ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ລົງພົບປະໂອ້ລົມຜູ້ມີສິດເລືອກຕັ້ງ ຢູ່ເມືອງຊຽງເງິນ

ມ.ນ. 24, 2022

ໃນວັນທີ 21-22 ມີນາ 2022, ທ່ານ ປອ ສີນາວາ ສຸພານຸວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລົງໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງຊຽງເງິນ ລວມມີ 4 ຈຸດຄື: ສໍານັກເມືອງ, ບ້ານ ສວນຫຼວງ, ບ້ານ ສາມັກຄີໄຊ ແລະ ບ້ານ ບວມອໍ້ ມີຜູ້ເຂົ້າຮ່ວມທັງໝົດ 675 ທ່ານ, ຍິງ 312 ທ່ານ.

​ໃນການລົງໂຄສະນາເຜີຍແຜ່ໃນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະພາບ ຂອງເມືອງ ແລະ ບັນດາບ້ານໂດຍຫຍໍ້ ຊຶ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິງຖ້າທ້າຍຫຼາຍບັນຫາ. ຈາກນັ້ນ, ທ່ານ ປອ ສີນາວາ ສຸພານຸວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໃຫ້ກຽດຂຶ້ນເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ ແລະ ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ບັນດາພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ ພາຍໃນເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນຫາທີ່ສໍາຄັນຕ່າງໆ ພ້ອມນັ້ນ, ຍັງໄດ້ຮັບຟັງຄໍາຄິດຄໍາເຫັນ, ຂໍ້ຂັດຂ້ອງ, ຂໍ້ສະເໜີ ຂອງປະຊາຊົນບັນດາເຜົ່າ.

​ຈາກນັ້ນ, ທ່ານຍັງໄດ້ອະທິບາຍ, ຊີ້ແຈງຕໍ່ກັບບັນດາຄໍາສະເໜີຕ່າງໆ ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈກັບທີ ແລະ ຮັບນໍາເອົາບາງຄໍາສະເໜີ ເພື່ອນໍາມາຄົ້ນຄວ້າ, ພິຈາລະນາ ກັບພາກສ່ວນທີ່ກ່ຽວຂ້ອງ. ພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງ ຈົ່ງສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ, ຕິດພັນກັບ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.                                                                                                         

                   ຂຽນໂດຍ: ນາງ ຄໍາຫຼ້າ ພອນພິລາ