loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຮ່ວມລະຫວ່າງ ກມຍທ ສະພາແຫ່ງຊາດ ກັບຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສພຂ ຫລວງນໍ້າທາ

ທ.ວ. 20, 2016 | ຂ່າວກອງປະຊຸມ

ກ່ອນໜ້ານີ້, ໃນວັນທີ 19 ກັນຍາ ທີ່ຫ້ອງປະຊຸມ ສພຂ ຫລວງນໍ້າທາ ໄດ້ເປີດກອງປະຊຸມຮ່ວມລະຫວ່າງ ກມຍທ ສະພາແຫ່ງຊາດ ກັບຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສພຂ ຫລວງນໍ້າທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ບົວຄໍາ ທິບພະວົງ ແລະ ທ່ານ ກົງເພັດ ແກ້ວບົວພາ ຮອງປະທານ ສພຂ ຫລວງນໍ້າທາ, ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ເຂົ້າຮ່ວມມີຫົວໜ້າກົມຄໍາຮ້ອງຂໍຄວາມເປັນທຳ ສພຊ,​ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ຕາງໜ້າຈາກສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທຳແຂວງ,​ ກອງບັນຊາການ ປກສ ແຂວງ,​ ຄະນະກວດກາພັກ-ລັດ,​ ພະນັກງານວິຊາການຈາກ ກມຍທ ​ແລະ ຈາກຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ເຂົ້າຮ່ວມທັງໝົດ 18 ທ່ານ ຍິງ 5 ທ່ານ.

ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຈາກພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຮັບຟັງການລາຍງາຍຫຍໍ້ຈາກປະທານສານປະຊາຊົນແຂວງ ແລະ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 2 ແລະ 3 ຂອງ ສພຊ ແລະ ສພຂ, ສະພາບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສານປະຊາຊົນແຂວງ ແລະ ອົງການໄອຍການປະຊາຊົນແຂວງ ໂດຍສະເພາະແມ່ນສະພາບພະນັກງານສືບສວນ-ສອບສວນ ແລະ ຜູ້ພິພາກສາຂອງສານ; ລາຍງານຫຍໍ້ຈາກຫົວໜ້າພະແນກຍຸຕິທຳແຂວງກ່ຽວກັບສະພາບການເຄື່ອນໄຫວຈັດຕັ້ງປະຕິບັດຄໍາຕັດສິນຂອງສານໃນໄລຍະຜ່ານມາ;​ ລາຍງານຫຍໍ້ຈາກຮອງຫົວໜ້າກອງບັນຊາການ ປກສ ແຂວງ ກ່ຽວກັບສະພາບການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການກັກຂັງຜູ້ຕ້ອງຫາ, ການປ່ອຍຕົວຜູ້ຕ້ອງຫາ, ສະພາບການຄຸ້ມຄອງຜູ້ຕ້ອງຫາ ແລະ ນັກໂທດຢູ່ຄ້າຍຄຸມຂັງ-ດັດສ້າງ;​ ລາຍງານຫຍໍ້ຈາກ ຮອງປະທານອົງການກວດກາລັດແຂວງ ກ່ຽວກັບການພິຈາລະນາແກ້ໄຂຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາ,​ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທີ່ພົວພັນກັບຂົງເຂດຍຸຕິທຳ.

ພ້ອມກັນນັ້ນ, ຍັງໄດ້ຮັບຟັງການເຈາະຈີ້ມຈາກປະທານ ກມຍທ ຕໍ່ກັບບົດລາຍງານຫຍໍ້ທີ່ອົງການກ່ຽວຂ້ອງລາຍງານຕໍ່ກອງປະຊຸມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ອະທິບາຍ, ຊີ້ແຈງ, ຕໍ່ກັບຄໍາເຈາະຈີ້ມດັ່ງກ່າວ ຢ່າງກົງໄປກົງມາ ແລະ ພາກສ່ວນທີ່ກ່ຽວຂ້ອງຍັງມີຂໍ້ສະເໜີ ແລະ ຄໍາຊັກຖາມຕ່າງໆ ທີ່ກ່ຽວຂ້ອງກັບສິດ ແລະ ໜ້າທີ່ຮັບຜິດຊອບຂອງຕົນຕໍ່ກັບປະທານ ກມຍທ ເພື່ອນໍາໄປພິຈາລະນາແກ້ໄຂ.

ຕອນທ້າຍກອງປະຊຸມ, ທ່ານ ນາງ ບົວຄໍາ ທິບພະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຂອງ ສພຂ ຫລວງນໍ້າທາ ກໍຄືຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ແລະ ບັນດາອົງການທີ່ກ່ຽວຂ້ອງຕ່າງໆ ເປັນຕົ້ນແມ່ນ ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທຳແຂວງ, ກອງບັນຊາການ ປກສ ແຂວງ, ອົງການກວດກາລັດ ແລະ ອົງການຕ້ານການສໍ້ລາດບັງຫລວງ; ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ແລະ 5 ອົງການດັ່ງກ່າວ ຈົ່ງສືບຕໍ່ເຄື່ອນໄຫວວຽກງານຂອງຕົນຕາມພາລະບົດບາດ ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນກົດໝາຍ ໃຫ້ມີປະສິດທີິຜົນ ແລະ ຍຸຕິທຳ.

(ແສງພອນ ອຶນ​ນະ​ລົງ ​ແລະ ນາງ ອຳພອນ ສີປະເສີດ)