
ວັນທີ 15 ກຸມພາ 2022. ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ອັດຕະປື. ທ່ານ ຄໍາສິງ ໄຊສົມແພງ ຮອງປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ພ້ອມຄະນະ ໄດ້ເຮັດວຽກຮ່ວມກັບ ສພຂ ອັດຕະປື. ໂດຍການຕ້ອນຮັບຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 (ຄສຊ 17) ແຂວງອັດຕະປື, ປະທານ ສພຂ. ມີທ່ານ ຄຳບຸນ ດວງພະບາງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາທ່ານ ຄສຊ 17, ຄະນະເລຂາທິການ ແລະ ຫົວໜ້າຂະແໜງ, ຮອງຂະແໜງພ້ອມດ້ວຍພະນັກງານ-ວີຊາການພາຍໃນ ສພຂ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະດໍາເນີນກອງປະຊຸມໄດ້ຮັບຟັງ ແລະ ປືກສາຫາລື ຢ່າງກົງໄປກົງມາ ກ່ຽວກັບການເຄື່ອນໄຫວວຽກງານ ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກ ມາເຖິງປະຈຸບັນ ແລະ ແຜນການໃນຕໍ່ໜ້າ; ການຈັດຕັ້ງປະຕິບັດວຽກງານ ຕາມ 3 ພາລະບົດບາດ ຂອງ ສພຂ; ການສ້າງຕັ້ງກົງຈັກເສນາທິການຂອງ ສພຂ; ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ C ແລະ ສະາປະຊາຊົນແຂວງ ຊຸດທີ III; ການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາສໍາຄັນຂອງແຂວງ; ການຕິດຕາມກວດກາ ການປະຕິບັດລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງ; ການລົງພົບປະຂອງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ; ການປະສານງານລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ອັດຕະປື; ການກະກຽມ ແລະ ດໍາເນີນກອງປະຊຸມ ຂອງຄະນະສາມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ກອງປະຊຸມສະພາປະຊາຊົນແຂວງ ແລະ ວຽກງານອື່ນໆຈໍານວນໜື່ງ. ທັງນີ້, ກໍ່ເພື່ອຊຸກຍູ້ ແລະ ເກັບກໍາຂໍ້ມູນ ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ແລະ ບາງວຽກງານຂອງສະພາປະຊາຊົນແຂວງ, ຮັບປະກັນໃນການປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ ຂອງການເຄື່ອນໄຫວວຽກງານຂອງ ສະພາ ໃຫ້ມີຄວາມເຂັ້ມແຂງຂື້ນເທື່ອລະກ້າວ ໃນຖານະເປັນອົງການ ນິຕິບັນຍັດ ໃຫ້ມີຄຸນນະພາບ ແລະ ປະສິດທິພາບ, ແນໃສ່ຊຸກຍູ້ການປະກອບສ່ວນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ, ເພີ່ມທະວີຄວາມສັກສິດແຫ່ງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ປັບປຸງອຳນາດລັດຂັນທ້ອງຖີ່ນໃຫ້ມີຄວາມເຂັ້ມແຂງ.
(ພາບ-ຂ່າວ: ວິນັດ ສພຂ)

