loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ວາລະມື້ທີສິບສີ່ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX

​ພ.ຈ. 16, 2021 | ຂ່າວກອງປະຊຸມ

(ສພຊ) ວັນທີ 16 ພະຈິກ 2021 ວາລະມື້ທີສິບສີ່ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໂດຍການເປັນປະທານກອງປະຊຸມຂອງຄະນະປະທານຄະນະປະຈຳສະພາແຫ່ງຊາດ (ດ້ວຍຮູບແບບກອງປະຊຸມປົກກະຕິ). ໃນວາລະພາກເຊົ້າ, ກອງປະຊຸມໄດ້ຮັບຟັງລາຍງານການປັບປຸງເນື້ອໃນຂອງຮ່າງມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າຂອງ ສປປ ລາວ (2021-2030), ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025) ຕາມຄຳເຫັນຂອງສະມາຊິກສະພາແຫ່ງຊາດ; ລາຍງານການປັບປຸງເນື້ອໃນຂອງຮ່າງມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2025) ຕາມຄຳເຫັນຂອງສະມາຊິກສະພາແຫ່ງຊາດ ຈາກຕາງໜ້າກອງເລຂານຸການກອງປະຊຸມ ທ່ານ ມະນີໂສ ຊາມູນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ຈາກນັ້ນ, ກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າ ຂອງ ສປປລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025) ດ້ວຍຄະແນນສຽງເຫັນດີ 142 ທ່ານ, ບໍ່ເຫັນດີ 1 ທ່ານ, ບໍ່ອອກສຽງ 3 ທ່ານ ໃນຈໍານວນຜູ້ເຂົ້າຮ່ວມ 149 ທ່ານ; ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ 5 ປີ (2021-2025) ດ້ວຍຄະແນນສຽງເຫັນດີ 145 ທ່ານ, ບໍ່ເຫັນດີ 2 ທ່ານ, ບໍ່ອອກສຽງ 2 ທ່ານ ໃນຈໍານວນຜູ້ເຂົ້າຮ່ວມ 149 ທ່ານ; ພາຍຫລັງທີ່ປະທານກອງປະຊຸມສະເໜີໃຫ້ ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄຳເຫັນຕໍ່ຮ່າງເນື້ອໃນມະຕິ 2 ສະບັບຄື: 1). ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອງໄຫວວຽກງານ ປະຈຳປີ 2021 ແລະ ແຜນການປະຈຳປີ 2022; ການກວດກາຕາມຜົນການກວດສອບ ປີ 2019; 2). ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022; ຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2020 ແລ້ວກອງປະຊຸມກໍໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບວຽກງານຂອງອົງການກວດກາແຫ່ງລັດດ້ວຍຄະແນນສຽງເຫັນດີ 146 ທ່ານ, ບໍ່ເຫັນດີ 2 ທ່ານ, ບໍ່ອອກສຽງບໍ່ມີ ໃນຈໍານວນຜູ້ເຂົ້າຮ່ວມ 148 ທ່ານ; ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບວຽກງານຂອງອົງການກວດສອບແຫ່ງລັດ ດ້ວຍຄະແນນສຽງເຫັນດີ 147 ທ່ານ, ບໍ່ເຫັນດີ 1 ທ່ານ, ບໍ່ອອກສຽງ 1 ທ່ານ ໃນຈໍານວນຜູ້ເຂົ້າຮ່ວມ 149 ທ່ານ; ກອງປະຊຸມໄດ້ຮັບຟັງລາຍງານການປັບປຸງເນື້ອໃນຂອງຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການປະຈຳປີ 2022; ລາຍງານການປັບປຸງເນື້ອໃນຂອງຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈຳປີ 2021 ແລະ ແຜນການປະຈຳປີ 2022 ຈາກຕາງໜ້າກອງເລຂານຸການກອງປະຊຸມ ທ່ານ ຄຳປະສົງ ລາດຊະຈັກ ຮອງປະທານກຳມາທິການຍຸຕິທຳ. ຈາກນັ້ນ, ກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບວຽກງານຂອງສານປະຊາຊົນສູງສຸດ ດ້ວຍຄະແນນສຽງເຫັນດີ 148 ທ່ານ, ບໍ່ເຫັນດີ 1 ທ່ານ, ບໍ່ອອກສຽງບໍ່ມີ ໃນຈໍານວນຜູ້ເຂົ້າຮ່ວມ 149 ທ່ານ; ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບວຽກງານຂອງອົງການໄອຍະການປະຊາຊົນສູງສຸດ ດ້ວຍຄະແນນສຽງເຫັນດີ 147 ທ່ານ, ບໍ່ເຫັນດີ 2 ທ່ານ, ບໍ່ອອກສຽງບໍ່ມີ ໃນຈໍານວນຜູ້ເຂົ້າຮ່ວມ 149 ທ່ານ; ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍຮັບຮອງເອົາການແຕ່ງຕັ້ງສະມາຊິກຜູ້ພິພາກສາຂອງສານປະຊາຊົນສູງສຸດ ດ້ວຍຄະແນນສຽງເຫັນດີ 146 ທ່ານ, ບໍ່ເຫັນດີ 3 ທ່ານ, ບໍ່ອອກສຽງບໍ່ມີ ໃນຈໍານວນຜູ້ເຂົ້າຮ່ວມ 149 ທ່ານ; ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດສະຫລຸບການປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022 ຂອງສະພາແຫ່ງຊາດ ດ້ວຍຄະແນນສຽງເຫັນດີ 148 ທ່ານ, ບໍ່ເຫັນດີບໍ່ມີ, ບໍ່ອອກສຽງບໍ່ມີ ໃນຈໍານວນຜູ້ເຂົ້າຮ່ວມ 148 ທ່ານ; ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍລັດຖະບານ ດ້ວຍຄະແນນສຽງເຫັນດີ 143 ທ່ານ, ບໍ່ເຫັນດີ 5 ທ່ານ, ບໍ່ອອກສຽງບໍ່ມີ ໃນຈໍານວນຜູ້ເຂົ້າຮ່ວມ 148 ທ່ານ; ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ ດ້ວຍຄະແນນສຽງເຫັນດີ 142 ທ່ານ, ບໍ່ເຫັນດີ 5 ທ່ານ, ບໍ່ອອກສຽງ 1 ທ່ານ ໃນຈໍານວນຜູ້ເຂົ້າຮ່ວມ 149 ທ່ານ; ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ ດ້ວຍຄະແນນສຽງເຫັນດີ 138 ທ່ານ, ບໍ່ເຫັນດີ 8 ທ່ານ, ບໍ່ອອກສຽງ 1 ທ່ານ ໃນຈໍານວນຜູ້ເຂົ້າຮ່ວມ 148 ທ່ານ; ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ ດ້ວຍຄະແນນສຽງເຫັນດີ 141 ທ່ານ, ບໍ່ເຫັນດີ 7 ທ່ານ, ບໍ່ອອກສຽງ 1 ທ່ານ ໃນຈໍານວນຜູ້ເຂົ້າຮ່ວມ 149 ທ່ານ; ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ ດ້ວຍຄະແນນສຽງເຫັນດີ 140 ທ່ານ, ບໍ່ເຫັນດີ 7 ທ່ານ, ບໍ່ອອກສຽງ 1 ທ່ານ ໃນຈໍານວນຜູ້ເຂົ້າຮ່ວມ 149 ທ່ານ;
ວາລະພາກບ່າຍ, ກອງປະຊຸມໄດ້ສືບຕໍ່ລົງຄະແນນສຽງຮັບຮອງເອົາບັນດາຮ່າງກົດໝາຍຕ່າງໆ ເປັນຕົ້ນ: ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສຳຫລວດວັດແທກ ແລະ ສ້າງແຜນທີ່ ດ້ວຍຄະແນນສຽງເຫັນດີ 136 ທ່ານ, ບໍ່ເຫັນດີ 1 ທ່ານ, ບໍ່ອອກສຽງບໍ່ມີ ໃນຈໍານວນຜູ້ເຂົ້າຮ່ວມ 138 ທ່ານ; ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ ດ້ວຍຄະແນນສຽງເຫັນດີ 133 ທ່ານ, ບໍ່ເຫັນດີ 5 ທ່ານ, ບໍ່ອອກສຽງບໍ່ມີ ໃນຈໍານວນຜູ້ເຂົ້າຮ່ວມ 138 ທ່ານ; ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ດ້ວຍຄະແນນສຽງເຫັນດີ 138 ທ່ານ, ບໍ່ເຫັນດີ 1 ທ່ານ, ບໍ່ອອກສຽງບໍ່ມີ ໃນຈໍານວນຜູ້ເຂົ້າຮ່ວມ 140 ທ່ານ; ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍມໍຣະດົກ ດ້ວຍຄະແນນສຽງເຫັນດີ 133 ທ່ານ, ບໍ່ເຫັນດີ 3 ທ່ານ, ບໍ່ອອກສຽງບໍ່ມີ ໃນຈໍານວນຜູ້ເຂົ້າຮ່ວມ 138 ທ່ານ;
(ຂ່າວ: ກົງທະນູຄຳ ; ພາບ:ອານຸສອນ ແລະ ສອນສັກ)