loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທຳມະສຳລັບນັກປົກຄອງ

ກ.ພ. 23, 2024 | banner, SlideMobile, ສ້າງສັນສັງຄົມ

ດັ້ນກີບເມກ
…………………………………………………
ທ່ານຜູ້ອ່ານບາງຄົນອາດຄິດວ່າເປັນຜູ້ນຳ ຫຼື ນັກປົກຄອງຈຳເປັນບໍ ຕ້ອງມີທຳມະ ຫຼື ເຂົ້າໃຈວ່າການປະຕິບັດທຳມະເປັນຂອງຫຼ້າສະໄໝ ຢ່າລືມວ່າ: ທຳມະກໍຄຸນນະທຳ, ຄຸນສົມບັດ ຖ້າວ່າຄົນໃດຂາດຄຸນສົມບັດ ກໍຍາກທີ່ຈະໄດ້ຮັບຄວາມເຄົາລົບນັບຖືຈາກມະຫາຊົນ; ເລື່ອງທຳມະສຳລັບຜູ້ປົກຄອງທີ່ພະພຸດທະເຈົ້າສອນໄວ້ມີຫຼາຍຫົວຂໍ້ຫຼາຍລະດັບຊັ້ນ ຕົວຢ່າງ: ພົມວິຫານ 4 ຄື: ເມດຕາ, ກະຣຸນາ, ມຸທິຕາ, ອຸເປກຂາ ກໍແມ່ນທຳມະຫຼັກຂັ້ນພື້ນຖານສຳຄັນສຳລັບຜູ້ປົກຄອງທຸກຄົນຕ້ອງມີ ແຕ່ກໍຍັງມີຫຼັກທຳມະຂໍ້ອື່ນທີ່ສຳຄັນ ຖ້າວ່າຜູ້ປົກຄອງຄົນໃດມີໃນໃຈ ລົງມືປະຕິບັດເປັນແນວທາງ ໃນໜ້າວຽກ ກໍຍິ່ງສ້າງຄວາມຍຸຕິທຳ-ສາມັກຄີທຳໃຫ້ເກີດຂຶ້ນໃນໝູ່ຄະນະ.
ຜູ້ຂຽນຂໍຍົກເອົາຄຸນນະທຳ (ທຳມະ) 10 ປະການທີ່ພະພຸດທະ ເຈົ້າສອນໃຫ້ຜູ້ປົກຄອງປະຕິບັດເປັນແບບຢ່າງໃຫ້ແກ່ມະຫາຊົນຄື: (1) ເປັນຜູ້ປົກຄອງຕ້ອງຮູ້ຈັກໃຫ້ທານ ເຊິ່ງອາດເປັນການໃຫ້ເພື່ອບູຊາຄຸນ ຫຼື ເພື່ອເປັນການອະນຸເຄາະ, ສົງເຄາະຜູ້ທຸກຈົນ (2) ຜູ້ປົກຄອງຕ້ອງມີສິນ ຮັກສາສິນບໍ່ລະເມີດ ຄືການຮັກສາ ກາຍວາຈາ ແລະ ໃຈໃຫ້ສະອາດ ບໍ່ລ່ວງລະເມີດກົດໝາຍ, ສິນທຳ ຮີດຄອງ ປະເພ ນີ. (3) ຜູ້ປົກຄອງຕ້ອງຮູ້ຈັກບໍລິຈາກຊັບ ເພື່ອເປັນການຊ່ວຍເຫຼືອສັງຄົມ ໃຫ້ມະຫາຊົນໄດ້ຮັບຄວາມສຸກ ຄວາມອົບອຸ່ນ. (4) ຜູ້ປົກຄອງຕ້ອງມີຄວາມຊື່ກົງ ໝັ້ນຄົງໃນຄວາມສຸດຈະລິດ ເອີ້ນວ່າອາດຊະວະຄື: ເຮັດໜ້າທີ່ສຸດຈະລິດ ປາສະຈາກໂທດ. (5) ຜູ້ປົກຄອງຕ້ອງເປັນຄົນມີອັດທະຍາໄສດີງາມ, ອ່ອນໂຍນສຸພາບເອີ້ນວ່າ: ມັດທະວະ. (6) ຜູ້ປົກຄອງຕ້ອງມີຄວາມອົດທົນ ບໍາເພັນພຽນ ສ້າງແຕ່ຄວາມດີເອີ້ນວ່າ: ຕະບະ. (7) ຜູ້ປົກຄອງຕ້ອງມີສະຕິປັນຍາ ຮູ້ໂຕທຸກເມື່ອ ເພື່ອລະງັບກຳຈັດ ຄວາມໂກດຮ້າຍໃຫ້ໄດ້ ບໍ່ແມ່ນຊີ້ສັ່ງຕາມໃຈຕາມອາລົມ ເຊິ່ງເອີ້ນວ່າ: ອະໂກທະ. (😎 ຜູ້ປົກຄອງຕ້ອງມີຈິດໃຈເສຍສະຫຼະ, ເພື່ອແຜ່ (ໃຈກ້ວາງ) ບໍ່ອິດສາເອີ້ນວ່າ: ອະວິຫິງສາ. (9) ຜູ້ປົກຄອງຕ້ອງມີຄວາມອົດທົນອົດກັ້ນ ບໍ່ປະພຶດຕາມອາລົມ, ບໍ່ປ່ອຍໄປຕາມກິເລດຄວາມຢາກໃນທາງບໍ່ຖືກຕ້ອງ. (10) ຜູ້ປົກຄອງຕ້ອງເປັນເສົາຫຼັກແຫ່ງຄວາມຍຸຕິທຳ.
ທຳມະ 10 ປະການນີ້ ທ່ານຜູ້ອ່ານລອງສັງເກດເບິ່ງວ່າ ຖ້າຜູ້ປົກຄອງລະເມີດຈະເປັນແນວໃດ? ຢ່າລືມວ່າຜູ້ເປັນຫົວໜ້າມີປາລະມີຫຼາຍ ເມື່ອເວົ້າ ຫຼື ສັ່ງການອັນໃດກໍຈະມີຜົນກະທົບຕໍ່ມະຫາຊົນ ຈຶ່ງ ຈຳເປັນຕ້ອງມີທຳມະຄວບຄຸມຈິດໃຈ ແລະ ການປະພຶດ