

ໃນລະຫວ່າງວັນທີ 09-10 ມິຖຸນາ 2026 ນີ້, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ແລະ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຫຼວງນໍ້າທາ ໄດ້ລົງພົບປະ ຢ້ຽມຢາມ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ເມືອງຫລວງນ້ຳທາ ເຊິ່ງໄດ້ລົງທັງໝົດ 3 ຈຸດຄື ບ້ານ ວຽງເໜືອ,ບ້ານນ້ຳແງ້ນ ແລະ ສະໂມສອນເມືອງຫລວງນ້ຳທາ ເຊິ່ງນໍາໂດຍທ່ານ ນາງເກສອນ ແສງຍະວົງ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນ້ໍາທາ, ທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ, ເຂົ້າຮ່ວມຮັບຟັງຄະນະນຳຂຶງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ,ພະນັກງານ, ລັດຖະກອນ, ພ້ອມດ້ວຍອົງການຈັດຕັ້ງບ້ານ ແລະ ປະຊາຊົນ ເຂົ້າຮ່ວມຮັບຟັງທັງໝົດ 289 ຄົນ, ຍິງ 131 ຄົນ.


ໃນພິທີບັນດາທ່ານ ນາງເກສອນ ແສງຍະວົງ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນ້ໍາທາ ໄດ້ເຜີຍແຜ່ບັນດາເນື້ອໃນມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ລວມມີ 25 ມະຕິ ແລະ 32 ບັນຫາສໍາຄັນ ໃນນີ້, ກອງປະຊຸມສະພາແຫ່ງຊາດ ໄດ້ຮັບຮອງເອົາ 13 ມະຕິ ແລະ 19 ບັນຫາສໍາຄັນຂອງຊາດ
ພ້ອມນັ້ນບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ໄດ້ນໍາເອົາເນື້ອໃນ ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ V ເຊິ່ງໄດ້ຮັບຮອງເອົາ 12 ມະຕິ ແລະ 13 ບັນຫາສໍາຄັນຂອງແຂວງ ເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ. ທັງເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ທັງນີ້ກໍເພື່ອເປັນການ ຮັບຟັງຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆ ຂອງຜູ້ມີສິດເລືອກຕັ້ງ ເພື່ອນຳໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງພື່ອແກ້ໄຂຕາມລະບຽບການ.

ໂດຍ ນາງ ອຳພອນ ສີປະເສີດ
