loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ບົດສະຫຼຸບ ການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະທິດທາງແຜນການ ປະຈໍາປີ 2018 ຂອງສະພາແຫ່ງຊາດ ຊຸດທີ VIII

​ພ.ຈ. 6, 2017 | ຂ່າວກອງປະຊຸມ

“ຮ່າງ”

ບົດ​​ປະກອບຄຳເຫັນ

ຂອງປະທານກຳມາທິການຍຸຕິທຳ

ຕໍ່ບົດລາຍງານ ຂອງ ອົງການໄອຍະການປະຊາຊົນສູງສຸດ,  ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໃນວາລະກອງປະຊຸມ ສະໄໝສາມັນເທື່ອທີ 4

ຂອງສະພາແຫ່ງຊາດຊຸດທີ VIII

 

ຮຽນ:   ທ່ານປະທານຄະນະປະທານກອງປະຊຸມທີ່ເຄົາລົບ ແລະ ນັບຖືຢ່າງສູງ!

  • ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດທ່ານປະທານສານປະຊາຊົນສູງສຸດ ແລະ ຄະນະລັດຖະບານ ທີ່ນັບຖື
  • ບັນດາທ່ານສະມາຊິກສະພາແຫ່ງຊາດ, ທ່ານຍິງທ່ານຊາຍ ແລະ ແຂກທີ່ມີກຽດ

 

ໂດຍປະຕິບັດຕາມມາດຕາ 13 ຂໍ້ 3 ຂອງກົດໝາຍວ່າດ້ວຍ ສະພາແຫ່ງຊາດ ສະບັບປີ 2015 ແລະ ມາດຕາ 16 ຂອງກົດໝາຍ ວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ສະບັບປັບປີ 2016.

ອີງຕາມ ມະຕິຕົກລົງຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ສະພາແຫ່ງຊາດ ຊຸດທີ VIII ສະບັບເລກທີ 013/ສພຊ ລົງວັນທີ 25 ພະຈິກ 2016 ແລະ ເທື່ອທີ 3 ສະບັບເລກທີ 012/ສພຊ, ລົງວັນທີ 22 ມີຖຸນາ 2017.

 

ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບອະນຸຍາດຈາກທ່ານປະທານກອງປະຊຸມ ຂຶ້ນປະກອບຄຳເຫັນໃນນາມຕາງໜ້າໃຫ້ ຄະນະກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ຕໍ່ບົດລາຍງານ ຂອງ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ.

 

ຜ່ານການຮັບຟັງບົດລາຍງານ ຂອງ ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ ແລະ ລັດຖະມົນຕີກະຊວງຍຸຕິທຳ.ຕາງໜ້າ ກໍາມາທິການຍຸຕິທໍາ ເຫັນດີເປັນເອກະພາບ ແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ 3 ອົງການ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ມີຜົນສໍາເລັດໃນຫຼາຍດ້ານ.

ບົດປະກອບຄໍາເຫັນ ລວມມີ 3 ພາກ ດັ່ງນີ້:

 

 

 

ພາກທີ I

ການຈັດຕັ້ງປະຕິບັດວຽກງານຈຸດສຸມ 9 ເດືອນ ປີ 2017 ແລະ ທິດທາງແຜນການ ວຽກງານຈຸດສຸມ ປີ 2018 ຂອງອົງການໄອຍະການປະຊາຊົນສູງສຸດ

 

  1. ການຈັດຕັ້ງປະຕິບັດວຽກງານຈຸດສຸມ 9 ເດືອນ ປີ 2017

ໃນ 9 ເດືອນຜ່ານມາ ອົງການໄອຍະການປະຊາຊົນ ຂັ້ນຕ່າງໆ ໄດ້ເຂົ້າຮ່ວມ ຄະນະສະເພາະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ກວດກາການປະຕິບັດກົດໝາຍໃນຂົງເຂດເສດຖະກິດ ແລະ ການລົງທຶນຢູ່ບາງກະຊວງ ແລະ ທ້ອງຖິ່ນ ຈໍານວນໜຶ່ງ, ສາມາດເຫັນໄດ້ການລະເມີດວິໄນແຜນການ-ການເງິນ, ການສໍ້ລາດບັງຫຼວງ, ສວຍໃຊ້ໜ້າທີ່ ຂອງພະນັກ ງານ-ລັດຖະກອນ, ໄດ້ປະສານສົມທົບກັບອົງການທີ່ກ່ຽວຂ້ອງ ຕິດຕາມກວດກາການນໍາໃຊ້ 7 ມາດຕະການສະກັດກັ້ນ ຂອງການດໍາເນີນຄະດີອາຍາ ເຮັດໃຫ້ສະຕິເຄົາລົບກົດໝາຍ ແລະ ຄວາມຮັບຜິດຊອບການເມືອງ ຂອງເຈົ້າໜ້າທີ່ສືບສວນ-ສອບສວນ ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ, ການຄຸ້ມຄອງຄ້າຍຄຸມຂັງ-ດັດສ້າງ ຂອງເຈົ້າໜ້າທີ່ສ່ວນຫຼາຍ ແມ່ນປະຕິບັດຖືກຕ້ອງຕາມລະບຽບ ແລະ ກົດໝາຍ, ພ້ອມກັນນັ້ນ ອົງການໄອຍະການປະຊາຊົນ ຍັງໄດ້ສໍາເລັດການປັບ ປຸງກົດໝາຍໄອຍະການປະຊາຊົນ, ສ້າງ, ປັບປຸງ ແລະ ຈັດຕັ້ງເຜີຍແຜ່ນິຕິກໍາ ຈໍານວນໜຶ່ງ ພ້ອມທັງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງ ຢູ່ ອົງການໄອຍະການຂັ້ນຕ່າງໆ. ໂດຍລວມແລ້ວ ການປະຕິບັດພາລະບົດບາດ ຂອງ ອົງການໄອຍະການປະຊາຊົນຂັ້ນຕ່າງໆ ໄດ້ຮັບການປັບປຸງຍົກລະດັບສູງຂຶ້ນ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຮັບປະກັນໄດ້ຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທໍາ ຫຼາຍຂຶ້ນ ຊຶ່ງສະແດງອອກຄື: ອົງການໄອຍະການປະຊາຊົນ ຮັບ ແລະ ແກ້ໄຂຄະດີອາຍາຂັ້ນຕົ້ນ 91,51% ໃນນັ້ນ ຖະແຫຼງຂຶ້ນສານ ແລະ ສານໄດ້ຕັດສິນເອົາຕາມຄໍາຖະແຫຼງຂອງອົງການໄອຍະການປະຊາຊົນ 99,77% ຂອງຈໍານວນຄະດີທີ່ອົງການໄອຍະການ ໄດ້ຖະແຫຼງຂຶ້ນສານ, ໄດ້ຮັບ ແລະ ແກ້ໄຂຄະດີອາຍາ ແລະ ຄະດີແພ່ງຂັ້ນອຸທອນ 97,17%, ສານຂັ້ນອຸທອນ ພິພາກສາເອົາຕາມຄໍາຖະແຫຼງ ຂອງອົງການໄອຍະການປະຊາຊົນ 89,84%, ໄດ້ຖະແຫຼງ ຄະດີອາຍາ ແລະ ຄະດີແພ່ງຂັ້ນລົບລ້າງໃຫ້ສານ ແລະ ສານໄດ້ພິພາກສາເອົາຕາມ 97,94%; ລະບົບກົງຈັກການຈັດຕັ້ງ ຂອງອົງການໄອຍະການປະຊາຊົນ ໄດ້ຮັບການສ້າງຕັ້ງຂຶ້ນ 2 ເຂດ ເທົ່າກັບ 50% ຂອງແຜນ ການປີ, ໄດ້ເອົາໃຈໃສ່ ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ ດ້ວຍການຈັດຝຶກອົບຮົມ ພາຍໃນ ແລະ ຕ່າງປະເທດ ຈໍານວນໜຶ່ງ.

ຄຽງຄູ່ກັບດ້ານດີທີ່ຕັ້ງໜ້າ ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ສັງເກດເຫັນວ່າ ການຈັດຕັ້ງປະຕິບັດວຽກງານຈຸດສຸມ ຂອງອົງການໄອຍະການປະຊາຊົນ ບາງດ້ານຍັງບໍ່ທັນບັນລຸໄດ້ຕາມແຜນທີ່ກໍານົດໄວ້ ເປັນຕົ້ນ:

  1.  ວຽກງານການເມືອງແນວຄິດ ແລະ ພັດທະນາບຸກຄະລາກອນ ເຖິງວ່າໄດ້ມີການເພີ່ມທະວີ ໃນການສຶກສາອົບ ຮົມການເມືອງແນວຄິດ, ຈັດຝຶກອົບຮົມ ແລະ ຍົກລະດັບໃນດ້ານຕ່າງໆ ແຕ່ເຫັນວ່າ ຄຸນນະພາບ ຂອງພະນັກງານໄອຍະການປະຊາຊົນ ຍັງບໍ່ທັນມີການຫັນປ່ຽນຢ່າງຕັ້ງໜ້າເທົ່າທີ່ຄວນ, ພະນັກງານໄອຍະການປະຊາຊົນຈໍານວນໜຶ່ງ ຂາດຈັນຍາບັນໃນການປະຕິບັດໜ້າທີ່, ກົງຈັກການຈັດຕັ້ງ ໄດ້ຮັບການປັບປຸງ ແລະ ສ້າງຕັ້ງຂຶ້ນຕື່ມ ແຕ່ບໍ່ສາມາດບັນລຸຄາດໝາຍທີ່ໄດ້ກໍານົດໄວ້ໃນ ມະຕິ ຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 013/ສພຊ, ລົງວັນທີ 25 ພະຈິກ 2016;
  2. ການກວດກາ ການນຳໃຊ້ 7 ມາດຕະການສະກັດກັ້ນ ຂອງເຈົ້າໜ້າທີ່ອົງການສືບສວນ-ສອບສວນ ໃນການດຳ ເນີນຄະດີອາຍາ ອົງການໄອຍະການປະຊາຊົນ ຍັງບໍ່ທັນມີມາດຕະການສະກັດກັ້ນ ຕໍ່ການລະເມີດກົດໝາຍ ຢ່າງທັນ   ການ, ການກັກຕົວເກີນກຳນົດເວລາ, ການຈັບຕົວໃນກໍລະນີບໍ່ປະຕິບັດຕາມຄຳຕັດສີນຂອງສານ ຕາມມາດຕາ 173 ຂອງກົດໝາຍອາຍາ ຍັງປະກົດມີຢູ່ ຊຶ່ງບໍ່ປະຕິບັດຕາມ ມະຕິ ສະບັບເລກທີ 0134/ຄປຈ.ສພຊ, ລົງວັນທີ 4 ທັນວາ 2013;
  3. ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ໄດ້ມີຄຸນນະພາບສູງຂຶ້ນ ແຕ່ການເຂົ້າຮ່ວມດໍາເນີນຄະດີຢູ່ທີ່ປະຊຸມສານ ຂອງພະນັກງານໄອຍະການປະຊາຊົນ  ຍັງບໍ່ທັນເປັນເຈົ້າການກວດກາຂັ້ນຕອນ ແລະ ລະບຽບຂອງການດຳເນີນຄະດີ ຕາມທີ່ກຳນົດໄວ້ໃນກົດໝາຍ;
  4. ເຖິງວ່າ ອົງການໄອຍະການປະຊາຊົນ ໄດ້ເອົາໃຈໃສ່ຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ມີຄວາມພະຍາ ຍາມຊອກວິທີແກ້ໄຂບັນຫາຄ້າຍຄຸມຂັງ-ດັດສ້າງຊຸດໂຊມ, ຜູ້ຕ້ອງຫາ ແລະ ນັກໂທດ ຖືກກັກຂັງຢູ່ຫ້ອງແອອັດຂັບແຄບ ແລະ ປົນເປກັນ ແຕ່ບັນຫາດັ່ງກ່າວຍັງເຫັນວ່າບໍ່ທັນໄດ້ຮັບການແກ້ໄຂເທົ່າທີ່ຄວນ ຊຶ່ງໃນຕໍ່ໜ້າອົງການໄອຍະການປະຊາຊົນ ຄວນໄດ້ກໍານົດມາດຕະຖານ ແລະ ວິທີການແກ້ໄຂບັນຫາດັ່ງກ່າວໃຫ້ຊັດເຈນຂຶ້ນຕື່ມ;
  5. ການຕິດຕາມກວດກາ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຂອງອົງການໄອຍະການປະຊາຊົນ ຕາມທີ່ກຳນົດໄວ້ໃນມາດຕາ 10 ຂໍ້ 6 ຂອງ ກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ສະບັບປີ 2009 ເຖິງວ່າ ໄດ້ມີຄວາມເອົາໃຈໃສ່ ແຕ່ກໍຍັງເຫັນວ່າ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຍັງມີຫາງສຽງຂອງສັງຄົມຈົ່ມວ່າເຈົ້າໜ້າທີ່ປະຕິ ບັດຄໍາຕັດສີນຂອງສານລະເມີດກົດໝາຍ ຊຶ່ງອົງການໄອຍະການປະຊາຊົນ ບໍ່ທັນສາມາດກວດກາ ແລະ ມີມາດຕະການແກ້ໄຂ;
  6. ການສະເໜີຮື້ຟື້ນຄະດີຄືນໃໝ່ ຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 359 ຂອງກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ ແລະ ມາດຕາ 313 ຂອງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ, ອົງການໄອຍະການປະຊາຊົນສູງສຸດ ຍັງບໍ່ທັນໄດ້ປະຕິບັດຕາມກົດໝາຍຢ່າງຄົບຖ້ວນ ເປັນຕົ້ນ ການຮື້ຟືນຄະດີໂດຍໜ້າທີ່;
  7. ອົງການໄອຍະການປະຊາຊົນ ໄດ້ເອົາໃຈໃສ່ໃນ ການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ຕາມທີ່ໄດ້ກໍານົດໄວ້ໃນ ມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ສະບັບເລກທີ 013/ສພຊ, ລົງວັນທີ 25 ພະຈິກ 2016 ແຕ່ຍັງບໍ່ທັນໄດ້ ຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານຕົວຈິງ ແລະ ໃນບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກໍບໍ່ໄດ້ສະແດງອອກ.

 

  1. ທິດທາງແຜນການ ແລະ ວຽກງານຈຸດສຸມ ປີ 2018

ກໍາມາທິກາຍຸຕິທໍາ ຂອງສະພາແຫ່ງຊາດ ສະແດງຄວາມເປັນເອກະພາບ ກັບທິດທາງ ແລະ ແຜນການ ປີ 2018 ຂອງ ອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ກໍານົດວຽກງານຈຸດສຸມ 6 ຂໍ້ ຕາມທີ່ກໍານົດໄວ້ໃນບົດລາຍງານ ແຕ່ກໍາມາ ທິການຍຸຕິທໍາ ຂໍສະເໜີບາງທັດສະນະເພີ່ມ ດັ່ງນີ້:

 

  1. ອົງການໄອຍະການປະຊາຊົນສູງສຸດ ໄດ້ກໍານົດຄາດໝາຍສູ້ຊົນໃຫ້ບັນລຸ 95% ຂຶ້ນໄປ ຂອງຈໍານວນຄະດີທີ່ຄົ້ນຄວ້າແກ້ໄຂນັ້ນ ເຫັນວ່າ ເໝາະສົມ; ແຕ່ການທີ່ກໍານົດບໍ່ໃຫ້ຫຼຸດ 90% ຂອງຈໍານວນຄະດີທີ່ສານພິຈາລະນາຕັດສິນ ເອົາຕາມຄໍາຖະແຫຼງຂອງໄອຍະການນັ້ນ ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ເຫັນວ່າ ການກໍານົດຕົວເລກດັ່ງກ່າວ ຕໍ່າກວ່າຜົນການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ 9 ເດືອນ ປີ 2017 ຊຶ່ງເຫັນວ່າ ຫຼຸດຕົວເລກທີ່ສາມາດເຮັດໄດ້ຜ່ານມາ;
  2. ເພີ່ມທະວີ ການສຶກສາອົບຮົມວຽກງານການເມືອງແນວຄິດ-ທິດສະດີ ແລະ ວຽກງານວິຊາສະເພາະ ຕ້ອງມີຈຸດສຸມ, ເປົ້າໝາຍຊັດເຈນ ເປັນຕົ້ນ ພະນັກງານໄອຍະການປະຊາຊົນ ຂັ້ນ 1, ຂັ້ນ 2, ຂັ້ນ 3 ແລະ ຜູ້ຊ່ວຍພະນັກງານໄອຍະການ ແນ່ໃສ່ເຮັດໃຫ້ມີຄວາມໜັກແໜ້ນທາງດ້ານວິຊາສະເພາະ, ເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດ  ໝາຍ; ເພີ່ມຄວາມເອົາໃຈໃສ່ການຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາການ​ປະຕິບັດ​ໜ້າ​ທີ່​ ຂອງພະນັກງານ​ໄອ​ຍະ​ການ​ປະຊາຊົນ ແຕ່ລະຂັ້ນໃຫ້ສາມາດກວດກາເຫັນ ຜູ້ດີມີຜົນງານ ເພື່ອຍ້ອງຍໍ ແລະ ເດັດຂາດແກ້ໄຂປະກົດການລະເມີດກົດໝາຍ ຂອງພະນັກງານໄອຍະການປະຊາຊົນ ທຸກຂັ້ນໃຫ້ເປັນຮູບປະທໍາ;
  3. ຍົກສູງຄຸນນະພາບ ແລະ ຄວາມຮັບຜິດຊອບ ຂອງພະນັກງານໄອຍະການປະຊາຊົນ ແຕ່ລະຂັ້ນ ໃນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ການເຂົ້າຮ່ວມດໍາເນີນຄະດີຢູ່ທີ່ປະຊຸມສານ, ການຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ, ການຕິດຕາມກວດກາ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃຫ້ມີຄວມສັກສິດ ພ້ອມທັງຮັບປະກັນຄວາມຖືກຕ້ອງຕາມກົດໝາຍ;
  4. ການສ້າງ ແລະ ປັບປຸງນິຕິ​ກຳໃຕ້ກົດໝາຍ ທີ່ອົງການໄອຍະການປະຊາຊົນ ໄດ້ວາງຄາດໝາຍສູ້ຊົນໃຫ້ໄດ້ 5 ສະບັບນັ້ນ ເຫັນວ່າ ຈະແຈ້ງ ແຕ່ຕ້ອງວາງແຜນການຈັດຕັ້ງປະຕິບັດໃຫ້ລະອຽດ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້ໃນທິດທາງແຜນການ ແລະ ວຽກງານຈຸດສຸມ ປີ 2018.

 

ພາກທີ II:

ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ແລະ ທິດ​ທາງ​ແຜນການ​ປະຈຳປີ 2018

 

  1. ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ

ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ເຫັນວ່າ ສານປະຊາຊົນສູງສຸດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຜູ້ພິພາກສາ ຢ່າງເປັນປົກກະຕິຕໍ່ເນື່ອງ; ບຳລຸງສ້າງຜູ້ພິພາກສາ ໃຫ້ມີຄວາມຮູ້ຄວາມສາມາດ ເປັນຜູ້ພິພາກສາທີ່ດີ-ທີ່ເກັ່ງ, ມີຄວາມໂປ່ງໃສ, ບໍ່ລໍາອຽງ ໃນການປະຕິບັດໜ້າທີ່; ຍົກສູງຄຸນນະພາບ ຂອງຖັນແຖວພະນັກງານ ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ແລະ ຈ່າສານ ທາງດ້ານປະລິມານ ແລະ ຄຸນນະພາບ ດີຂຶ້ນເທື່ອລະກ້າວ; ໄດ້ສ້າງຕັ້ງສານປະຊາຊົນເຂດ ຕາມແຜນການທີ່ໄດ້ກໍານົດໄວ້ສໍາເລັດ; ສໍາເລັດການປັບປຸງກົດໝາຍວ່າດ້ວຍ ສານປະຊາຊົນ ແລະ ນິຕິກຳໃຕ້ກົດໝາຍ ຈໍານວນໜຶ່ງ;  ຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍ ຜູ້ພິພາກສາ ເພື່ອນໍາສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII  ພິຈາລະນາ; ຄົ້ນຄວ້າ, ກະກຽມ ເງື່ອນໄຂສ້າງຕັ້ງຄະນະສານປົກຄອງ; ຄຸນນະພາບໃນການພິຈາລະນາຕັດສິນຄະດີທີ່ເຂົ້າມາສານທຸກຂັ້ນ ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທຳ ດີຂຶ້ນ ຊຶ່ງສະແດງອອກ ຄະດີຢູ່ສານຂັ້ນຕົ້ນ ສານໄດ້ຕັດສິນແລ້ວ ກວມ 72,17% ຂອງຈໍານວນຄະດີທີ່ເຂົ້າມາສານ, ຄູ່ຄວາມພໍໃຈເຫັນດີນໍາໄປຈັດຕັ້ງປະຕິບັດ 86,95%, ຄູ່ຄວາມບໍ່ພໍໃຈ ຂໍອຸທອນ 13,04%; ຄະດີຢູ່ສານຂັ້ນອຸທອນ ສານໄດ້ພິພາກສາໄປແລ້ວ ກວມ 75,12%, ຄູ່ຄວາມພໍໃຈ ແລະ ເຫັນດີຈັດຕັ້ງປະຕິບັດ ກວມເອົາ 53,01%, ຄູ່ຄວາມບໍ່ພໍໃຈ ຂໍລົບລ້າງ 46,98% ຂອງຈໍານວນຄະດີທີ່ສານຂັ້ນອຸທອນໄດ້ພິພາກສາ; ຄະດີຢູ່ສານຂັ້ນລົບລ້າງ ສານໄດ້ພິພາກສາໄປແລ້ວ ກວມ 65,06%, ຄະດີຂັ້ນຮື້ຟື້ນ ມີ 12 ເລື່ອງ, ແກ້ໄຂແລ້ວ 9 ເລື່ອງ.

 

ຄຽງຄູ່ກັບດ້ານດີ ແລະ ຜົນງານທີ່ສານປະຊາຊົນຍາດມາໄດ້ນັ້ນ ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ສັງເກດເຫັນວ່າ ການເຄື່ອນໄຫວວຽກງານ ຂອງສານປະຊາຊົນ ບາງດ້ານຍັງບໍ່ທັນບັນລຸຕາມແຜນວຽກຈຸດສຸມ ທີ່ກໍານົດໄວ້ ເປັນຕົ້ນ:

  1. ການສຶກສາອົບຮົມການເມືອງແນວຄິດ ເຖິງວ່າເຮັດຫຼາຍ ແຕ່ກໍຍັງບໍ່ທັນເລິກເຊິ່ງ ແລະ ແທດເຖິງກັບເປົ້າໝາຍຕົວຈິງ ຈຶ່ງຍັງມີຖັນແຖວພະນັກງານຈໍານວນໜຶ່ງ ຍັງຂາດຄວາມກະຕືລືລົ້ນ, ເຮັດວຽກມັກງ່າຍ ເອື່ອຍອີງ, ຮັກສາເດີມ, ຂາດຫົວຄິດປະດິດສ້າງ, ສະຕິຄວາມເປັນເຈົ້າ ແລະ ຄວາມຮັບຜິດຊອບການເມືອງບໍ່ທັນສູງ;
  2. ການດໍາເນີນແກ້ໄຂຄະດີີ ຂອງສານປະຊາຊົນແຕ່ລະຂັ້ນ ເຖິງວ່າມີດ້ານຕັ້ງໜ້າ ແຕ່ກໍບໍ່ທັນບັນລຸຄາດໝາຍ ຕາມມະຕິ ກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 013/ສພຊ, ລົງວັນທີ 25 ພະຈິກ 2016, ການດໍາເນີນຄະດີຢູ່ສານຂັ້ນຕົ້ນ ແລະ ຂັ້ນອຸທອນ ຈໍານວນໜຶ່ງ ຍັງໄດ້ມີການລະເມີດຂັ້ນຕອນຂອງການດຳເນີນຄະດີ ຕາມທີ່ກຳນົດໄວ້ໃນ ກົດໝາຍ;
  3. ການພິພາກສາຮື້ຟື້ນຄະດີຄືນໃໝ່  ຂອງສານປະຊາຊົນສູງສຸດ ຊຶ່ງໄດ້ນໍາເອົາ ຄະດີທີ່ຖືກດໍາເນີນຕາມກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປີ 1990 ມາພິຈາລະນາເປັນຂັ້ນຮື້ຟືນ ຕາມກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບປີ 2012. ນອກນັ້ນຍັງມີກໍລະນີທີ່ສານຂັ້ນຮື້ຟື້ນ ພິພາກສາລົບລ້າງຄະດີ ຂໍ້ຂັດແຍ່ງທີ່ດິນ ແລະ ເຮືອນ ສົ່ງໃຫ້ສານຂັ້ນຕົ້ນພິຈາລະນາຄືນໃໝ່ ເນື່ອງຈາກເປັນຄະດີ ສັນຍາກູ້ຢືມ ແຕ່ຄະນະສານຊຸດໃໝ່ ຍັງຕັດສິນ ແລະ ພິພາກສາ ເປັນຂໍ້ຂັດແຍ່ງທີ່ດິນ ແລະ ເຮືອນຄືເກົ່າ;
  4. ສານປະຊາຊົນສູງສຸດ ຍັງບໍ່ທັນໄດ້ກໍານົດປະເພນີສານ ທີ່ເປັນຕົວແບບໃຫ້ສານຂັ້ນທ້ອງຖິ່ນ ນໍາມາພິຈາລະນາຄະດີເປັນເອກະພາບໃນທົ່ວປະເທດ.

 

  1. ທິດທາງແຜນການປະຈໍາ ປີ 2018

ກໍາມາທິກາຍຸຕິທໍາ ຂອງສະພາແຫ່ງຊາດ ສະແດງຄວາມເປັນເອກະພາບ ກັບທິດທາງແຜນການປະຈໍາ ປີ 2018 ຂອງສານປະຊາຊົນສູງສຸດ ຕາມທີ່ກໍານົດໄວ້ໃນບົດລາຍງານ ແຕ່ກໍາມາທິການຍຸຕິທໍາ ຂໍສະເໜີບາງທັດສະນະເພີ່ມ ດັ່ງນີ້:

  1. ເພີ່ມທະວີ ການສຶກສາອົບຮົມວຽກງານການເມືອງແນວຄິດ, ຍົກລະດັບທິດສະດີ ແລະ ວິຊາສະເພາະ ໃຫ້ຜູ້ພິ ພາກສາ ແນ່ໃສ່ຍົກຄຸນທາດການເມືອງ, ຈັນຍາບັນ-ຈັນຍາທໍາ, ນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນ, ເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດໝາຍ; ເພີ່ມຄວາມເອົາໃຈໃສ່ການຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາການ​ປະຕິບັດ​ໜ້າ​ທີ່​ຂອງຜູ້ພິພາກສາ, ຕີລາຄາປະເມີນຜົນຜູ້ພິພາກສາ ເພື່ອໃຫ້ສາມາດເຫັນໄດ້ຜູ້ພິພາກສາດີ ແລະ ເກັ່ງ ບັນລຸ 25% ຕາມແຜນທີ່ໄດ້ກໍານົດໄວ້; ເດັດຂາດລົງວິໄນ ຕໍ່ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ແລະ ຈ່າສານ ທີ່ມີເຈດຕະນາລະເມີດກົດໝາຍ ຫຼື ບົກຜ່ອງຕໍ່ການປະຕິບັດໜ້າທີ່ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ ສິດ ແລະ ຜົນປະໂຫຍດຂອງລັດ, ສັງຄົມ ແລະ ພົນລະ ເມືອງ ພ້ອມທັງຟື້ນຟູຄືນຄວາມເສຍຫາຍດັ່ງກ່າວ;
  2. ການດຳເນີນຄະດີຂອງສານແຕ່ລະ​ຂັ້ນ ຕ້ອງ​ປະຕິບັດ​ຫຼັກການ​ດຳ​ເນີນ​ຄະດີຕາມທີ່​ກຳນົດ​ໄວ້​ໃນ​ກົດໝາຍ​ຢ່າງ​ເຂັ້ມ​ງວດ, ຮັບປະກັນການດໍາເນີນຄະດີ ຄົບຖ້ວນ, ຮອບດ້ານ, ພາວະວິໄສ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 17 ຂອງກົດ    ໝາຍວ່າດ້ວຍການດໍາເນີນຄະດີແພ່ງ ແລະ ມາດຕາ 24 ຂອງກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ;
  3. ຮັບປະກັນໃຫ້ບຸກຄົນທີສາມ ໄດ້ເຂົ້າຮ່ວມໃນການດໍາເນີນຄະດີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 75 ແລະ 76 ຂອງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ.

 

ພາກທີ III

ການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານຜ່ານມາ ແລະ ແຜນການໃນຕໍ່ໜ້າ ຂອງກະຊວງຍຸຕິທໍາ

 

  1. ການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານຜ່ານມາ

ກະຊວງຍຸຕິທຳ ໃນຖານະເປັນຜູ້ຮັບຜິດຊອບໂດຍກົງຮອບດ້ານ ຕໍ່ວຽກງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ກໍໄດ້ເອົາໃຈໃສ່ຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຊຶ່ງສາມາດເຮັດສໍາເລັດໜ້າທີ່ດີພໍສົມຄວນ ໃນ 9 ເດືອນຜ່ານມາສາມາດຈັດຕັ້ງປະຕິບັດໄດ້ 1.555 ເລື່ອງ ທຽບໃສ່ໃນໄລຍະດຽວກັນຂອງປີທີ່ຜ່ານມາ ເພີ່ມຂຶ້ນ 6%. ໄດ້ຄົ້ນຄວ້າຄໍາຮ້ອງຂອງຄູ່ຄວາມ ແລະ ແຈ້ງຕອບບົດລາຍງານໃຫ້ພາກສ່ວນກ່ຽວຂ້ອງໄດ້ 288 ສະບັບ ຂອງຈໍານວນ 447 ສະບັບ. ປັບປຸງກົງຈັກການຈັດຕັ້ງ, ບັນຈຸຊັບຊ້ອນ, ຈັດວາງພະນັກງານປະກອບໃຫ້ກົມ, ຫ້ອງການ ແລະ ໜ່ວຍງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ແຕ່ສູນກາງຮອດທ້ອງຖິ່ນເປັນລະບົບຄົບຊຸດພໍສົມຄວນ, ໄດ້ຮັບການເອົາໃຈໃສ່ ຊີ້ນໍາ-ນໍາພາ, ອໍານວຍຄວາມສະດວກ ຈາກອົງການປົກຄອງຂັ້ນຕ່າງໆ ໃຫ້ແກ່ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ; ສໍາເລັດການການຝຶກອົບຮົມເພຶ່ອຍົກລະດັບຄວາມຮູ້ທາງດ້ານວິຊາການ  ໃຫ້ແກ່ວຽກງານປະຕິບັດຄໍາຕັດສິນຂອງສານ ທົ່ວປະເທດ 1 ຊຸດ, ຍົກລະດັບ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ກັບ ປະເທດເພື່ອນມິດ ຈໍານວນໜຶ່ງ.

 

ຄຽງຄູ່ກັບດ້ານດີ ແລະ ຜົນງານທີ່ກະຊວງຍຸຕິທໍາ ຍາດມາໄດ້ໃນໄລຍະທີ່ຜ່ານມານັ້ນ ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ເຫັນດີເປັນເອກະພາບນໍາການຕີລາຄາ ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ທີ່ໄດ້ສະເໜີຢູ່ໃນບົດລາຍງານ ແຕ່ເຖິງຢ່າງໃດກໍຕາມ ກໍາມາທິການຍຸຕິທໍາ ສັງເກດເຫັນວ່າ ຍັງມີບາງດ້ານ ທີ່ຈະໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ:

  1. ເຖິງວ່າຄະນະພັກ-ຄະນະນໍາ ຂອງກະຊວງຍຸຕິທໍາ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດ, ບໍາລຸງສ້າງພະນັກງານ-ລັດຖະກອນ ໃນຂົງເຂດວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແຕ່ຍັງເຫັນວ່າ ພະນັກງານ-ລັດ ຖະກອນ ໃນຂົງເຂດວຽກງານດັ່ງກ່າວຈໍານວນໜຶ່ງ ທັດສະນະການເມືອງບໍ່ໜັກແໜ້ນ, ຂາດຈັນຍາບັນ-ຈັນຍາທໍາ ຫ່າງເຫີນຈາກປະຊາຊົນ ການບໍລິການປະຊາຊົນບໍ່ໂປ່ງໃສ, ເລືອກປະຕິບັດ ຊຶ່ງພາໃຫ້ເກີດມີຫາງສຽງຈົ່ມວ່າຈາກສັງຄົມ, ສ້າງຄວາມອັບປະໂຫຍດ ແລະ ຄວາມລໍາຄານໃຫ້ແກ່ປະຊາຊົນ;
  2. ກົນໄກ ແລະ ແບບແຜນວິທີເຮັດວຽກ ບໍ່ທັນໄດ້ຮັບການປັບປຸງຢ່າງເລິກເຊິ່ງ, ການຜັນຂະຫຍາຍກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃຫ້ເປັນອັນລະອຽດ ບໍ່ທັນຄົບຖ້ວນ ແລະ ຮັດກຸມ; ການປະຕິບັດໜ້າທີ່ວຽກງານຂອງພະນັກງານປະຕິບັດຄໍາຕັດສີນຂອງສານບາງຄັ້ງຂາດລັກສະນະລວມສູນປະຊາທິປະໄຕ ເຮັດພໍໃຜພໍລາວ, ຂາດການຕິດຕາມກວດກາ ແລະ ປະເມີນຜົນການປະຕິບັດໜ້າທີ່ວຽກງານ ແຕ່ລະໄລຍະ, ການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ຍັງມີຫຼາຍກໍລະນີ ບໍ່ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການ ທີ່ໄດ້ກໍານົດໄວ້ໃນດຳລັດ ສະບັບເລກທີ 158/ນຍ, ລົງວັນທີ 4 ມີຖຸນາ 2013 ຊຶ່ງເປັນຊ່ອງຫວ່າງໃຫ້ແກ່ພະນັກງານສວຍໃຊ້ໜ້າທີ່ຄວາມຮັບຜິດຊອບໄປໃນທາງທີ່ບໍ່ຖືກຕ້ອງ;
  3. ໃນບົດລາຍງານໄດ້ມີຕົວເລກສະແດງໃຫ້ເຫັນ ຄໍາຕັດສິນ, ຄໍາພິພາກສາ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ ຈໍານວນ 21.354 ເລື່ອງ ໃນນັ້ນ ມີຈໍານວນ 2.889 ເລື່ອງ ບໍ່ສາມາດຈັດຕັ້ງປະຕິບັດໄດ້ນັ້ນ ອົງການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ ບໍ່ໄດ້ວິເຄາະວິໄຈ ບໍ່ໄດ້ຊອກຫາສາເຫດທີ່ບໍ່ສາມາດປະຕິບັດໄດ້;
  4. ການຄຸ້ມຄອງ ກ່ຽວກັບ ວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ທີ່ພົວພັນເຖິງ ວັດຖຸ, ຊັບສິນ, ເງິນ, ຄໍາ ແລະ ຄ່າທໍານຽມສານ ທີ່ສານໄດ້ຕັດສິນໃຫ້ເປັນຂອງລັດ ຍັງມີຫຼາຍກໍລະນີຍຶດຊັບໄດ້ແລ້ວ ບຸກຄົນເອົາໄປນໍາໃຊ້ ແລະ ຈັບຈອງເອົາເປັນຂອງຕົນເອງ ໂດຍບໍ່ຖືກຕ້ອງຕາມກົດໝາຍ;
  5. ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຍັງມີຫຼາຍກໍລະນີລະເມີດ ດຳລັດ 158/ນຍ, ລົງວັນທີ 4 ມີຖຸນາ 2013 ເປັນຕົ້ນ ການປະກອບຄະນະກໍາມະການຕີລາຄາຫຼັກຊັບຄໍ້າປະກັນ, ການປະມູນຂາຍຫຼັກຊັບ ແລະ ການແຈ້ງສິດໃຫ້ແກ່ຄູ່ຄວາມ ແລະ ເຈົ້າຂອງຫຼັກຊັບ ເຂົ້າຮ່ວມໃນການຕີລາຄາປະມູນຫຼັກຊັບ ຍັງເຮັດໄດ້ໜ້ອຍ;
  6. ການຊີ້ນໍາ-ນໍາພາ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຂອງສູນກາງຕໍ່ທ້ອງຖິ່ນ ບໍ່ມີຄວາມເປັນເອກະພາບກັນ ລະຫວ່າງ ກະຊວງຍຸຕິທໍາ, ກົມຄຸ້ມຄອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ຫ້ອງການ ປະຕິບັດຄໍາຕັດສິນຂອງສານ ຍັງມີປະກົດການລົບລ້າງຄໍາສັ່ງການປະຕິບັດຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ຫຼົບໄປຫຼົບມາຫຼາຍຄັ້ງ ເຮັດໃຫ້ບໍ່ສາມາດປະຕິບັດຄໍາຕັດສິນຂອງສານໄດ້ສໍາເລັດ;
  7. ການປະສານສົມທົບກັບບັນດາອົງການຂອງລັດ ໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ມີຫຼາຍກໍລະນີຍັງບໍ່ທັນໜັກແໜ້ນ, ກົມກຽວ, ເຮັດພໍໃຜພໍລາວ, ໃນຄະດີດຽວກັນ ກໍມີຫຼາຍອົງການ ມີຄວາມເຫັນບໍ່ກົງກັນ ຊຶ່ງມີທັງຜູ້ສັ່ງໂຈະ, ຜູ້ສັ່ງປະຕິບັດ ເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມຫຍຸ້ງຍາກ, ແກ່ຍືດແກ່ຍາວເປັນເວລາຫຼາຍປີພາໃຫ້ລະເມີດກົດໝາຍ;
  8. ການນຳໃຊ້ມາດຕະການ ຕໍ່ຜູ້ບໍ່ຍອມຈັດຕັ້ງປະຕິບັດຕາມຄຳຕັດສິນຂອງສານ ຂໍໃຫ້ເຂັ້ມງວດຕາມ ມະຕິ 134/ຄປຈ, ລົງວັນທີ 4 ທັນວາ 2013 ຂອງ ຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍ ການຈັດຕັ້ງປະຕິບັດ ມາດຕາ 173 ຂອງກົດໝາຍອາຍາ ຕ້ອງໄດ້ມີຄຳຕັດສິນໃຊ້ໄດ້ຢ່າງເດັດຂາດ ສາກ່ອນ ຈຶ່ງນຳໃຊ້ມາດຕະການຈັບຕົວ ກັກຂັງ, ຊຶ່ງໃນຜ່ານມາ ຍັງເຫັນວ່າ ມີບາງບ່ອນ ໄດ້ນຳໃຊ້ມາດຕະການກັກຂັງກ່ອນ.

 

  1. ທິດທາງ ແລະ ແຜນການໃນຕໍ່ໜ້າ

ກໍາມາທິການຍຸຕິທໍາ ຂອງສະພາແຫ່ງຊາດ ມີຄວາມເຫັນດີ ເປັນເອກະພາບກັບ ທິດທາງ ແລະ ແຜນການ ປີ 2018 ຂອງກະຊວງຍຸຕິທໍາ ທີ່ໄດ້ກໍານົດໄວ້ໃນບົດລາຍງານ ແຕ່ກໍາມາທິການຍຸຕິທໍາ ຂໍສະເໜີບາງທັດສະນະເພີ່ມເຕີມດັ່ງນີ້:

  1. ເອົາໃຈໃສ່ ການສຶກສາອົບຮົມວຽກງານການເມືອງແນວຄິດ, ຍົກລະດັບທິດສະດີ ແລະ ວິຊາສະເພາະ ໃຫ້ພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແນ່ໃສ່ຍົກລະດັບຄຸນທາດການເມືອງ, ຈັນຍາບັນ-ຈັນຍາທໍາ, ນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນ, ເປັນແບບຢ່າງໃນການເຄົາລົບ ແລະ ປະຕິບັດກົດໝາຍ; ເພີ່ມທະວີຄວາມເອົາໃຈໃສ່ການຄຸ້ມ​ຄອງ ​ແລະ ຕິດຕາມ​ກວດກາການ​ປະຕິບັດ​ໜ້າ​ທີ່​ຂອງພະນັກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ຕີລາຄາປະເມີນຜົນພະນັກງານ ເພື່ອໃຫ້ສາມາດເຫັນໄດ້ຜູ້ດີທີ່ຕັ້ງໜ້າ ແລະ ເດັດຂາດລົງວິໄນ ຕໍ່ຜູ້ກະທໍາຜິດ ທີ່ມີເຈດຕະນາລະເມີດກົດ   ໝາຍ ຫຼື ບົກຜ່ອງຕໍ່ການປະຕິບັດໜ້າທີ່ ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ ສິດ ແລະ ຜົນປະໂຫຍດຂອງລັດ, ສັງຄົມ ແລະ ພົນລະເມືອງ ພ້ອມທັງຟື້ນຟູຄືນຄວາມເສຍຫາຍດັ່ງກ່າວ;
  2. ເພີ່ມທະວີ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ຕິດພັນກັບຫຼັກຊັບຄໍ້າປະກັນໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການ ທີ່ກຳນົດໄວ້ໃນດຳລັດວ່າດ້ວຍ ການຕີລາຄາ, ການປະມູນຂາຍ ແລະ ການມອບຊັບໃນການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ສະບັບເລກທີ 158/ນຍ, ລົງວັນທີ 4 ມີຖຸນາ 2013;
  3. ສູ້ຊົນ, ສືບຕໍ່ຈັດຕັ້ງປະຕິບັດ ບັນດາຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃນຈໍານວນ 18.465 ເລື່ອງ ໃຫ້ສໍາເລັດເປັນກ້າວໆ ແລະ ລົງເລິກ ຄົ້ນຄວ້າ, ວິເຄາະ-ວິໄຈ, ຊອກຫາກົນໄກ, ວິທີການ ແລະ ມາດຕະການ ເພື່ອຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຈໍານວນ 2.889 ເລື່ອງ ທີ່ບໍ່ສາມາດປະຕິບັດໄດ້ ບົນພື້ນຖານຮັບປະກັນ ຄວາມຍຸຕິທໍາ ແລະ ຖືກຕ້ອງຕາມກົດໝາຍ.

 

ທັງໝົດທີ່ໄດ້ຍົກຂື້ນມານັ້ນ ແມ່ນບາງຄຳເຫັນຂອງກຳມາທິການຍຸຕິທໍາ ສະພາແຫ່ງຊາດ ເພື່ອແລກປ່ຽນກັບ ຄໍາເຫັນຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ ຕໍ່ບົດລາຍງານຂອງ 3 ພາກສ່ວນ ໃນກອງປະຊຸມ ຄັ້ງນີ້.

 

ທ້າຍສຸດ ຂໍອວຍພອນໃຫ້ກອງປະຊຸມປະສົບຜົນສຳເລັດຕາມແຜນການທີ່ວາງໄວ້.

 

(ຂໍຂອບໃຈ)