່ຂໍ້ຕົກລົງຫຼາຍຝ່າຍວ່າດ້ວຍການສ້າງຕັ້ງຄັງສະຕິປັນຍາ ລະຫວ່າງປະເທດກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດກັບທະເລ. ໂດຍອອກໝັງສືສະເໜີ ຂອງປະທານຄະນະປະຈຳສະພາແຫ່ງຊາດ, ສະບັບເລກທີ 15/ຄປຈ.ສພຊ, ລົງວັນທີ 24 ພະຈິກ 2011;
  4. ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີໃຫ້ລັດຖະບານລາວເຂົ້າເປັນພາຄີຂອງສົນທິສັນຍາເບີນ ວ່າດ້ວຍການປົກປ້ອງຜົນງານວັນນະກຳ ແລະ ສິລະປະກຳ, ໂດຍອອກໜັງສືສະເໜີ ຂອງປະທານຄະນະປະຈຳສະພາແຫ່ງຊາດ, ສະບັບເລກທີ 15/ຄປຈ.ສພຊ, ລົງວັນທີ 24 ພະຈິກ 2011.
  • ສະພາແຫ່ງຊາດ ຊຸດທີ VIII (2016-2021) ໃຫ້ສັດຕະຍາບັນແກ່ ສົນທິສັນຍາ ແລະ ສັນຍາສາກົນ ຈໍານວນ 22 ສະບັບ ດັ່ງນີ້:
  1. ສັດຕະຍາບັນແກ່ສັນຍາຫຼາຍຝ່າຍຂອງອາຊຽນວ່າດ້ວຍ: ການຂົນສົ່ງຜູ້ໂດຍສານທາງອາກາດຢ່າງເຕັມຮູບແບບ (ASEAN Multilateral Agreement on the Full Liberalisation of Passenger Air Services). ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 07/ຄປຈ, ລົງວັນທີ 28/01/2016;
  2. ສັດຕະຍາບັນແກ່ຂໍ້ຕົກລົງວ່າດ້ວຍ: ເອກະສິດ ແລະ ອະພິສິດ ຂອງປະຊາຄົມອາຊີຕາ ເວັນອອກສ່ຽງໃຕ້ (Agreement on the Privileges and Immunities of the Association of Southeast Asian Nation). ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 021/ຄປຈ, ລົງວັນທີ 05/4/2016;
  3. ສັດຕະຍາບັນແກ່ສັນຍາວ່າດ້ວຍ: ການຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການເສຍອາກອນລາຍໄດ້ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ. ສິງກະໂປ. ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 057/ຄປຈ, ລົງວັນທີ 09/6/2016;
  4. ສັດຕະຍາບັນ​ແກ່ ສັນຍາ​ ປາຣີວ່າ​ດ້ວຍ ການ​ປ່ຽນ​ແປງດິນ​ຟ້າ​ອາກາດ (Paris Agreement on Climate Change). ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 0125/ຄປຈ, ລົງວັນທີ 5/9/2016;
  5. ສັດຕະຍາບັນແກ່ສັນຍາ ແລະ ອະນຸສັນຍາທັງ 02 ສະບັບຄື: ສັນຍາວ່າດ້ວຍ ລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ສສ. ຫວຽດນາມ ແລະ ອະນຸສັນຍາວ່າດ້ວຍ ເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ. ມະຕິ​ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 07/ຄປຈ, ລົງວັນທີ 12/01/2017;
  6. ສັດຕະຍາບັນແກ່ສົນທິສັນຍາອາຊຽນວ່າດ້ວຍ ການຕ້ານການຄ້າມະນຸດ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ (The ASEAN Convention Against Trafficking in Persons, Especially Women and Children ຫຼື ACTIP). ມະຕິ​ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 094/ຄປຈ, ລົງວັນທີ 21/4/2017;
  7. ສັດຕະຍາບັນ ແກ່ສົນທິສັນຍາມິນາມະຕະ ວ່າດ້ວຍ ສານບາຫຼອດ (Minamata Convention on Mercury). ມະຕິ​ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 0140/ຄປຈ, ລົງວັນທີ 29/08/2017;
  8. ສັດຕະຍາບັນ ແກ່ສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສະຫະພັນຣັດເຊຍ (Treaty Between Laos & Russia on Extradition). ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 0156/ຄປຈ, ລົງວັນທີ 29 ທັນວາ 2017;
  9. ສັດຕະຍາບັນແກ່ ສົນທິສັນຍາເພີ່ມເຕີມສົນທິສັນຍາ ວ່າດ້ວຍການກໍານົດເສັ້ນຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ກ່ຽວກັບການດັດແກ້ຈຸດເລີ່ມຕົ້ນຂອງເສັ້ນຊາຍແດນປະເທດລາວ – ຫວຽດນາມ. ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 0167/ຄປຈ, ລົງວັນທີ 25 ທັນວາ 2017;
  10. ສັດຕະຍາບັນ ແກ່ອານຸສັນຍາ ເລກທີ 7 ວ່າດ້ວຍລະບົບຜ່ານແດນພາສີອາຊຽນ (Protocol 7 Customs Transit System). ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 0168/ຄປຈ, ລົງວັນທີ 25 ທັນວາ 2017;
  11. ສັດຕະຍາບັນແກ່ ສັນຍາ ວ່າດ້ວຍຂົວມິດຕະພາບ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ. ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 001/ຄປຈ, ລົງວັນທີ 12 ມັງກອນ 2018;
  12. ສັດຕະຍາບັນແກ່ສົນທິສັນຍາວ່າດ້ວຍການລົງທຶນພາຍໃຕ້ກອບການຮ່ວມມືເສດຖະກິດຮອບດ້ານ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ ແລະ ສາທາລະນະລັດອິນເດຍ. ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 107/ຄປຈ, ລົງວັນທີ 30 ກໍລະກົດ 2018;
  13. ສັດຕະຍາບັນໃຫ້ແກ່ ນິຕິກໍາວ່າດ້ວຍ ການປັບປຸງທໍາມະນູນ ຂອງອົງການແຮງງານສາກົນ (1986) (Instrument for the Amendment of the Constitution of the International Labour Organisation 1986). ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 133/ຄປຈ, ລົງວັນທີ 19 ຕຸລາ 2018;
  14. ສັດຕະຍາບັນແກ່ ອະນຸສັນຍາກຽວໂຕ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (Doha Amendment to the Kyoto Protocol) ສະບັບປັບປຸງ. ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 151/ຄປຈ, ລົງວັນທີ 05 ທັນວາ 2018;
  15. ສັດຕະຍາບັນແກ່ ສັນຍາເຂດການຄ້າເສລີ ລະຫວ່າງ ອາຊຽນ-ຮົງກົງ, ສປ ຈີນ (ASEAN-HONG KONG, CHINA Free Trade Agreement) ແລະ ສັນຍາການລົງທຶນ ລະຫວ່າງ ອາຊຽນ-ຮົງກົງ, ສປ.ຈີນ (ASEAN-HONG KONG, CHINA Investment Agreement). ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 06/ຄປຈ, ລົງວັນທີ 22 ມັງກອນ 2019;
  16. ສັດຕະຍາບັນແກ່ ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອົງການຮ່ວມມືປ່າໄມ້ອາຊີ (The Agreement on the Establishment of the Asian Forest Cooperation Organization ຫຼື AFoCO;
  17. ສັດຕະຍາບັນໃຫ້ແກ່ ອານຸສັນຍາເລກທີ 2 ວ່າດ້ວຍ ການກໍານົດດ່ານພາສີອາຊຽນ ໃນການຂົນສົ່ງສິນຄ້າຜ່ານແດນ (Protocol 2 Designation of Frontier Posts), ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 89/ຄປຈ, ລົງວັນທີ 29 ພຶດສະພາ 2019;
  18. ສັດຕະຍາບັນໃຫ້ແກ່ ສົນທິສັນຍາ ລະຫວ່າງ ລາວ ແລະ ຣັດເຊຍ ວ່າດ້ວຍການໂອນຕົວຜູ້ຖືກຕັດສິນລົງໂທດ (Treaty between the Lao- Russian Federation on Transfer od senten-cend persona) ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 111/ຄປຈ, ລົງວັນທີ 25 ກໍລະກົດ 2019;
  19. ສັດຕະຍາບັນໃຫ້ແກ່ ສົນທິສັນຍາວ່າດ້ວຍ ການເກືອດຫ້າມອາວຸດນິວເຄຼຍ, ມະຕິຂອງຄະນະປະຈໍາສະພາແຫ່ງຊາດ, ສະບັບເລກທີ 147/ຄປຈ, ລົງວັນທີ 13 ກັນຍາ 2019;
  20. ສັດຕະຍາບັນໃຫ້ແກ່ ສົນທິສັນຍາ ລະຫວ່າງລັດຖະບານ ວ່າດ້ວຍທ່າບົກ ຂອງຄະນະກໍາມາທິການອົງການສະຫະປະຊາຊາດວ່າດ້ວຍເສດຖະກິດ ແລະ ສັງຄົມ ປະຈໍາພາກພື້ນອາຊີ ແລະ ປາຊີຟິກ (UNESCAP Intergovernmental Agreement on Dry Port). ມະຕິຂອງ ຄະນະປະຈໍາສະພາແຫ່ງຊາດ ແຫ່ງສະບັບເລກທີ 153/ຄປຈ, ລົງວັນທີ 24 ເດືອນ ກັນຍາ ປີ 2019;
  21. ສັດຕະຍາບັນແກ່ ສົນທິສັນຍາ ວ່າດ້ວຍການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ.ຫວຽດນາມ. ມະຕິຂອງຄະນະປະຈໍາສະພາແຫ່ງຊາດ, ສະບັບເລກທີ 26/ຄປຈ, ລົງວັນທີ 24 ເມສາ 2020;
  22. ສັດຕະຍາບັນແກ່ສົນທິສັນຍາ ວ່າດ້ວຍການໂອນຕົວຜູ້ຖືກຕັດສິນລົງໂທດ ລະຫ່ວາງ ລັດຖະບານແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສັງຄົມນິຍົມຫວຽດນາມ. ມະຕິຂອງຄະນະປະຈໍາສະພາແຫ່ງຊາດ, ສະບັບເລກທີ 19/ຄປຈ, ລົງວັນທີ 11 ມັງກອນ 2021
  • ເຂົ້າຮ່ວມເປັນພາຄີສົນທິສັນຍາ ຈໍານວນ 1 ສະບັບ ຄື:
  1. ການເຂົ້າຮ່ວມເປັນພາຄີຂອງສົນທິສັນຍາວ່າດ້ວຍສັນຍາຊື້-ຂາຍສິນຄ້າ ລະຫ່ວາງປະເທດ (United Nations Convention on Contracts for International Sales of Goods: CISG). ມະຕິຂອງຄະນະປະຈຳ ສະພາແຫ່ງຊາດ ສະບັບເລກທີ 07/ຄປຈ, ລົງວັນທີ 22 ມັງກອນ 2019.
  • ລົງນາມສົນທິສັນຍາ ຈໍານວນ 1 ສະບັບ ຄື:
  1. ພິຈາລະນາການລົງນາມແກ່ ສົນທິສັນຍາ ວ່າດ້ວຍການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍໃນບັນຫາອາຍາ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ.ຫວຽດນາມ. ມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 39/ຄປຈ, ລົງວັນທີ 27 ທັນວາ 2019.
  1. ຢັ້ງຢືນຮັບຊາບສົນທິສັນຍາ, ອະນຸສັນຍາ ແລະ ຂໍ້ຕົກລົງຂອງ ອົງການແຮງງານສາກົນ (ILO). ໜັງສືຢັ້ງຢືນຮັບຊາບຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 204/ຄປຈ, ລົງວັນທີ 12 ສິງຫາ 2021.