ສະພາປະຊາຊົນແຂວງຄໍາມ່ວນ ປາຖະກາຖາ ເລົ່າມູນເຊື່ອ ສຳຄັນປະຫວັດສາດຂອງຊາດ.

ສະພາປະຊາຊົນແຂວງຄໍາມ່ວນ ປາຖະກາຖາ ເລົ່າມູນເຊື່ອ ສຳຄັນປະຫວັດສາດຂອງຊາດ.

           ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດພິທີປາຖະກາຖາ ເຜີຍແຜ່ມູນເຊື້ອວັນຍຶດອຳນາດ ຄົບຮອບ 48 ປີ, ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ ແລະ ວັນສ້າງຕັ້ງສະພາປະຊາຊົນ ຄົບຮອບ 45 ປີ; ຂຶ້ນໃນຕອນເຊົ້າຂອງວັນທີ 19 ກັນຍາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ...
(ກສຕສ) ສະພາແຫ່ງຊາດ ຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ບູລະນະສ້ອມແປງປ້ອງກັນຕາຝັ່ງເຈື່ອນຕາມແລວແມ່ນໍ້າທີ່ເປັນຊາຍແດນລະຫວ່າງຊາດ ຢູ່ແຂວງຄໍາມ່ວນ.

(ກສຕສ) ສະພາແຫ່ງຊາດ ຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ບູລະນະສ້ອມແປງປ້ອງກັນຕາຝັ່ງເຈື່ອນຕາມແລວແມ່ນໍ້າທີ່ເປັນຊາຍແດນລະຫວ່າງຊາດ ຢູ່ແຂວງຄໍາມ່ວນ.

ໃນວັນທີ 6 ກັນຍາ 2023  ທ່ານ ປອ. ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດການກໍ່ສ້າງ, ບູລະນະສ້ອມແປງປ້ອງກັນຕາຝັ່ງເຈື່ອນ ຕາມແລວແມ່ນໍ້າທີ່ເປັນຊາຍແດນລະຫວ່າງຊາດ (...
ຮອງປະທານສະພາແຫ່ງຊາດເຄື່ອນໄຫວຊຸກຍູ້, ຕິດຕາມໂຄງການເຂົ້າເຖິງນໍ້າສະອາດ ຢູ່ເມືອງຍົມມະລາດ.

ຮອງປະທານສະພາແຫ່ງຊາດເຄື່ອນໄຫວຊຸກຍູ້, ຕິດຕາມໂຄງການເຂົ້າເຖິງນໍ້າສະອາດ ຢູ່ເມືອງຍົມມະລາດ.

       ວັນທີ 24 ສິງຫາ 2023 ທີ່ວັດບ້ານໂພນສະຫວັນ ເມືອງຍົມມະລາດ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ພ້ອມຄະນະ ໄດ້ລົງຊຸກຍູ້, ຕິດຕາມ ການກໍ່ສ້າງລະບົບນໍ້າປະປາຊຸມຊົນ...
ສຳເລັດກອງປະຊຸມສະໄໝສາມັນເທື່ອທີ 05 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II

ສຳເລັດກອງປະຊຸມສະໄໝສາມັນເທື່ອທີ 05 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II

ກອງປະຊຸມສະໄໝສາມັນເທື່ອທີ 05 ຂອງສະພາປະຊາຊົນແຂວງຄໍາມ່ວນຊຸດທີ II ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 22 ສິງຫາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນພາກເຊົ້າຂອງວັນທີ 26 ສິງຫາ 2023 ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 4 ວັນເຄິ່ງໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ...
ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ປະກອບຄໍາເຫັນ ຕໍ່ 2 ບົດລາຍງານ ສານ ແລະ ໄອຍະການ

ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ປະກອບຄໍາເຫັນ ຕໍ່ 2 ບົດລາຍງານ ສານ ແລະ ໄອຍະການ

                                                                                    ທ່ານ ຄໍາສຸກ ວັນທະວົງສາ ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ໃນວັນທີ 23 ສິງຫາ 2023 ທີ່ສະໂມສອນ 21 ມີນາ ຫຼັກ 4 ຂອງແຂວງຄໍາມ່ວນ ໂດຍການເປັນປະທານຂອງ ທ່ານ ບົວພັນ ແສງຈັນ...
ບັນຍາກາດການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຂ  ຄໍາມ່ວນ ຊຸດທີ II.

ບັນຍາກາດການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຂ ຄໍາມ່ວນ ຊຸດທີ II.

     ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໃນນາມປະທານກອງປະຊຸມ ໄດ້ໃຫ້ສໍາພາດກ່ຽວກັບບັນຍາກາດໂດຍລວມຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງຄໍາມ່ວນຊຸດທີ II ທີ່ໄດ້ຈັດຂຶ້ນຢູ່ສະໂມສອນໃຫຍ່ຂອງແຂວງໃນລະຫວ່າງວັນທີ 22-26 ສິງຫາ 2023 ວ່າ :...