loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ການຕ້ອນຮັບຄະນະຜູ້ແທນຕ່າງປະເທດ

ການຕ້ອນຮັບຄະນະຜູ້ແທນຕ່າງປະເທດ

                ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຮັບກຽດຕ້ອນຮັບຄະນະຜູ້ແທນຂັ້ນສູງ ແລະບັນດາທູຕານຸທູດຕ່າງປະເທດມາປະຈຳຢູ່ ສປປ ລາວຄື:

1. ທ່ານ ປອ.ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ທ່ານ ຫງວຽນ ຊວັນ ຟຸກ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ.ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ທີ່​ເດີນທາງ​ມາຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ຢ່າງ​ເປັນ​ທາງ​ການ, ​ເຂົ້າ​ຮ່ວມມີຄຳເຫັນໃນ​ກອງ​ປະຊຸມ​ສ​ະ​ໄໝ​ວິສາ ມັນ ​ເທື່ອ​ທີ 01 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່, ໃນວັນທີ 10 ສິງຫາ 2021;

2. ທ່ານ ປອ.ນາງ ສູນທອນ ໄຊຍະຈັກ, ເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ທ່ານ ເຈິນ ແທງ ເມິນ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາຜູ້ປະຈຳການ, ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ທີ່​ເດີນທາງ​ມາເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່,ໃນວັນທີ 10 ສິງຫາ 2021;

3. ທ່ານ ສົມມາດ ພົລເສນາ, ກຳມະການສູນກາງພັກປະຊາຊົນ ປະຕິວັດລາວ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ທ່ານ ເລ ວັນ ແທັງ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ທີ່​ເດີນທາງ​ມາເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່, ໃນວັນທີ 10 ສິງຫາ 2021;

4. ທ່ານ ສົມມາດ ພົລເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ທ່ານ ເລ ກວາງ ຮຸ່ງ, ຮອງລັດຖະມົນຕີກະຊວງກໍ່ສ້າງ ແຫ່ງ ສສ.ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ທີ່​ເດີນທາງ​ມາເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່, ໃນວັນທີ 7 ສິງຫາ 2021;

5. ທ່ານ ພົນໂທ ສຸວອນ ເລືອງບຸນມີ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພົບປະກັບ ທ່ານ ຟານ ວັນ ຢາງ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຊາດ ແຫ່ງ ສສ.ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ທີ່​ເດີນທາງ​ມາເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່, ​ໃນວັນທີ 9 ສິງຫາ 2021;

6. ທ່ານ ພົຈວ ວົງສັກ ພັນທະວົງ, ປະທານກໍາມາທິການປກຊ-ປກສ, ສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບ ທ່ານ ຫງວຽນ ແທັງ ຫງິ, ລັດຖະມົນຕີກະຊວງກໍ່ສ້າງ ແຫ່ງ ສສ.ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ທີ່​ເດີນທາງ​ມາເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວ ຫຼັງໃໝ່, ໃນວັນທີ 10 ສິງຫາ;

7. ທ່ານ ນາງ ວັນດີ ບຸດທະສະວົງ, ຮອງປະທານກໍາມາທິການການຕ່າງປະເທດລາວ ຕ້ອນຮັບ ທ່ານ ດິງ ກົງ ສີ, ຮອງປະທານກໍາມາທິການການຕ່າງປະເທດຫວຽດນາມ ເດີນທາງມາເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ, ລະຫວ່າງວັນທິ 04-08 ພຶດສະພາ 2022, ເພື່ອກະກຽມຄວາມພ້ອມໃຫ້ແກ່ການມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສປປ ລາວ ຂອງ ທ່ານປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ;

8. ທ່ານ ປອ. ເພັດພອນໃຈ ສິນລະປຣະກິດ, ຫົວໜ້າຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດລາວ ຕ້ອນ ຮັບ ທ່ານ ຟາມ ດຶກ ທາວ, ຫົວໜ້າກົມໃຫຍ່ຄຸ້ມຄອງ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມພ້ອມດ້ວຍຄະນະເດີນທາງມາເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ, ລະຫວ່າງວັນທິ 06-10 ພຶດສະພາ 2022, ເພື່ອ​​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ທາງ​ດ້ານ​ການ​ຄຸ້ມ​ຄອງ​ລະບົບ​ອາຄານ​ຫໍ​ສະພາ​ແຫ່ງ​ຊາດ​ລາວ-ຫວຽດນາມ ແລະ ການຈັດ​ວາງສະ​ແດງ​ຫ້ອງມູນ​ເຊື້ອ ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ເພື່ອ​ຂຶ້ນ​ແຜນການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວິຊາ​ການ ​ໃນ​ຂັ້ນ​ຕໍ່​ໄປ.

9. ທ່ານ ປອ. ໄຊສົມພອນ ພົມວິຫານ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ນຳໂດຍ ທ່ານ ເວືອງ ດິງ ເຫວະ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ແລະ ຄະນະ ມາຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງ ວັນທີ 15-17 ພຶດສະພາ 2022;

10. ທ່ານ ປອ. ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຕ້ອນຮັບ ທ່ານ ສົມເດັດ ອັກຄະ ມະຫາ ໂປເຢຍ ຈັກກຣີ ເຮັງ ຊໍາຣິນ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງ ວັນທີ 14-16 ກັນຍາ 2022;

       ຄະນະນຳຂອງສະພາແຫ່ງຊາດ ຕ້ອນຮັບທູຕານຸທູດ, ອົງການຈັດຕັ້ງສາກົນ ແລະ ແຂກຕ່າງປະເທດ ເຂົ້າຢ້ຽມຂໍ່ານັບການນໍາ, ອຳລາ, ພົບປະເຮັດວຽກ ຈຳນວນຫຼາຍຄະນະ.

ເດືອນ 12.2022

1)      ທ່ານ ນາງ ວັນດີ ບຸດທະສະວົງ, ຮອງປະທານກຳມາທິການການຕ່າງປະເທດ ພົບປະສອງຝ່າຍກັບ ທ່ານ Gilang Dhielafararez, ຮອງປະທານກໍາມາທິການຮ່ວມມືລັດຖະສະພາສາກົນ, ສະພາຜູ້ແທນປະຊາຊົນ ສ. ອິນໂດເນເຊຍ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ, ໃນວັນທີ 12 ທັນວາ 2022;

2) ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຕ້ອນຮັບ ຄະນະສະມາຊິກສະພາແຫ່ງຊາດໜຸ່ມ ແຫ່ງ ສສ.ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ໃນລະຫວ່າງ ວັນທີ 23-27 ທັນວາ 2022;

3) ທ່ານ ປອ.ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Gilang Dhielafararez, ຮອງປະທານກໍາມາທິການຮ່ວມມືລັດຖະສະພາສາກົນ, ສະພາຜູ້ແທນປະຊາຊົນ ສ. ອິນໂດເນເຊຍ ພ້ອມດ້ວຍຄະນະ, ໃນວັນທີ 12 ທັນວາ 2022;

4) ທ່ານ ສັນຍາ ປຣະເສີດ, ປະທານກຳມາທິການການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ທ່ານ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ, ໃນວັນທີ 8 ທັນວາ 2022;

5) ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ, ຮອງປະທານກຳມາທິການບັນດາເຜົ່າ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ChengSue Vang, ຮອງປະທານອາວຸໂສ ບໍລິສັດ NutraSpace LLC/CEO NutraSpace Asia ພ້ອມດ້ວຍ ຄະນະນັກກິລາກ໋ອຟ ຄົນເຊື້ອຊາດລາວເຜົ່າມົ້ງ ຈາກລັດມິນນີໂຊຕາ ແລະ ລັດວິສຄອນຊີນ ສ.ອາເມລິກາ ຈຳນວນ 35 ທ່ານ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກິລາກ໋ອຟມິດຕະພາບ ຢູ່ ສປປ ລາວ, ໃນວັນທີ 8 ທັນວາ 2022;

ເດືອນ 1. 2023

3) ທ່ານ ລີເບີ ລີບົວປາວ ຕ້ອນຮັບ ຄະນະຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ ນຳໂດຍທ່ານ ສົມສັກ ຄຸນເງິນ, ປະທານກຳມາທິການການເງິນ, ການຄັງສະຖາບັນການເງິນ ແລະ ການຕະຫຼາດການເງິນ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ 21-24 ມັງກອນ 2023.

4) ທ່ານ ພົຕ. ປອ ວົງສັກ ພົນທະວົງ ຕ້ອນຮັບ ສຳເລັດການກະກຽມຮອບດ້ານ ໃນການຕ້ອນຮັບ ຄະນະຜູ້ແທນ ຄະນະມິດຕະພາບລັດຖະສະພາມົງໂກລີ-ລາວ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 28 ມັງກອນ – 03 ກຸມພາ 2023.

5) ທ່ານ ປອ. ຈະເລີນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຈອງຊຸງ ລິມ (Jong-Seoung Lim),ສະມາຊິກສະພາແຫ່ງຊາດ ແຫ່ງ ສ. ເກົາຫຼີ, ຫົວໜ້າຝ່າຍການເງິນ ຂອງຄະນະກຳມະການທີ່ປຶກສາດ້ານນ້ຳຂອງເອຊີ ພ້ອມດ້ວຍຄະນະ, ໃນວັນທີ 16 ມັງກອນ 2023;

6) ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ Dr. Pratito Soeharyo, ເອກອັກຄະລັດຖະທູດ ແຫ່ງ ສ. ອິນໂດເນເຊຍ, ໃນວັນທີ 20 ມັງກອນ 2023.

ເດືອນ 2. 2023

ເດືອນ 4.2023

ເດືອນ 9.2023

ເດືອນ 10.2023

ເດືອນ 11.2023

ເດືອນ 1.2024