ກອງປະຊຸມຄະນະປົກປ້ອງກົດໝາຍຂັ້ນແຂວງຫຼວງນໍ້າທາ

ຕອນເຊົ້າ ວັນທີ 6 ມີນາ 2026 ນີ້ ຄະນະປົກປ້ອງກົດໝາຍຂັ້ນແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມຄະນະປົກປ້ອງກົດໝາຍຂັ້ນແຂວງຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປົກປ້ອງກົດໝາຍຂັ້ນແຂວງຈາກພະແນກການ, ອົງການ, ຂັ້ນແຂວງ, ກອງບັນຊາການ ປກຊ-ປກສ ແຂວງເຂົ້າຮ່ວມຢ່າງພ້ອມພຽງ,

ໃນວາລະປະຊຸມໄດ້ຜ່ານບົດສະຫຼູບການເຄື່ອນໄຫວວຽກງານປົກປ້ອງກົດໝາຍໃນໄລຍະ 5 ປີຜ່ານມາ, ລາຍງານຜົນການຈັດຕັ້ງປະຕິບັດບົດບັນທືກກອງປະຊຸມສະບັບເລກທີ່27/ຄປໝຂ, ລົງວັນທີ 8 ພຶດສະພາ 2025, ລາຍງານຄໍາຮ້ອງທີ່ເຂົ້າມາໃໝ່, ແລກປຽ່ນຄໍາຄິດຄໍາເຫັນກຽ່ວກັບການແຕ່ງຕັ້ງກອງເລຂາຊ່ວຍວຽກ ແລະ ແຕ່ງຕັ້ງຄະນະປົກປ້ອງກົດໝາຍຂັ້ນແຂວງຊຸດໃໝ່, ກອງປະຊຸມດໍາເນີນເປັນເວລາ 1 ຕອນມີຜົນສໍາເລັດຕາມລະດັບຄາດໝາຍ.

ໂດຍ ນາງ ອາເມີງ ວິແຄລູ

Skills

Posted on

10/03/2026