loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ ແລະ ກອງປະຊຸມຄົບຄະນະຂອງສະມັດຊາລັດຖະສະພາອາຊີ (APA) ຄັ້ງທີ 13

ມ.ກ. 23, 2023 | SlideMobile, ຂ່າວກອງປະຊຸມ

                                                                                                                                                                                                                                                                  ຄັ້ງທີ 13 ເຊິ່ງຈັດຂຶ້ນທີ່ ອັນໂຕຢາ ປະເທດຕວັກກີ, ໃນລະຫວ່າງວັນທີ 6-11 ມັງກອນ 2023.  ມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 262 ທ່ານ ທີ່ມາຈາກ 25 ປະເທດ. ພ້ອມທັງຜູ້ຕາງໜ້າຈາກສະມາຊິກລັດຖະສະພາປະເທດສັງເກດການ 2 ປະເທດ ແລະ ອົງການຈັດຕັ້ງສັງເກດການ 3 ອົງການ.

ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທີ່ເຂົ້າຮ່ວມໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ພາຍໃຕ້ຫົວຂໍ້ການຊຸກຍູ້ລັດທິຫຼາຍຝ່າຍ ໃນການປ່ຽນແປງຂະບວນການຂອງໂລກພ້ອມທັງຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ບັນດາຮ່າງມະຕິທີ່ສະເໜີໃນກອງປະຊຸມຄະນະກຳມະການຕ່າງໆ ຂອງສະມັດຊາລັດຖະສະພາອາຊີເຊັ່ນ: ກອງປະຊຸມຄະນະກຳມະການການເມືອງ, ຄະນະກຳມະການເສດຖະກິດ ແລະ ການພັດທະນາແບບຍືນຍົງ, ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຄະນະກຳມະການງົບປະມານ ແລະ ແຜນການ.

ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຜູ້ແທນສະພາແຫ່ງຊາດລາວ ໄດ້ມີຄຳເຫັນໃນກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນສິ່ງທ້າທາຍຫຼາຍດ້ານທີ່ສົ່ງຜົນກະທົບຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍຄືໃນໂລກ ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19, ໄພທໍາມະຊາດ, ການປະທະກັນທາງດ້ານອາວຸດໃນພາກພື້ນ, ບັນຫາດ້ານການເງິນ, ອາຫານ, ພະລັງງານ, ການຂາດແຄນນໍ້າມັນເຊື້ອໄຟ ແລະ ບັນຫາອື່ນໆ. ພ້ອມດຽວກັນນັ້ນ, ທ່ານກໍໄດ້ຍົກໃຫ້ເຫັນເຖິງນະໂຍບາຍການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຂອງ ສປປລາວ ແລະ ບົດບາດຂອງສະພາແຫ່ງຊາດລາວ ໃນນາມເປັນຕົວແທນແຫ່ງສິດ, ຜົນປະໂຫຍດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ຂົ້າຮ່ວມກອງປະຊຸມໃນຖານະທີ່ເປັນສະມາຊິກສະມັດຊາລັດຖະສະພາອາຊີ ຕ້ອງ​ຖື​ເອົາ​ໂອກາດ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 13 ຂອງ APA ​ເປັນ​ເວທີ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ນິຕິບັນຍັດ​ໃນ​ການ​ຊຸກຍູ້​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ພາກ​ພື້ນ, ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ ເຊິ່ງກັນ ​ແລະ ກັນ ​ຕາມ​ກົນ​ໄກ ບົດບາດ​ຂອງ​ລັດຖະສະພາ ​ເພື່ອ​ຮັບມືກັບ​ສິ່ງ​ທ້າ​ທາຍ ​ແລະ ​ແກ້​ໄຂ​​ບັນຫາ​ພາກ​ພື້ນ ​ແລະ ສາກົນ.