loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປະຫວັດຄວາມເປັນມາຂອງສະພາແຫ່ງຊາດ

ປະຫວັດຄວາມເປັນມາຂອງສະພາແຫ່ງຊາດ

ຕັ້ງ​ແຕ່​ສະ​ຕະ​ວັດ​ທີ​ສິບ​ແປດເປັນ​ຕົ້ນ​ມາທີ່​ປະ​ຊາ​ຊົນ​ລາວໄດ້​ຕໍ່​ສູ້ ເພື່ອ​ຄວາມ​ເປັນ​ເອ​ກະ​ລາດ. ພາຍ​ໃຕ້​ການ​ນໍາ​ພາຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວໄດ້​ນໍາ​ພາ​ໄປ​ເຖິງການ​ ປົດ​ປ່ອຍ​ປະ​ເທດ​ຊາດ​ຢ່າງ​ສົມ​ບູນ. ໄປ ​ພ້ອ​ມໆ​ກັບການ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນ​ລາວ ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ຊຸດ​ທີ I ກໍ​ໄດ້​ຮັບ​ການ ​ສ້າງ​ຕັ້ງ​ຂຶ້ນໂດ​ຍກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ ປະ​ເທດໃນ​ວັນ​ທີ 2 ທັນວາ 1975.

ຊຸດ I

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ I

ປະກອບ​ດ້ວຍ​ສະ​ມາ​ຊິກ​ທັງ​ໝົດ 45 ທ່ານ​, ເຊິ່ງ​ໃນ​ນັ້ນ​ມີ​ເພດ​ຍິງ 4 ທ່ານ. ທ່ານ ສຸ​ພາ​ນຸ​ວົງ ຖືກ​ເລືອກ​ຕັ້ງ​ເປັນ​ປະ​ທານ​ສະ​ພາ​, ແລະມີີຮອງປະທານ 4 ທ່ານ ຄື:​ທ່ານ​ ສີ​ສົມ​ພອນ​ ລໍ​ວັນ​ໄຊ​,ທ່ານ ສີ​ທົນ ກົມ​ມະ​ດໍາ​, ທ່ານ ໄຟ​ດ່າງ ລໍ​ເບຼຍ​ຢາວ​ ແລະ​ ທ່ານ ຄໍາ​ສຸກ ແກ້ວ​ລາ ​ເປັນ​ຮອງ​ປະ​ທານ​   ທັງ ​ເປັນ​ເລ​ຂາ​ທິ​ການ​ໃຫຍ່. ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດຊຸດ​ທີ I ປະກອບ​ມີ​ ຄະ​ນະ​ປະ​ຈໍາ 5 ທ່ານ ແລະ 3 ກໍາ​ມາ​ທິ​ການ​ຄື​: ກໍາ​ມາ​ທິ​ການ​ຮ່າງ​ລັດ​ຖະ​ທໍາ​ມະ​ນູນ​, ກໍາ​ມາ​ທິ​ການ​ລັດ​ຖະ​ບັນ​ຍັດ ​ແລະ​ກົດ​ໝາຍ​ເລືອກ​ຕັ້ງ ແລະ​ກໍາ​ມາ​ທິ​ການ​ແຜນ​ການ-​ ການ​ເງິນ ແລະ ຫ້ອງວ່າການສະພາປະຊາຊົນ. ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ຊຸດ​ທີ I ມີ​ບົດ​ບາດ​ໜ້າ​ທີ່​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ບັນ​ດາ​ຊັ້ນ​ຄົນ ​ແລະ ​ຊົນ​ເຜົ່າ​ໃນ​ທົ່ວ​ປະ​ເທດ ເພື່ອ​ປະຕິ​ບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ​ຄື​: ປົກ​ປັກ​ຮັກ​ສາ​ ແລະ​ກໍ່​ສ້າງ​ປະ​ເທດ​ຊາດ.

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດຊຸດ​ທີ I ໄດ້​ເຮັດ ​ຫຼ້ອນ​ພາ​ລະ​ບົດ​ບາດ​ ແລະ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນໃນ​ການ​ປຸກ​ລະດົມ​, ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ປ​ວງ​ຊົນ​ທັງ​ຊາດ​, ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ວັດ​ກໍ​ຄື​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ ຊາດ​ໄວ້​ໄດ້ຢ່າງ​ໝັ້ນ​ຄົງ​, ພ້ອມ​ນີ້​ກໍ​ຍັງ​ໄດ້​ຟື້ນ​ຟູ​ເສດ​ຖະ​ກິດ​, ວັດ​ທະ​ນະ​ທໍາ​ສັງ​ຄົມ​, ຮໍາ​ບາດ​ແຜ​ສົງ​ຄາມ​ ແລະ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປ​ວງ​ຊົນ​ລາວ​ບັນ​ດາ​ເຜົ່າ​ໃຫ້​ນັບ​ ມື້​ດີ​ຂຶ້ນ.

ນອກ​ນີ້​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ຊຸດ​ທີ I ຍັງ​ໄດ້​ເຮັດ​ໜ້າ​ທີ່​ຄົ້ນ​ຄ​ວ້າ​ພິ​ຈາ​ລະ​ນາ​ ແລະ​ຕົກ​ລົງ​ຮັບ​ຮອງ​ເອົາ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີເທື່ອ​ທີ 1 (1980-1985); ພິຈາ​ລະ​ນາ​ຮັບ​ຮອງ​ເອົາ​ກົດ​ໝາຍ​ໃໝ່​ຈໍານວນ​ໜຶ່ງ​ເຊັ່ນ​: ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາ​ລັດ​ຖະ​ມົນ ​ຕີ​ ແລະ​ຄະ​ນະ​ກໍາ​ມະ​ການ​ປົກ​ຄອງ​ທ້ອງ​ຖິ່ນ​, ກົດ​ໝາຍ​ລົງ​ທຶນ​ຕ່າງ​ປະ​ເທດ​ ແລະ​ໄດ້​ພິ​ຈາ​ລະ​ນາ​ຕົກ​ລົງ​ບັນ​ດາບັນ​ຫາ​ສໍາ​ຄັນ​ອື່ນໆ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ.

ຊຸດ II

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ II 

ມາໃນ​ວັນ​ທີ 26 ມີ​ນາ​ 1989 ກໍ ໄດ້​ຮັບ​ການ​ເລືອກ​ຕັ້ງ​ຂື້ນ ໂດຍ​ຜ່ານ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ. ສະ​ພາ​ຊຸດ​ນີ້​ປະກອບ​ດ້ວຍ​ສະ​ມາ​ຊິກ​ 79 ທ່ານ​, ໃນ​ນັ້ນ​ມີ​ເພດ​ຍິງ 5 ທ່ານ.ທ່ານ ໜູ​ຮັກ ພູມ​ສະ​ຫວັນ​ ຖືກ​ຄັດ​ເລືອກ​ໃຫ້​ເປັນ​ປະ​ທານ, ທ່ານ ທອງສິງ ທຳມະວົງ ເປັນຮອງປະທານ ​ແລະ​ປະກອບ​ມີ​ຄະ​ນະ​ປະ​ຈໍາ ຈຳນວນ 6 ທ່ານ ແລະ​ກໍາ​ມາ​ທິ​ການ​ 5 ກຳມາທິການ ຄື​: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເລ​ຂາ​ນຸ​ການ​, ກຳມາທິການເສດຖະກິດແັນການ ແລະການເງິນ, ກໍາ​ມາ​ທິ​ການ​ວັດ​ທະ​ນະທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ​; ສໍາ​ລັບ​ຢູ່​ທ້ອງ​ຖິ່ນ​ແມ່ນ​ປະກອບ​ດ້ວຍ​ສະ​ພາ​ປະ​ຊາ​ຊົນ​ແຂ​ວງ ແລະ​ສະ​ພາ​ປະ​ຊາ​ຊົນ​ເມືອງ.

     ສະພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ II ໄດ້​ມີ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ເຮັດ​ຫຼ້ອນ​ພາ​ລະ​ບົດ​ບາດ​ ແລະ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ​ຄື​: ໄດ້​ເຮັດ​ສໍາ​ເລັດ​ການ​ຮ່າງ​ລັດ​ຖະ​ທໍາ​ມະ​ນູນ​ແຫ່ງ​ຊາດ ​ສະ​ບັບ​ທໍາ​ອິດ​ຂອງສ ​ປ​ປ​ລາວ ​ເຊິ່ງ​ໄດ້​ຖືກ​ຮັບ​ຮອງ​ເອົາ​ຢູ່​ໃນກອງ​ປະ​ຊຸມ ເທື່ອ​ທີ 6 ສະ​ໄໝສາ​ມັນ​ຂອງ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ຊຸດ​ທີ II ໃນ​ວັນ​ທີ 14 ສິງ​ຫາ​ 1991, ສະ​ພາ​ປະ​ຊາ​ຊົນ ຊຸດ​ທີ II ຍັງ​ໄດ້​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ກົດ ໝາຍ​ໃໝ່​ຈໍານວນ 22 ສະ​ບັບ. ນອກ​ນີ້​ກໍ​ຍັງ​ໄດ້​ຕັ້ງ​ໜ້າ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງ​ປະ​ເທດ​, ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່​ວມ​ມື​ກັບ​ອົງ​ການ​ລັດ​ຖະ​ສະ​ພາ​ສາ​ກົນ, ພາກ​ພື້ນ​ ແລະ​ລັດ​ຖະ​ສະພາ​ປະ​ເທດ​ເພື່ອນ​ມິດ​ອີກ. ດ້ວຍ​ເຫດ​ນີ້ ສ​ປ​ປ​ລາວ​ ຈຶ່ງ​ໄດ້​ເປັນ​ທີ່​ຮັບ​ຮູ້​ອັນກ​ວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ.

     ກອງປະ​ຊຸມ​ໃຫຍ່​ຄັ້ງ​ທີ​ 83 ຂອງ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ທີ່​ປະ​ເທດ​ໄຊ​ປ​ລັດ​ຊ໌​ໄດ້​ຕົກ​ລົງ​ຮັບ ​ເອົາ ສ​ປ​ປ​ລາວ​ເຂົ້າ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ອົງ​ການ​ດັ່ງ​ກ່າວ. ສ​ປ​ປ​ລາວ ​ຍັງ​ເປັນ​ຜູ້​ສັງ​ເກດ​ການ​ຂອງ​ລັດ​ຖະ​ສະ​ພາ​ອາ​ຊຽນ​ ແລະ​ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ລັດ​ຖະ​ສະ​ພາ​ລາວ​-ຍີ່​ປຸ່ນ.

ຊຸດ III

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ III

ໃນວັນ​ທີ 20 ທັນ​ວາ​ 1992 ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ໃນວັນທີ  ​ແລະ​ໄດ້​ປ່ຽນ​ຊື່​ຈາກ​ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ມາ​ເປັນ​ສະ​ພາ​ແຫ່ງ​ຊາດ ເພື່ອ​ເຄື່ອນ​ໄຫວ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ແລະ​ໜ້າ​ທີ່​ໃນ​ຖາ​ນະ​ອົງ​ການ​ນິ ​ຕິ​ບັນ​ຍັດ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ລັດ​ຖະ​ທໍາ​ມະ​ນູນ​ໃນ​ພາກ​ກ່ຽວ​ກັບ ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາ​ແຫ່ງ​ຊາດ. ສະ​ພາ​ແຫ່ງ​ຊາດ ຊຸດ​ທີ III  ເປັນ​ສະ​ພາ​ຊັ້ນ​ດຽວ​ ບໍ່​ມີ​ສະ​ພາ​ທ້ອງ​ຖິ່ນ.

     ສະພາ​ແຫ່ງ​ຊາດ ຊຸດ​ທີ​ III  ປະກອບ​ມີ​ສະ​ມາ​ຊິກ​ທັງ​ໝົດ 85 ທ່ານ​, ໃນ​ນັ້ນ​ມີ​ເພດ​ຍິງ 8 ທ່ານ​, ທ່ານ​ສະ​ໝານ ວິ​ຍະ​ເກດ​ ຖືກ​ເລືອກ​ເປັນ​ປະ​ທານ ແລະ​ມີ​ຮອງ​ປະ​ທານ 2 ທ່ານ, ທ່ານ ຄຳບູ່ ສຸນິໄຊ, ທ່ານ ວົງເພັດ ໄຊເກີຢາຕົວ​, ປະກອບມີຄະ​ນະປະຈຳ 07 ທ່ານ ແລະ​ມີ 6 ກໍາ​ມາ​ທິ​ການ​ຄື​: ກໍາ​ມາ​ທິ​ການ​ເລ​ຂາ​ນຸ​ການ​, ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ​ແຜນ​ການ ແລະ​ການ​ເງິນ​, ກໍາ​ມາ​ທິ​ການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ ແລະ​ກໍາ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ພ້ອມ​ນີ້​ກໍ​ ມີ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.

     ນັບ​ແຕ່​ມື້​ເລືອກ​ຕັ້ງ​ເປັນ​ຕົ້ນ​ມາ​, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ III ໄດ້​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ ແລະ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ​ຄື​ໄດ້​ດໍາ​ເນີ​ນກອງ​ປະ​ຊຸມ​ສະ​ໄໝສາ​ມັນ ແລະ​ວິ​ສາ​ມັນ​ຂອງ​ຕົນ 9 ເທື່ອ.ບັນ​ຫາ​ທີ່​ພົ້ນເດັ່ນ​ໃນກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ໄດ້​ຕົກ​ລົງ​ບັນ​ຫາ​ສໍາ​ຄັນ​ຂອງ​ປະ​ເທດ​ ຊາດ​ເຊັ່ນ​: ສ້າງ​ຕັ້ງ​ແລະ​ປັບ​ປຸງ​ກົງ​ຈັກ​ໃນ​ລະ​ບົບ​ອໍາ​ນາດ​ແຫ່ງ​ລັດ​ຂັນ​ສູນ​ກາງ​; ຕົກ​ລົງ​ຮັບ​ຮອງ​ເອົາ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມແລະ​ງົບ​ປະ​ມານ​ປະ​ຈໍາ​ປີ​; ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ກົດ​ໝາຍ​ໃໝ່​ໄດ້​ຫຼາຍ​ສະ​ບັບ​ແລະ​ດັດ​ແກ້​ກົດ​ໝາຍ ​ເກົ່າ​ໄດ້ 3 ສະ​ບັບ​, ໄດ້​ຈັດ​ຕັ້ງ​ໜ່ວຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແລະ​ຫ້ອງ​ການ​ສະ​ພາ​ແຫ່ງ​ຊາດ​ຢູ່​ແຕ່​ລະ​ເຂດ​ເລືອກ​ຕັ້ງ​; ສືບ​ຕໍ່​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ໃຫ້​ນັບ​ມື້ກ​ວ້າງ​ຂວາງ.

     ໃນຕະຫຼອດ​ໄລ​ຍະ 20 ກ​ວ່າ​ປີ​ແຫ່ງ​ການ​ສ້າງ​ຕັ້ງ​, ປັບ​ປຸງ​ ແລະ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ສະ​ພາ​ແຫ່ງ​ຊາດ ແຫ່ງ​ ສ​ປ​ປ​ລາວ ທັງ 3 ຊຸດລ້ວນ​ແຕ່​ໄດ້​ເຮັດ​ຫຼ້ອນ​ພາ​ລະ​ບົດ​ບາດ​ ແລະ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ ​ດີ​; ຜົນ​ສໍາ​ເລັດ​ຂອງ​ສະ​ພາ​ແຕ່​ລະ​ຊຸດ​ໄດ້​ກາຍ​ເປັນ​ປັດ​ໃຈ​ທີ່​ສໍາ​ຄັນ​ໃນ​ ຂະບວນ​ວິ​ວັດ​ແຫ່ງ​ການ​ຂະ​ຫຍາຍ​ຕົວ​ໃນ​ແຕ່​ລະ​ໄລ​ຍະ​ ໂດຍ​ສະ​ເພາະ​ແມ່ນໄລ​ຍະ​ແຫ່ງ​ການ​ປະ​ຕິ​ບັດແນວ​ທາງ​ປ່ຽນ​ແປງ​ໃໝ່ຂອງ​ພັກ​ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​, ປະກອບ​ສ່ວນເຂົ້າ​ໃນ​ການ​ກໍ່​ສ້າງ​, ປັບ​ປຸງ​ ແລະ​ບູ​ລະ​ນະ​ລະບອບ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ໃຫ້​ນັບ​ມື້​ນັບ​ໜັກ​ແໜ້ນ​ ແລະ​ໝັ້ນ​ຄົງ.

ຊຸດ IV

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ IV

ຊຶ່ງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ​ 21 ທັນ​ວາ 1997, ໄດ້​ກາຍ​ເປັນ​ເຫດ​ການ​ປະ​ຫວັດ​ສາດ ທີ່​ສໍາ​ຄັນ​ ເຊິ່ງ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ຂອງ​ລະບອບ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ທີ່​ເປັນ​ໜ້າ​ຈົດ​ຈໍາ​ໄວ້​ໃນ​ປະ​ຫວັດ​ສາດຂອງ​ປະ​ເທດ​ເຮົາ.

ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IV  ປະກອບ​ດ້ວຍ​ສະ​ມາ​ຊິກ​ທັງ​ໝົດ 99 ທ່ານ​, ໃນ​ນັ້ນ​ມີ​ເພດ​ຍິງ 21 ທ່ານ. ທ່ານ ສະ​ໝານ ວິ​ຍະ​ເກດຖືກ​ເລືອກ​ເປັນ​ປະ​ທານ ແລະ​ມີ​ຮອງ​ປະ​ທານ 3 ທ່ານ​, ໃນ​ນັ້ນ​ເພດ​ຍິງ 1ທ່ານ ຄື: ທ່ານ ຄຳບູ່ ສຸນິໄຊ, ທ່ານ ວົງເພັດ ໄຊເກີຢາຈົງຕົວ ແລະ ທ່ານ ນາງ ອ່ອນຈັນ ທຳມະວົງ. ສະ​ພາ​ຊຸດ​ນີ້​ມີ​ຄະ​ນະ​ປະ​ຈໍາ ຈໍານວນ 7 ທ່ານ​ ແລະ​ມີ 6 ກໍາ​ມາ​ທິ​ການ​ຄື​: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ​-ການ​ເງິນ​, ກໍາ​ມາ​ທິ​ການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ບັນ ​ດາ​ເຜົ່າ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​ແລະ​ກໍາ​ມາ​ທິ​ການ​ພົວ ​ພັນ​ຕ່າງ​ປະ​ເທດ​, ພ້ອມ​ນີ້ກໍ​ມີ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.

ເປັນທີ່​ສັງ​ເກດ​ເຫັນ​ວ່າ ນັບ​ແຕ່​ສະ​ພາ​ຊຸດ​ທີ​ I ຈົນ​ເຖິງ​ຊຸດ​ທີ IV , ສະ​ພາ​ແຫ່ງ​ຊາດ ແຫ່ງ ສ​ປ​ປ ລາວ​ ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ບໍ່​ຢຸດ​ຢັ້ງ. ໃນ​ແຕ່​ລະ​ຊຸດ​ການ​ເລືອກ​ຕັ້ງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ໄດ້​ເພີ້ມ​ຂື້ນ​ທັງ​ ເພດ​ຊາຍ​ ແລະ​ເພດ​ຍິງ. ຕົວ​ຢ່າງ​: ໃນ​ສະ​ພາ​ຊຸດ​ທີ I ປະກອບ​ມີ​ສະ​ມາ​ຊິກ ຈໍານວນ 45 ທ່ານ​, ໃນ​ນັ້ນ​ມີ​ເພດ​ຍິງ 4 ທ່ານ. ແຕ່​ມາ​ຮອດ​ສະ​ພາ​ຊຸດ​ທີ 4 ມີ​ເພດ​ຍິງ 21 ທ່ານ​ໃນ​ຈໍານວນ​ສະ​ມາ​ຊິກ​ທັງ​ໝົດ 99ທ່ານ. ສະ​ພາ​ແຫ່ງ​ຊາດ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ມີ​ການ​ປ່ຽນ​ແປງ​ດ້ານ​ປະ​ລິ​ມານ​, ແຕ່​ຄຸນ​ນະ​ພາບ​ຂອງ​ວຽກ​ງານ​ກໍ​ໄດ້​ຮັບ​ການ​ປັບ​ປຸງ ນັບ​ມື້​ນັບ​ດິ​ຂຶ້ນ​ອີກ​ດ້ວຍ.

ຜົນ​ສໍາ​ເລັດ​ແຫ່ງ​ການ​ຈັດ​ຕັ້ງ​ ແລະ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດໃນ​ໄລ​ຍະ​ຜ່ານ​ມາ​ ໄດ້​ກາຍ​ເປັນ​ບົດ​ຮຽນ​ອັນ​ລໍ້າ​ຄ່າ​ໃຫ້​ແກ່​ການ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IV  ກໍ​ຄື​ຊຸດ​ຕໍ່ໆ​ໄປ.ການ ​ທີ່​ສະ​ພາ​ແຫ່ງ​ຊາດ​ແຕ່​ລະ​ຊຸດ​ໄດ້​ກໍ່​ສ້າງ​ ແລະ​ຮັບ​ຮອງ​ເອົາ​ກົດ​ໝາຍ​ຢ່າງ​ເປັນ​ລະ​ບົບ​ໃຫ້​ສອດ​ຄ່ອງ​ກັບສະ​ພາບ​ການ​ຂະ​ ຫຍາຍ​ຕົວ​ ຂອງ​ລະບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ນັ້ນໄດ້​ເຮັດ​ໃຫ້​ພະ​ນັກ​ງານ ແລະ​ປະ ຊາ​ຊົນ​ທຸກ​ຊັ້ນ​ຄົນ​ໃນ​ປະ​ເທດ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ​ເຊື່ອ​ໝັ້ນ​ຕໍ່​ພັກ​-ລັດ​ທີ່​ໄດ້​ເລີ່ມ​ກ້າວ​ເຂົ້າ​ສູ່ ການ​ຄຸ້ມ​ຄອງ​ສັງ​ຄົມ​ດ້ວຍ​ກົດ​ໝາຍ​ເພື່ອ​ຮັບ​ປະ​ກັນ​ສິດ​ ແລະ​ພັນ​ທະ​ຂອງ​ຕົນ.

ຊຸດ V

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ V

ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 24 ກຸມພາ 2002 ເຊິ່ງປະກອບ​ດ້ວຍ​ສະ ມາ​ຊິກ​ທັງ​ໝົດ 109 ທ່ານ ​ໃນ​ນີ້ເພດ​ຍິງມີ 25 ທ່ານ, ທ່ານ ສະໝານ ວິ​ຍະ​ເກດ ຖືກ​ເລືອກຕັ້ງ​ເປັນ​ປະທານສະພາ​ແຫ່ງ​ຊາດ ​ແລະ ທ່ານ ນາງ ປານີ ຢາ​ທໍ່​ຕູ້​ຖືກເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ. ສະພາ​ແຫ່ງ​ຊາດ ຊຸດ​ນີ້​ມີ​ຄະນະ​ປະ​ຈໍາ ຈໍານວນ 7 ທ່ານ ​ແລະ 6 ກໍາມາ​ທິການ​ຄື: ກໍາ​ມາ​ທິ​ການ​ກົດໝາຍ ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ​-ການ​ເງິນ​, ກໍາ​ມາ​ທິ​ການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ​ແລະ​ກໍາ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​, ພ້ອມ​ນີ້ກໍ​ມີ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.

​ ໃນ​ຕະຫລອດ​ອາການ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ V, ​ເຊິ່ງ​ເປັນ​ຊ່ວງ​ໄລຍ​ະເວລາ​ທີ່​ສະພາບ​ແວດລ້ອມ​ຂອງ​​ໂລກ ​ແລະ​ພາກ​ພື້ນ​ມີ​ທັງ​ຂໍ້​ສະດວກ ​ແລະ​ມີ​ສິ່ງ​ທ້າ​ທາຍ​ທົດ​ສອບ​ຫລາຍ​ປະການ, ​ແຕ່ ພາຍ​ໃຕ້​ການ​ນໍາພາ​ຂອງ​ພັກ, ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ຕັ້ງໜ້າ​ຫັນ​ເອົາ​ເນື້ອ​ໃຈ​ຈິດ​ໃຈ​ມະຕິ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ ​ເພື່ອ​ເປັນ​ທິດ​ນໍາ​ໃຫ້​ແກ່​ການ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນ​ເຄື່ອນໄຫວ​ວຽກ​ ງານ ຂອງ​ຕົນ​ຕະຫລອດ​ອາຍຸການ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ V ​ໃຫ້​ກ້າວ​ສູ່​ຄຸນ​ນະ ພາ​ບ​ໃໝ່. ຜົນ​ສໍາ​ເລັດ​ອັນ​ພົ້ນ​ເດັ່ນ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ນີ້ ​ແມ່ນການ​ໄດ້​ຮັບ​ກຽດ​ເປັນ​ເຈົ້າ ພາບ​ຈັດ​ກອງປະຊຸມ​ໃຫຍ່​ຄັ້ງ​ທີ 26 ຂອງ​ອົງການ​ລັດຖະສະພາ​ລະ​ຫວ່າງ​ຊາດ​ອາ​ຊຽນ (ໄອ​​ໂປ) ​ໂດຍ​ໄດ້​ຮັບຜົນ​ສໍາ​ເລັດ​ເປັນ​ຢ່າງ​ດີ ​ເຊິ່ງ​ເປັນ​ການ​ສ້າງ​ສື​ສຽງ​ໃຫ້​ແກ່​ຊາດ​ລາວ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ ສະພາ​ແຫ່ງ​ຊາດ​ລາວ ຖື​ວ່າ​ເປັນ​ຄັ້ງ​ທໍາ​ອິດ​ທີ່​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​​ໄອ ​​ໂປ ນັບ​ຕັ້ງ​ແຕ່​ສະພາ​ແຫ່ງ​ຊາດ​ລາວ​ເຂົ້າ​ເປັນ​ສະມາຊິກອົງການ​ດັ່ງກ່າວ​ໃນ​ 1 ກັນຍາ 1997 ​ໄປ​ພ້ອມ​ກັບ​ຜົນ​ສໍາ​ເລັດ ດັ່ງກ່າວ​ສະພາ​ແຫ່ງ​ຊາດ ຊຸດ​ນີ້​ຍັງ​ໄດ້​ປະຕິບັດ​ພາລະ​ບົດບາດ​ສິດ ​ແລະ​ໜ້າ​ທີ່ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບສູງ​ຕໍ່​ການ​ພິຈາລະນາ ​​ແລະ​ຮັບຮອງ​ເອົາ​ບັນດາ​ໂຄງການ​ສໍາຄັນ​ຕ່າງ​ຂອງ​ຊາດ ​ເປັນ​ຕົ້ນ​ໂຄງການ​ສ້າງ​ເຂື່ອນ​ໄຟຟ້າ​ນໍ້າ​ເທີນ​ສອງ ມູນ​ຄ່າ​ການ​ລົງທຶນ 1.580 ລ້ານ​ໂດ​ລາ; ​ໄດ້​ພິຈາ ລະນາ ​ແລະ​ຕົກລົງ​ຮັບຮອງ​ເອົາກົດໝາຍ​ໃໝ່ 15 ສະບັບ ​ແລະ​ປັບປຸງ​ກົດໝາຍ​ເກົ່າ 17 ສະບັບ.

ຊຸດ VI

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ VI

ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 30 ເມສາ 2006 ເຊິ່ງປະກອບ​ດ້ວຍ​ສະມາ​ຊິກສະພາແຫ່ງຊາດ ​ທັງ​ໝົດ 115 ທ່ານ ​ໃນ​ນີ້ເພດ​ຍິງມີ 29 ທ່ານ, ທ່ານ ທອງສິງ ທຳມະວົງ ຖືກເລືອກຕັ້ງ​ເປັນ​ປະທານສະພາ​ແຫ່ງ​ຊາດ ແລະມີຮອງປະທານ 2 ທ່ານ ໃນນັ້ນເພດຍິງ 1 ທ່ານ ຄື: ທ່ານ ນາງປານີ ຢາທໍ່ຕູ້, ທ່ານ ປອ ໄຊສົມພອນ ພົມວິຫານ. ສະພາ​ແຫ່ງ​ຊາດ ຊຸດ​ນີ້​ມີ​ຄະນະ​ປະ​ຈໍາ ຈໍານວນ 7 ທ່ານ ​ແລະ 6 ກໍາມາ​ທິການ​ຄື: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ ເສດ​ຖະ​ກິດ​, ແຜນການ ແລະການ​ເງິນ​, ກໍາ​ມາ​ທິ​ການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ​ແລະ​ກໍາ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​,ພ້ອມ​ນີ້ກໍ​ມີ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.

ຊຸດ VII

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ VII

ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 30 ເມສາ 2011 ເຊິ່ງປະກອບ​ດ້ວຍ​ສະມາ​ຊິກສະພາແຫ່ງຊາດ ​ທັງ​ໝົດ 132 ທ່ານ ​ໃນ​ນີ້ເພດ​ຍິງມີ 33 ທ່ານ, ທ່ານ ນາງ ປານີ ຢາທໍ່ຕູ້ ຖືກ​ເລືອກຕັ້ງ ​ເປັນ​ປະທານສະພາ​ແຫ່ງ​ຊາດ ແລະມີຮອງປະທານ 2 ທ່ານ ຄື: ທ່ານ ປອ.ໄຊສົມພອນ ພົມວິຫານ ແລະ ທ່ານ ສົມພັນ ແພງຄຳມີ. ສະພາ​ແຫ່ງ​ຊາດ ຊຸດ​ນີ້​ມີ​ຄະນະ​ປະ​ຈໍາ ຈໍານວນ 10 ທ່ານ ​ແລະ 6 ກໍາມາ​ທິການ​ຄື: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ​ແຜນການ ແລະການ​ເງິນ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ, ກໍາ​ມາ​ທິ​ການຕ່າງປະເທດ, ກຳມາທິການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ​ແລະ​ ພ້ອມ​ນີ້ກໍ​ມີ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.

ຊຸດ VIII

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ VIII

ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 20 ມີນາ 2016 ເຊິ່ງປະກອບ​ດ້ວຍ​ສະມາ​ຊິກສະພາແຫ່ງຊາດ ​ທັງ​ໝົດ 149 ທ່ານ ​ໃນ​ນີ້ເພດ​ຍິງມີ 41 ທ່ານ, ທ່ານ ນາງ ປານີ ຢາທໍ່ຕູ້ ຖືກ​ເລືອກຕັ້ງ ​ເປັນ​ປະທານສະພາ​ແຫ່ງ​ຊາດ ອີກສະໄໝໜຶ່ງ ແລະມີຮອງປະທານ 4 ທ່ານ ຄື: ທ່ານ ພົທ ແສງນວນ ໄຊຍະລາດ, ທ່ານ ສົມພັນ ແພງຄຳມີ, ທ່ານ ບຸນປອນ ບຸດຕະນະວົງ ແລະ ທ່ານ ນາງ ສີໃສ ລືເດດມູນສອນ. ສະພາ​ແຫ່ງ​ຊາດ ຊຸດ​ນີ້​ມີ​ຄະນະ​ປະ​ຈໍາ ຈໍານວນ 14 ທ່ານ ​ແລະ 8 ກໍາມາ​ທິການ​ຄື: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ, ກຳມາທິການ​ແຜນການ, ການ​ເງິນ ແລະການກວດສອບ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ, ກໍາ​ມາ​ທິ​ການຕ່າງປະເທດ, ກຳມາທິການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ, ກຳມາທິການຍຸຕິທຳ ​ແລະ​ ພ້ອມ​ນີ້ກໍ​ມີ​ຄະນະການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ. ນອກຈາກນັ້ນ, ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ສ້າງກົງຈັກຊ່ວຍວຽກຂອງຕົນຂື້ນ 3 ຄະນະ ຄື: ຄະນະສະມາຊິກສະພາແຫ່ງຊາດເພດຍິງ, ຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ ສະພາແຫ່ງຊາດ ແລະ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ.

ຊຸດ IX

ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ​ ຊຸດ​ທີ IX

ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 22 ມີນາ 2021 ເຊິ່ງປະກອບ​ດ້ວຍ​ສະມາ​ຊິກສະພາແຫ່ງຊາດ ​ທັງ​ໝົດ 164 ທ່ານ ​ໃນ​ນີ້ເພດ​ຍິງມີ 36 ທ່ານ, ທ່ານ ປອ ໄຊສົມພອນ ພົມວິຫານ ຖືກ​ເລືອກຕັ້ງ ​ເປັນ​ປະທານສະພາ​ແຫ່ງ​ຊາດ ແລະມີຮອງປະທານ 5 ທ່ານ ຄື: ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ຈະເລີນ ເຢຍປາວເຮີ, ທ່ານ ຄຳໃບດຳລັດ, ທ່ານ ສົມມາດ ພົລເສນາ ແລະທ່ານ ພົທ ສຸວອນ ເລືອງບຸນມີ. ສະພາ​ແຫ່ງ​ຊາດ ຊຸດ​ນີ້​ມີ​ຄະນະ​ປະ​ຈໍາ ຈໍານວນ 15 ທ່ານ ​ແລະ 9 ກໍາມາ​ທິການ​ຄື: ກໍາ​ມາ​ທິ​ການ​ກົດ​ໝາຍ​, ກໍາ​ມາ​ທິ​ການ​ເສດ​ຖະ​ກິດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ, ກຳມາທິການ​ແຜນການ, ການ​ເງິນ ແລະການກວດສອບ​, ກໍາ​ມາ​ທິ​ການ​ບັນ​ດາ​ເຜົ່າ, ກໍາ​ມາ​ທິ​ການຕ່າງປະເທດ, ກຳມາທິການ​ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ກໍາ​ມາ​ທິ​ການ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ, ກຳມາທິການຍຸຕິທຳ, ກຳມາທິການວຽກງານສະມາຊິກ ສະພາແຫ່ງຊາດ ​ແລະ​ ພ້ອມ​ນີ້ກໍ​ມີ​ຄະນະການ​ສະ​ພາ​ແຫ່ງ​ຊາດ ເປັນ​ກົງ​ຈັກ​ຊ່ວຍ​ວຽກ.