
ຕອນເຊົ້າວັນທີ 11 ກຸມພາ 2026 ນີ້ ຄະນະກຳມະການເລືອກຕັ້ງຂັ້ນແຂວງໄດ້ດຳເນີນກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x ແລະ ສະພາປະຊາຊົນແຂວງ ຊຸດທີ v ຂຶ້ນທີ່ສະໂມສອນຂອງແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ພົທ ຄໍາກີ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເຂົ້າຮ່ວມມີບັນດາທ່ານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, ກອງເລຂາຊ່ວຍວຽກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 70 ກວ່າທ່ານ.

ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການກະກຽມ ແລະ ດຳເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ x ແລະ ສະພາປະຊາຊົນແຂວງ ຊຸດທີ v ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ແລະ ສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ V ແມ່ນສາມາດຈັດຕັ້ງປະຕິບັດໄປຕາມແຜນການ ແລະ ມີຜົນສໍາເລັດຕາມກໍານົດເວລາທີ່ໄດ້ກໍານົດໄວ້ ເຊິ່ງຜົນຂອງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ມີຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ X ມີຈໍານວນ 7 ທ່ານ, ຍິງ 3 ທ່ານ ແລະ ມີຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງຊຸດທີ V ມີຈໍານວນ 25 ທ່ານ, ຍິງ 8 ທ່ານ

ຜົນສຳເລັດນີ້ໄດ້ມາຈາກຄວາມເອົາໃຈໃສ່ນຳພາຢ່າງໃກ້ຊິດຂອງຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະປະຈຳພັກແຂວງ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, ຄວາມເປັນເຈົ້າການຂອງບັນດາອະນຸກຳມະການຕ່າງໆ, ຄະນະໜ່ວຍປ່ອນບັດເລືອກຕັ້ງໄດ້ເຊີດຊູສະຕິເປັນເຈົ້າຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ, ປະຊາຊົນບັນດາເຜົ່າພາຍໃນແຂວງໄດ້ປະກອບສ່ວນເຫື່ອແຮງ, ວັດຖຸປັດໃຈ, ຕື່ນຕົວເຂົ້າຮ່ວມດຳເນີນການເລືອກຕັ້ງໃຊ້ສິດຢ່າງຖືກຕ້ອງເຊິ່ງໄດ້ຢັ້ງຢືນເຖິງນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ປະກອບສ່ວນເຂົ້າໃນການປັບປຸງລະບົບການເມືອງຂອງປະເທດຊາດກໍຄືສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງໃຫ້ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ.
ໂດຍ ອາເມີງ ວິແຄລູ
