
ຕອນບ່າຍຂອງວັນທີ 3 ເມສາ 2026 ນີ້ ທ່ານ ວຽງໄຊ ສັກລໍາດວນ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຕາງໜ້າ ກອງເລຂາ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V, ໄດ້ຖະແຫຼງຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ V
ເຊິ່ງທ່ານໄດ້ໃຫ້ຮູ້ວ່າ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ V ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 2 ຫາ ວັນທີ 3 ເມສາ 2026 ໃຊ້ເວລາໜຶ່ງວັນເຄິ່ງ ທີ່ສະໂມສອນຂອງແຂວງ;ກອງປະຊຸມຄັ້ງນີ້ ໄດ້ມີຜູ້ແທນເຂົ້າຮ່ວມທັງໝົດ 206 ທ່ານ, ໃນນີ້ ມີສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເຂົ້າຮ່ວມຈໍານວນ 31 ທ່ານ, ຍິງ 10 ທ່ານ ທີ່ເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນລາວ ບັນດາເຜົ່າ ພາຍໃນແຂວງ.
ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ແມ່ນກອງປະຊຸມ ສຸດທີ່ມີຄວາມໝາຍສໍາຄັນ ແລະ ກາຍເປັນເຫດການ ການເມືອງ ທີ່ຈັດຕັ້ງປະຕິບັດພາລະບົດບາດ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດ ຊຶ່ງໄດ້ພິຈາລະນາຮັບຮອງເອົາບັນຫາສໍາພື້ນຖານຂອງແຂວງ ດັ່ງນີ້:ໄດ້ຮັບຟັງການລາຍງານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບບຜົນສໍາເລັດງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ V;ໄດ້ພິຈາລະນາ, ຮັບຮອງເອົາການເລືອກຕັ້ງ ປະທານສະພາປະຊາຊົນແຂວງ ຊຸດທີ V ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ IV;ໄດ້ພິຈາລະນາ, ຮັບຮອງເອົາການເລືອກຕັ້ງ ຮອງປະທານສະພາປະຊາຊົນແຂວງ ຊຸດທີ V ແລະ ກໍາມະການຄະນະປະຈໍາສະພາປະຊາຊົນແຂວງ ຕາມການສະເໜີຂອງປະທານສະພາປະຊາຊົນແຂວງ;ໄດ້ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກ ຂອງສະພາປະຊາຊົນແຂວງຊຸດທີ V, ການແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ;ໄດ້ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງແຂວງ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ;ໄດ້ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກ ຂອງຄະນະກໍາມະການປົກຄອງແຂວງ; ການສະເໜີແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າພະແນກ, ຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ ຕາມການສະເໜີຂອງປະທານຄະນະກໍາມະການປົກ ຄອງແຂວງ;ໄດ້ພິຈາລະນາ, ຮັບບຮອງເອົາການສະເໜີແຕ່ງຕັ້ງ ປະທານອົງການກວດກາລັດຂັ້ນແຂວງ, ຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງ ຕາມການສະ ເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ;ໄດ້ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ປີ (2026-2030) ຂອງແຂວງ ຕາມການສະເໜີຂອງປະທານຄະນະກໍາມະການປົກຄອງແຂວງ;ໄດ້ພິຈາລະນາ, ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດຂັ້ນແຂວງ ແລະ ອົງການກວດສອບ ປະຈຳພາກເໜືອ-2;ໄດ້ພິຈາລະນາ, ຮັບຮອງເອົາແຜນການເຄືີ່ອນໄຫວວຽກງານ 5 ປີ (2026-2030) ຂອງອົງ ການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ;ໄດ້ຮັບຟັງການສະເໜີ ມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກໍາມະການ ສະພາປະຊາຊົນແຂວງ;ໄດ້ພິຈາລະນາ, ຮັບຮອງເອົາແຜນການເຄືີ່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ;ໄດ້ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງ ນິຕິກໍາໃຕ້ກົດໝາຍ 5 ປີ (2026-2030) ຂອງແຂວງ ຕາມການສະເໜີຂອງອົງການປົກຄອງແຂວງ.
ຕາງໜ້າກອງເລຂາກອງປະຊຸມ ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກໍາມະການ ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວ ບັນດາເຜົ່າ ທຸກຊັ້ນຄົນພາຍໃນແຂວງຫຼວງນໍ້າທາ ທີ່ໄດ້ຕິດຕາມ ແລະ ປະກອບສ່ວນໃຫ້ແກ່ການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຄັ້ງນີ້ ສໍາເລັດຕາມລະດັບຄາດໝາຍ.ຂໍຂອບໃຈ ແລະ ສະແດງຄວາມຊົມເຊີຍມາຍັງ ຄະນະສື່ມວນຊົນຂອງແຂວງ, ສອງກອງບັນຊາການ ແລະ ພາກສ່ວນກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ຕິດຕາມ, ເກັບກໍາ ແລະ ເຜີຍແຜ່ຂ່າວສານ ໃຫ້ທົ່ວສັງຄົມ ໄດ້ຮັບຊາບຢ່າງທົ່ວເຖິງ ແລະ ທັນເວລາ.
ໂດຍ ນາງ ອຳພອນ ສີປະເສີດ
