ຂ່າວ ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ຫໍວັດທະນະທຳຂອງແຂວງ

ເພື່ອປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ໃຫ້ສຳເລັດຕາມລະດັບຄາດໝາຍ

ໃນວັນທີ 11 ມິຖຸນາ 2026 ນີ້ຢູ່ທີ່ຫໍວັດທະນະທຳຂອງແຂວງຫລວງນ້ຳທາ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີX ແລະ ສະພາປະຊາຊົນແຂວງ ຊຸດທີV ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການວັດທະນາທໍາ-ສັງຄົມ ແລະ ຊົນເຜົ່າ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ3 ແຂວງຫລວງນ້ຳທາ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມມີບັນດາທ່ານຄະນະນຳຂອງແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງ, ສອງກອງບັນຊາການ, ລັດວິສາຫະກິດ, ທະນາຄານ,ໂຮງຮຽນ,ໂຮງຫມໍ ຕະຫຼອດຮອດອຳນາດການປົກຄອງບ້ານ 8 ບ້ານເທດສະບານແຂວງເຂົ້າຮ່ວມ 200 ກວ່າຄົນ.

ໃນພິທີ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການວັດທະນາທໍາ-ສັງຄົມ ແລະ ຊົນເຜົ່າ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ3 ແຂວງຫລວງນ້ຳທາ ໄດ້ເຜີຍແຜ່ເນື້ອໃນຈິດໃຈຜົນສໍາເລັດຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ກອງປະຊຸມຄັ້ງປະຖົມມະລຶກຂອງ ສພຊ ໄດ້ພິຈາລະນາ, ຮັບຮອງເອົາວຽກງານສຳຄັນຂອງປະເທດຊາດຄື: ເລືອກຕັ້ງ ປະທານສະພາແຫ່ງຊາດ ຊຸດທີX; ເລືອກຕັ້ງ ບັນດາຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ; ຮັບເອົາກົງຈັກຂອງສະພາແຫ່ງຊາດ ຊຸດທີ X ແລະ ການແຕ່ງຕັ້ງບັນດາປະທານກໍາມາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ເລືອກຕັ້ງ ນາຍົກລັດຖະມົນຕີ; ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ ແລະ ການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ; ຮັບຮອງເອົາວຽກງານລັດຖະບານ; ຮັບຮອງເອົາ ບົດລາຍງານຂອງສານປະຊາຊົນສູງ; ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ; ຮັບຮອງເອົາ ບົດລາຍງານຂອງອົງການກວດສອບແຫ່ງລັດ; ຮັບຮອງເອົາບົດລາຍງານຂອງອົງການກວດກາແຫ່ງລັດ; ບົດລາຍງານກ່ຽວກັບແຜນການເຄື່ອນໄຫວ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X; ຮັບຮອງເອົາ ບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X.

ພ້ອມດຽວກັນນັ້ນ ທ່ານ ບຸນປີ ໄລປະເສີດ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ປະຈຳການ  ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງ ສພຂ ຊຸດທີ V ຊຶ່ງກອງປະຊຸມໄດ້ພິຈາລະນາຮັບຮອງເອົາວຽກງານສໍາຄັນຂອງແຂວງຄື; ຮັບຮອງເລືອກຕັ້ງປະທານສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາເລືອກຕັ້ງ ຮອງປະທານ, ກໍາມະການຄະນະປະຈໍາ ສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາ ໂຄງປະກອບກົງຈັກ ຂອງສະພາປະຊາຊົນ ຊຸດທີ V; ຮັບຮອງເອົາ ປະທານຄະນະກໍາມະການປົກຄອງແຂວງ; ຮັບຮອງເອົາ ໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງຄະນະກໍາມະການປົກ ຄອງແຂວງ; ຮັບຮອງເອົາ ບຸກຄະລາກອນ ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; ຮັບຮອງເອົາ ບຸກຄະລາກອນ ຂອງອົງການກວດກາລັດຂັ້ນແຂວງ; ຮັບຮອງເອົາ ວຽກງານຂອງອົງການປົກຄອງແຂວງ; ການຮັບຮອງເອົາ ວຽກງານຂອງອົງການກວດກາລັດແຂວງ; ການຮັບຮອງເອົາ ວຽກງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; ການຮັບຮອງເອົາ ວຽກງານຂອງສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາ ແຜນການສ້າງ-ປັບປຸງນິຕິກຳຂອງແຂວງ.

 

ໂດຍ ນາງ ອຳພອນ ສີປະເສີດ

Skills

Posted on

12/06/2026