loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທືອທີ 3 ຂອງສະພາແຫ່ງຊາດ

ພ.ພ. 17, 2017 | ຂ່າວກອງປະຊຸມ

(ສພຊ) ລະຫວ່າງວັນທີ 9-17 ກັນຍາ 2017, ທ່ານ ນາງ ບົວພັນ ລີໄກຢາ ປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມດ້ວຍ ຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເມືອງແກ່ນທ້າວ ແລະ ເມືອງ ປາກລາຍໄດ້ລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທືອທີ 3 ຂອງສະພາ​ແຫ່ງ​ຊາດ (ສພຊ) ຊຸດທີ VIII ແລະ ສະພາປະຊາຊົນແຂວງ (ສພຂ) ຕໍ່ພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ັ້ງ ຢູ່ເມືອງແກ່ນທ້າວ ມີ 4 ຈຸດຄື: ບ້ານພັດທະນາຫ້ວຍເປັດ, ບ້ານສາມສ້າງປາກແຄນ, ບ້ານໜອງ ແລະ ບ້ານແຄ ​ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 1.786 ຄົນ ຍິງ 1132 ຄົນ; ເມືອງປາກລາຍ ມີ 3 ບ້ານຄື: ລາດສະຫວ່າງ, ພັດທະນາໂພນໄຊ ແລະ ສີສະອາດຊົມພູ ​ເຊິ່ງມີຜູ້ເຂົ້າຮ່ວມ 832 ຄົນ ຍິງ 562 ຄົນ.

ນອກຈາກການເຜີຍແຜ່ເນື້ອໃນຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທືອທີ 3 ຂອງ ສພຊ ແລະ ສພຂ ຄະນະຍັງໄດ້​ເຜີຍ​ແຜ່ບັນດາມາດຕາຂອງກົດໝາຍທີ່ກ່ຽວຂ້ອງກັບເປົ້າໝາຍຜູ້ເຂົ້າຮ່ວມໃນແຕ່ລະຈຸດ, ໄຈ້ແຍກລົງເລີກອະທິບາຍເນື້ອໃນທີ່ມີຄວາມສຳຄັນຈຳເປັນ ແລະ ຕິດພັນກັບການດຳລົງຊີວິດຕົວຈິງຂອງປະຊາຊົນບັນດາເຜົ່າ ໂດຍຕິດພັນກັບມະຕິຂອງຄະນະປະຈຳສະພາແຫ່ງຊາດ, ຄະນະປະຈຳສະພາປະຊາຊົນແຂວງ ທັງໄດ້ໃຫ້ການໂອລົມຕໍ່ຜູ້ມີສິດເລືອກຕັ້ງ ແນ່ໃສ່ເຮັດໃຫ້ຜູ້ມີເລືອກມີຄວາມເຂົ້າໃຈ, ກຳແໜ້ນຕໍ່ນະໂຍບາຍທີ່ພັກ-ລັດໄດ້ວາງອອກແຕ່ລະໄລຍະ ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດທີ່ລັດຖະບານໄດ້ກຳນົດອອກ ແລະ ນຳສະເໜີຜ່ານກອງປະຊຸມ ສພຊ ແລະ ສພຂ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ບົວພັນ ລີໄກຢາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານຂອງແຕ່ລະບ້ານທີ່ສາມາດຍາດໄດ້ໃນໄລຍະຜ່ານມາ; ຄຽງຄູ່ກັນນັ້ນ ກໍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມໃນແຕ່ລະຈຸດ ຈົ່ງມີຄວາມສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເອົົາໃຈໃສ່ສືບຕໍ່ສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ໃນການປູກຝັງລ້ຽງສັດອັນເປັນມູນເຊື້ອໃຫ້ກາຍເປັນສິນຄ້າ ແລະ ຕີຕ້ານທຸກປາກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນຢູ່ພາຍໃນກຸ່ມບ້ານ ກໍຄືພາຍໃນບ້ານຂອງພວກເຮົາໃຫ້ມີຄວາມສະຫງົບຢູ່ສະເໝີ. ​ໃນ​ໂອກາດ​ນີ້, ຍັງໄດ້ເປີດໂອກາດໃຫ້ບັນດາຜູ້ມີສິດເລືອກຕັ້ງທີ່ເຂົ້າຮ່ວມຮັບຟັງ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ສະເໜີຂໍ້ຂັດຂ້ອງໝອງໃຈຕ່າງໆ ເພື່ອຈະໄດ້ນໍາມາປຶກສາຫາລື ແລະ ຊອກວິທີທາງແກ້ໄຂໃນຕໍ່ໜ້າ ​ໂດຍ​ສະ​ເພາະກ່ຽວ​ກັບບັນຫາການຮັບລັດຖະກອນ, ລາຄາສິນຄ້າຕົກຕໍ່າ, ບໍ່​ມີຕະຫລາດຮອງຮັບຜົນຜະລິດຂອງປະຊາຊົນຢູ່ໃນເຂດຫ່າງໄກຊອກຫລີກ ເຮັດໃຫ້ປະຊາຊົນ​ເສຍ​ຜົນປະໂຫຍດ, ເສັ້ນທາງໄປ-ມາພົບຄວາມຫຍຸ້ງຍາກ ໂດຍສະເພາະລະດູຝົນ ແລະ ບັນຫາອື່ນໆ.

ທ້າຍ​ເດືອນ​ສິງຫາ​ຜ່ານ​ມາ, ທ່ານ ນາ​ງ ທັດ​ສະ​ດາ​ພອນ ​ແສງ​ສຸລິຍາ ປະທານ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເພດ​ຍິງ, ສສຊ ປະ​ຈໍາ​ເຂດ​ເລື​ອກຕັ້ງ​ທີ 15 ​ແຂວງຈໍາປາ​ສັກ ​ແລະ​ ທ່ານ ນາງ ປະທຸມ​ມາ ​ແກ້ວມະນີ ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວໜຸ່ມ​ເມືອງ ສສຂ ປະ​ຈໍາ​ເມືອງປະທຸມ​ພອນ ກໍ​ໄດ້​ລົງ​ເຄື່ອນ​ໄຫວ​ວຽກ​ງານ​ດັ່ງກ່າວ ຢູ່​ທີ່​ເມືອງ​ທຸມ​ພອນ ​ໂດຍ​ປະກອບ​ມີ 5 ຈຸດ​ຄື: ບ້ານໜອງ​ແວງ, ບ້ານ​ນໍ້າ​ພາກ, ບ້ານ​ມ່ວງ, ບ້ານ​ແກ້ງ​ນາງ​ອ່າງ ​ແລະ​ບ້ານ​ພະ​​ໂພ, ມີ​ອໍານາດ​ການ​ປົກຄອງ, ພໍ່​ແມ່​ປະຊາຊົນ​ເຂົ້າ​ຮ່ວມ​ຮັບ​ຟັງ​ທັງໝົດ 607 ຄົນ, ຍິງ 275 ຄົນ.

ການ​ລົງ​ເຄື່ອນ​ໄຫວ​ໃນ​ຄັ້ງ​ນີ້, ຕິ​ດພັນ​ກັບ​ການ​ລົງ​ພົບ​ປະ​ຢ້ຽມຢາມ​ຖາມ​ຂ່າວ ​ແລະ​ ເກັບ​ກໍາ​ເອົາ​ຄໍາ​ຄິດ​ຄໍາ​ເຫັນ​, ຄວາມ​ຂັດຂ້ອງໝອງ​ໃຈ ຂອງ​ປະຊາຊົນ​ຢູ່​ແຕ່ລະ​ຈຸດ​ຂອງ​ເມືອງ ​ເພື່ອ​ສັງ​ລວມ ​ແລະ​ ນໍາ​ໄປ​ລາຍ​ງານ​ຕໍ່ຄະນະ​ ສສຊ ປະ​ຈໍາ​ເຂດ​ເລືອກ​ຕັ້ງ ​ເພື່ອ​ຄົ້ນຄວ້າພິຈາລະນາ ​ແລະ​ ຊຸກຍູ້​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ພິຈາລະນາ​ແກ້​ໄຂ; ພ້ອມ​ນັ້ນ, ກໍ​ໄດ້​ມີ​ຄໍາ​ເຫັນ​ໂອ້​ລົມ​ປະຊາຊົນ​ໃຫ້​ມີ​ຄວາມ​ເຊື່ອໝັ້ນຕໍ່ການ​ຊີ້​ນໍາ-ນໍາພາ​ຂອງ​ພັກ-ລັດ ທີ່​ຍາມ​ໃດ​ກໍ​ເປັນ​ຫ່ວງ​ເປັນ​ໃຍ​ຕໍ່ຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​ແລະ ຍັງ​ໄດ້​ປຸກລະດົມ​ພໍ່​ແມ່​ປະຊາຊົນໃຫ້​ມີ​ແນວ​ຄິດ​ຊອກ​ຮູ້​ຍົກ​ລະດັບ ​ແລະ ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

(ນີ່​ຕູ່ ປະສິດທິ​ພົງ ​ແລະ ນາງ ພອນ​ທິດາ ລັດຕະນະ​ວົງ)