loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ລົງພົບປະໂອ້ລົມຜູ້ມີສິດເລືອກຕັ້ງ ຢູ່ເມືອງຊຽງເງິນ

ມ.ຖ. 24, 2022 | ເຂດ 6 ຫລວງພະບາງ

ໃນວັນທີ 21-22 ມີນາ 2022, ທ່ານ ປອ ສີນາວາ ສຸພານຸວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລົງໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງຊຽງເງິນ ລວມມີ 4 ຈຸດຄື: ສໍານັກເມືອງ, ບ້ານ ສວນຫຼວງ, ບ້ານ ສາມັກຄີໄຊ ແລະ ບ້ານ ບວມອໍ້ ມີຜູ້ເຂົ້າຮ່ວມທັງໝົດ 675 ທ່ານ, ຍິງ 312 ທ່ານ.

ໃນການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະພາບ ຂອງເມືອງ ແລະ ບັນດາບ້ານໂດຍຫຍໍ້ ຊຶ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິງຖ້າທ້າຍຫຼາຍບັນຫາ. ຈາກນັ້ນ, ທ່ານ ປອ ສີນາວາ ສຸພານຸວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໃຫ້ກຽດຂຶ້ນເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ ແລະ ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ບັນດາພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ ພາຍໃນເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນຫາທີ່ສໍາຄັນຕ່າງໆ ພ້ອມນັ້ນ, ຍັງໄດ້ຮັບຟັງຄໍາຄິດຄໍາເຫັນ, ຂໍ້ຂັດຂ້ອງ, ຂໍ້ສະເໜີ ຂອງປະຊາຊົນບັນດາເຜົ່າ.

ຈາກນັ້ນ, ທ່ານຍັງໄດ້ອະທິບາຍ, ຊີ້ແຈງຕໍ່ກັບບັນດາຄໍາສະເໜີຕ່າງໆ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈກັບທີ ແລະ ຮັບນໍາເອົາບາງຄໍາສະເໜີ ເພື່ອນໍາມາຄົ້ນຄວ້າ, ພິຈາລະນາ ກັບພາກສ່ວນທີ່ກ່ຽວຂ້ອງ. ພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງ ຈົ່ງສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ, ຕິດພັນກັບ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.                                                                                                         

                   ຂຽນໂດຍ: ນາງ ຄໍາຫຼ້າ ພອນພິລາ