ໃນໄລຍະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ໄດ້ໃຫ້ສໍາພາດໃນວັນທີ 2 ພະຈິກກຜ່ານມາ ກ່ຽວກັບການຈັດຕັ້ງປະຕິບັດຜົນງານອັນພົ້ນເດັ່ນ ໃນຂົງເຂດ ຂອງ ກສຕສ ນັບແຕ່ກອງປະຊຸມຄັ້ງປະຖົມມະລືກ ຈົນເຖິງປັດຈຸບັນ ວ່າ: ກສຕສ ມີພາລະບົດບາດເປັນເສນາທິການ ໃຫ້ແກ່ ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການສ້າງ, ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ, ການຄົ້ນຄວ້າບັນຫາສຳຄັນພື້ນຖານຂອງປະເທດຊາດ, ຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ; ຄົ້ນຄວ້າປະກອບຄຳເຫັນກ່ຽວກັບການໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປລາວ ເປັນພາຄີ ແລະ ຄຳສະເໜີຂອງປະຊາຊົນ ໃນຂົງເຂດກະສິກຳ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ອຸດສາຫະກຳ ແລະ ການຄ້າ, ເຕັກໂນໂລຊີ ແລະ ການສື່ສານ, ພະລັງງານ ແລະ ບໍ່ແຮ່, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ເຂດເສດຖະກິດພິເສດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຫລື ຕາມການມອບໝາຍ ຂອງຄະນະປະຈຳສະພາ ແຫ່ງຊາດ.
ກສຕສ ໄດ້ຕັ້ງໜ້າໃນການເຄື່ອນໄຫວວຽກງານ ຕາມ 3 ພາລະບົດບາດຄື:
ຜົນສໍາເລັດດ້ານນິຕິບັນຍັດ ໄດ້ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ເຂົ້າຮ່ວມແຕ່ຫົວທີ ໃນການຄົ້ນຄວ້າ, ກວດກາເນື້ອໃນຮອບດ້ານ ໃຫ້ຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ ກ່ອນນໍາເຂົ້າພິຈາລະນາໃນ ກອງປະຊຸມສະພາແຫ່ງຊາດ ມີດັ່ງນີ້:
1) ສ້າງ ແລະ ປັບປຸງກົດໝາຍ: ເປັນເຈົ້າການເຂົ້າຮ່ວມຄົ້ນຄວ້າ, ກວດກາເນື້ອໃນຮອບດ້ານ ຂອງຮ່າງກົດ ໝາຍ ທີ່ກໍາມາທິການຮັບຜິດຊອບ ຈໍານວນ 3 ສະບັບ ຄື: ກົດໝາຍວ່າດ້ວຍຍານພາຫະນະທາງບົກ (ສ້າງໃໝ່), ກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ (ສ້າງໃໝ່) ແລະ ກົດໝາຍວ່າດ້ວຍຄົມມະນາຄົມ (ສະບັບປັບປຸງ) ເຊິ່ງສາມາດບັນລຸຕາມແຜນການວາງໄວ້ ແລະ ໄດ້ເຂົ້າຮ່ວມກອງປະຊຸມ ໃນການສ້າງ ແລະ ປັບປຸງກົດໝາຍ ໃນຂົງເຂດແຜນການ ແລະ ການເງິນ ຈໍານວນ 4 ສະບັບ ຄື: ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້.
2) ນິຕິກໍາໃຕ້ກົດໝາຍ: ໄດ້ສໍາເລັດ ຈໍານວນ 14 ສະບັບ ເປັນຕົ້ນ: ລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 003/ປປທ, ປີ 2012 ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ; ຄົ້ນຄວ້າ, ປັບປຸງ ຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການພິຈາລະນາໂຄງການສໍາປະທານພັດທະນາ ໄຟຟ້າ, ບໍ່ແຮ່ ແລະ ໂຄງລ່າງພື້ນຖານ; ອອກລະບຽບການ ວ່າດ້ວຍການເຄື່ອນໄຫວວຽກງານຂອງພະນັກງານ-ລັດຖະກອນ ຂອງ ກສຕສ; ປັບປຸງຮ່າງ ມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກສຕສ; ປັບປຸງຮ່າງ ຂໍ້ຕົກລົງ ຂອງຄະນະເລຂາທິການສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ 3 ກົມ ທີ່ຂຶ້ນກັບກໍາມາທິການ ຄື: ກົມເສດຖະກິດການຜະລິດ, ກົມເສດຖະກິດການບໍລິການ ແລະ ກົມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ສໍາເລັດສ້າງແຜນດໍາເນີນງານການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງກໍາມາທິການ ສະພາແຫ່ງຊາດ ຊຸດທີ IX ແລະ ຮ່າງຂໍ້ຕົກລົງຮ່ວມ ວ່າດ້ວຍການປະສານງານ ລະຫວ່າງ ກສຕສ ສະພາແຫ່ງຊາດ ກັບ 6 ຂະແໜງການທີ່ຕິດພັນ ກສຕສ.
ຜົນສໍາເລັດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ກໍາມາທິການ ໄດ້ຍົກສູງພາລະບົດບາດ ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດ້ວຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການເຂົ້າຮ່ວມ, ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ ບັນຫາທີ່ຕິດພັນກັບພາລະບົດບາດຂອງຕົນ ໃຫ້ມີເນື້ອໃນລະອຽດ ຄົບຖ້ວນ, ຈະແຈ້ງ ກ່ອນນໍາເຂົ້າຜ່ານ ກອງປະຊຸມສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ, ໃນນີ້, ຄົ້ນຄວ້າແຜນພັດທະນາເສດຖະກິດ-ສັງຄົມ ໃນກອງປະຊຸມຄັ້ງປະຖົມມະລືກ, ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຄົ້ນຄວ້າຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ລັດຖະບານ ສະເໜີ ສະພາແຫ່ງຊາດ ພິຈາລະນາ ມີທັງໝົດ 29 ເລື່ອງ (ສໍາເລັດ 15 ເລື່ອງ ແລະ ສືບຕໍ່ຄົ້ນຄວ້າ 14 ເລື່ອງ). ໂດຍລວມແລ້ວ ບັນຫາສ່ວນໃຫຍ່ ແມ່ນຕິດພັນກັບ ການສະເໜີ ຂໍຍົກເວັ້ນບາງມາດຕາຂອງກົດໝາຍ ແລະ ການຫັນປ່ຽນທີ່ດິນປ່າໄມ້ທໍາມະຊາດ ໄປເປັນທີ່ດິນປະເພດອື່ນ ຂອງໂຄງການພັດທະນາ ໄຟຟ້າ, ແຮ່ທາດ ແລະ ອື່ນໆ.
ຜົນສໍາເລັດດ້ານການຕິດຕາມກວດກາ ກໍາມາທິການ ແລະ ກໍາມະການສັງກັດກໍາມາທິການ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ດ້ານການຕິດຕາມກວດກາ ຕາມມະຕິ ຂອງກອງປະຊຸມສະພາແຫ່ງຊາດ, ມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ແລະ ແຜນການເຄື່ອນໄຫວ ຕາມພາລະບົດບາດຂອງຕົນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ, ຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ, ການອອກບິນເກັບເງິນຄ່າໄຟຟ້າທີ່ບໍ່ຖືກຕ້ອງກັບການຊົມໃຊ້ຕົວຈິງ ແລະ ຕິດຕາມກວດກາກ່ຽວກັບການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 15/ນຍ ວ່າດ້ວຍມາດຕະການສະກັດກັ້ນຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ລວມທັງໝົດ 9 ຄັ້ງ ດ້ວຍຮູບແບບວີດີໂອທາງໄກ ແລະ ການລົງເຄື່ອນໄຫວວຽກງານຕົວຈິງ.
ນອກຈາກ 3 ພາລະບົດບາດທີ່ກ່າວມານັ້ນ ກສຕສ ຍັງໄດ້ເປັນເຈົ້າການ ຄົ້ນຄວ້າ ຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ແລະ ຜູ້ປະກອບການ ເພື່ອລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ ໃຫ້ທິດຊີ້ນໍາ ແລະ ອອກໜັງສືທາງລັດຖະການ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ໃຫ້ສອດຄ່ອງ, ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ເຊິ່ງມີທັງໝົດ 65 ສະບັບ, ໃນນັ້ນ ຄົ້ນຄວ້າສໍາເລັດ 54 ສະບັບ ເທົ່າກັບ 83,08% ແລະ ສືບຕໍ່ຄົ້ນຄວ້າ 11 ສະບັບ ເທົ່າກັບ 16,92%. ບັນຫາທີ່ພົ້ນເດັ່ນ ແມ່ນການຮ້ອງຂໍຄວາມເປັນທໍາກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍການຊົດເຊີຍເນື້ອທີ່ດິນປຸກສ້າງ, ດິນສວນ, ດິນນາ ຈາກບັນຫາຜົນກະທົບຈາກໂຄງການພັດທະນາຕ່າງໆ.
ຜ່ານການຈັດຕັ້ງປະຕິບັດວຽກງານ 3 ພາລະບົດບາດ ເຫັນວ່າ ກສຕສ ຍັງສາມາດຕີລາຄາລວມ ດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແກ້ໄຂ ດັ່ງນີ້:
ຂໍ້ສະດວກ ຍ້ອນໄດ້ຮັບການເອົາໃຈໃສ່ ຊີ້ນຳ-ນໍາພາ ຢ່າງໃກ້ສິດ ຂອງຄະນະພັກ, ຄະນະປະຈຳສະພາແຫ່ງຊາດ ຢ່າງເປັນປົກກະຕິ, ກຳມາທິການ ມີລະບົບການຈັດຕັ້ງ, ມີແບບແຜນວິທີການເຮັດວຽກ, ມີການແບ່ງງານແບ່ງຄວາມຮັບຜິດຊອບ ຢ່າງຈະແຈ້ງ, ພະນັກງານສ່ວນຫລາຍ ມີຄວາມຮູ້ຄວາມສາມາດ, ມີບົດຮຽນ ແລະ ປະສົບການໃນວຽກງານດີພໍສົມຄວນ ບວກໃສ່ຄວາມເປັນເຈົ້າການສູ້ຊົນ, ມີຄວາມກະຕື້ລືລົ້ນ, ບຸກບືນ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານທີ່ຮັບຜິດຊອບ; ມີການຮ່ວມມື ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາກຳມາທິການຕ່າງໆ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ແລະ ນະຄອນຫລວງ, ຂະແໜງການທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; ໄດ້ຕັ້ງໜ້າເຄື່ອນໄຫວວຽກງານ ແລະ ເປັນເຈົ້າການໃນການປະສານສົມທົບ ກັບບັນດາກໍາມາທິການທີ່ກ່ຽວຂ້ອງ, ສະພາປະຊາຊົນຂັ້ນແຂວງ ແລະ ນະຄອນຫລວງ, ບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນຕາມພາລະບົດບາດຂອງຕົນ ສາມາດປະຕິບັດໄດ້ ແລະ ຮັບຜົນສໍາເລັດເປັນສ່ວນໃຫຍ່; ການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພາຍໃນກໍາມາທິການ ໃນຖານະເປັນເສນາທິການຮອບດ້ານ ແມ່ນສາມາດເຮັດສຳເລັດໜ້າທີ່ ຕາມພາລະບົດບາດ ແລະ ຕາມການມອບໝາຍ.
ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງ ຄຽງຄູ່ກັບຂໍ້ສະດວກ ກໍຍັງມີຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ເຊິ່ງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ຄື: ການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ການເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ແລະ ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຍັງຊັກຊ້າ; ການຄົ້ນຄວ້າ ບັນຫາສຳຄັນພື້ນຖານຂອງຊາດ ແລະ ການຄົ້ນຄວ້າຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ຈຳນວນໜຶ່ງ ຍັງຊັກຊ້າ ແລະ ແກ່ຍາວເວລາ ຍ້ອນເອກະສານບໍ່ຄົບຖ້ວນ ແລະ ຕິດພັນກັບຫລາຍພາກສ່ວນ; ຂອດປະສານງານ ລະຫວ່າງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຍັງບໍ່ທັນຈະແຈ້ງ ແລະ ກົມກຽວກັນ.
ທິດທາງການແກ້ໄຂໃນຕໍ່ໜ້າ ຕ້ອງມີການນຳພາຢ່າງລວມສູນ, ມີກົນໄກແບບແຜນວິທີເຮັດວຽກທີ່ດີ ຖືເອົາມະຕິ, ທິດຊີ້ນຳຈາກຄະນະພັກ, ຄະນະນຳຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກຳມາທິການ ແລະ ກໍາມະການ ຢ່າງເຂັ້ມງວດ; ຖືເອົາແຜນການ, ແຜນດຳເນີນງານຂອງກໍາມາທິການ ຫັນເປັນກິດຈະກໍາ, ໜ້າວຽກລະອຽດ ມີຈຸດສຸມຕົ້ນຕໍ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ຂອງກຳມາທິການ; ມີການພົວພັນປະສານງານ ແລະ ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງໃນການເຄື່ອນໄຫວວຽກງານຢ່າງເປັນປະຈຳ, ກໍາແໜ້ນວຽກງານຂອງຂະແໜງການທີ່ຕົນພົວພັນນໍາ, ພິຈາລະນາບັນຫາຕ່າງໆ ຕາມຫລັກການລວມສູນປະຊາທິປະໄຕ, ຕົກລົງບັນຫາເປັນໝູ່ຄະນະ; ເຄື່ອນໄຫວ ຕິດຕາມ ກວດກາ ຕົວຈິງ ຢູ່ທ້ອງຖິ່ນ ແລະ ບັນດາໂຄງການຂະໜາດໃຫຍ່ ທີ່ກ່ຽວຂ້ອງກັບວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ມີກອງປະຊຸມແລກປ່ຽນບົດຮຽນ ໃຫ້ແກ່ກຳມະການຂອງກຳມາທິການ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານວິຊາການ ດ້ວຍການເຝິກອົບຮົມ.
ທິດທາງ, ໜ້າທີ່ລວມ ແລະ ຄາດໝາຍສູ້ຊົນລວມໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານ ຂອງ ກສຕສ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວ້ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ກໍານົດທິດທາງແຜນການຈຸດສຸມໃນແຕ່ລະດ້ານ ດັ່ງນີ້:
ການປະຕິບັດພາລະບົດບາດດ້ານນິຕິບັນຍັດ ຍົກສູງຄວາມເປັນເຈົ້າການ ໃນການປະສານສົມທົບກັບກຳມາທິການອື່ນ ຂອງສະພາແຫ່ງຊາດ ແລະ ພາກສ່ວນຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍທີ່ກ່ຽວຂ້ອງ ພ້ອມທັງເຂົ້າຮ່ວມແຕ່ຫົວທີໃນການຄົ້ນຄວ້າ, ການກວດກາ ແລະ ປັບປຸງ ຮ່າງກົດໝາຍ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ, ສອດຄ່ອງກັບ ແນວທາງນະໂຍບາຍ ຂອງພັກ ກ່ອນຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຮັບປະກັນໃຫ້ກົດໝາຍ ທີ່ໄດ້ຮັບຮອງ ແລະ ປະກາດໃຊ້ແລ້ວນັ້ນ ຮັບໃຊ້ຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ ໃນແຕ່ລະໄລຍະ.
ສຸມໃສ່ຊຸກຍູ້ ການສ້າງ ແລະ ປັບປຸງ ກົດໝາຍຂົງເຂດເສດຖະກິດ ໃຫ້ສໍາເລັດ ຈໍານວນ 11 ສະບັບ, ໃນນັ້ນ ກົດໝາຍສ້າງໃໝ່ 2 ສະບັບຄື: 1. ກົດໝາຍວ່າດ້ວຍທາງນໍ້າ; 2.ກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ; ແລະ ກົດໝາຍປັບປຸງ 9 ສະບັບຄື: 1. ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ; 2. ກົດໝາຍວ່າດ້ວຍວິສາຫະກິດ; 3. ກົດໝາຍ ວ່າດ້ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ; 4. ກົດໝາຍວ່າດ້ວຍການປະມົງ; 5. ກົດໝາຍ ວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ; 6. ກົດໝາຍວ່າດ້ວຍໄຟຟ້າ; 7. ກົດໝາຍວ່າດ້ວຍແຮ່ທາດ; 8. ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ 9. ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ.
ການປະຕິບັດພາລະບົດບາດດ້ານການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ຍົກສູງພາລະບົດບາດຂອງກຳມາທິການ ໃນການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການຄົ້ນຄວ້າພິຈາລະນາຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ຮັບປະກັນໃຫ້ແກ່ການຕົກລົງບັນຫາຕ່າງໆ ໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມກົດໝາຍ, ນຳເອົາຜົນປະໂຫຍດສູງສຸດ ມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2022; ຄົ້ນຄວ້າບັນຫາສຳຄັນພື້ນຖານຂອງຊາດ ທີ່ຕິດພັນກັບຂົງເຂດຄວາມຮັບຜິດຊອບຂອງກຳມາທິການ ຕາມການສະເໜີຂອງລັດຖະບານ ສູ້ຊົນໃຫ້ໄດ້ຢ່າງໜ້ອຍ 80%.
ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ ສືບຕໍ່ປະຕິບັດພາລະບົດບາດຕິດຕາມກວດກາ ຂອງກຳມາທິການ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິຂອງກອງປະຊຸມສະພາແຫ່ງຊາດ ໂດຍສຸມໃສ່ບັນຫາທີ່ເຄັ່ງຮ້ອນ ແລະ ຮີບດ່ວນ ທີ່ປະຊາຊົນ, ສັງຄົມ ໃຫ້ຄວາມສົນໃຈຫລາຍ ແລະ ມີຜົນກະທົບຕໍ່ເສດຖະກິດ ສັງຄົມ ແລະ ສິ່ງແວດລ້ອມ ໃຫ້ໄດ້ຢ່າງໜ້ອຍ 85% ເປັນຕົ້ນ: ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດຂອງພາກສ່ວນທີ່ກ່ຽວຂ້ອງ; ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ເປັນຕົ້ນ: ການຟື້ນຟູ ແລະ ຂະຫຍາຍເນື້ອທີ່ປ່າໄມ້, ການຄຸ້ມຄອງ ນໍາໃຊ້ທີ່ດິນ, ການສໍາຫລວດຈັດສັນທີ່ດິນ ແລະ ຂຶ້ນທະບຽນ ອອກໃບຕາດິນ; ການຈັດຕັ້ງປະຕິບັດ ການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ ເພື່ອເຊື່ອມຈອດພາກພື້ນ ໂດຍສະເພາະເສັ້ນທາງເຊື່ອມຈອດກັບແລວທາງລົດໄຟ ລາວ-ຈີນ; ການຈັດຕັ້ງງປະຕິບັດກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນການສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການຜະລິດສິນຄ້າກະສິກໍາ.
ການແກ້ໄຂຄຳຮ້ອງຂໍຄວາມເປັນທຳ ສືບຕໍ່ຄົ້ນຄວ້າຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ທີ່ຍັງຄ້າງ ໃຫ້ສໍາເລັດ ແລະ ສູ້ຊົນຄົ້ນຄວ້າແກ້ໄຂຄຳຮ້ອງຂໍຄວາມເປັນທຳ ຂອງປະຊາຊົນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ໂດຍໃຫ້ສາມາດແກ້ໄຂໄດ້ຢ່າງໜ້ອຍ 80% ຂອງຈໍານວນເອກະສານຄໍາຮ້ອງຂໍຄວາມເປັນທໍາ ທີ່ສົ່ງເຂົ້າມາກຳມາທິການ ແລະ ກຳມະການຂອງກຳມາທິການ ພ້ອມທັງຕິດຕາມກວດກາຜົນ ຂອງການແກ້ໄຂບັນຫາດັ່ງກ່າວ.
ວຽກງານສ້າງຄວາມເຂັ້ມແຂງ ເພື່ອຮັບປະກັນການເຄື່ອນໄຫວປະຕິບັດພາລະບົດບາດຂອງກຳມາທິການ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງນັ້ນ, ກໍາມາທິການ ຕ້ອງເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງຢ່າງແຂງແຮງ ເພື່ອບໍາລຸງສ້າງ, ຍົກລະດັບຄວາມຮູ້, ຄວາມສາມາດສະເພາະດ້ານ ໃຫ້ແກ່ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການ ຂອງກຳມາທິການ ແລະ ພະນັກງານວິຊາການ ທີ່ເປັນເສນາທິການຊ່ວຍວຽກຂອງກຳມາທິການ ທັງຢູ່ ສູນກາງ ແລະ ທ້ອງຖິ່ນ ໃຫ້ສາມາດເຮັດສໍາເລັດໜ້າທີ່ການເມືອງ ກໍຄືຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນໄລຍະໃໝ່ ໃຫ້ໄດ້ຢ່າງໜ້ອຍ 90%.
ວຽກງານການຕ່າງປະເທດ ສືບຕໍ່ເອົາໃຈໃສ່ເຂົ້າຮ່ວມ ແລະ ເຄື່ອນໄຫວວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ, ປະກອບສ່ວນຢ່າງຕັ້ງໜ້າ ໃນການເພີ່ມທະວີການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງຂອງຕ່າງປະເທດໃນພາກພື້ນ ແລະ ສາກົນ ຕາມແນວທາງການຕ່າງປະເທດຂອງພັກ ກໍຄືທິດທາງລວມຂອງສະພາແຫ່ງຊາດ ໃຫ້ໄດ້ 90% ຕາມວິຖີຊິວິດໃໝ່.
ຮຽບຮຽງໂດຍ: ນາງ ສຸມົນທາ ງາໄຊ