loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທີ່ຕັ້ງ ແລະ ພາລະບົດບາດຄະນະເລຂາທິການ

ທີ່ຕັ້ງ ແລະ ພາລະບົດບາດຂອງຄະນະເລຂາທິການສະພາແຫ່ງຊາດ

ຄະນະເລຂາທິການສະພາແຫ່ງຊາດ ແມ່ນ ກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ມີພາລະບົດບາດ ເປັນເສນາທິການໃຫ້ ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ໃນການ ຄົ້ນຄວ້າ-ສັງລວມເນື້ອໃນວຽກງານຮອບດ້ານ, ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ແລະ ຄຸ້ມຄອງວຽກງານ ບໍລິຫານ, ແຜນການ ແລະ ການເງິນ ຂອງສະພາແຫ່ງຊາດ.

ສິດ ແລະ ໜ້າທີ່ຂອງຄະນະເລຂາທິການສະພາແຫ່ງຊາດ

ຄະນະເລຂາທິການສະພາແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ດ້ານການຄົ້ນຄວ້າ - ສັງລວມເນື້ອໃນ

1.1. ສຳລັບສະພາແຫ່ງຊາດ:
     1.1.1. ຄົ້ນຄວ້າສ້າງຮ່າງແຜນການ ແລະ ສະຫຼຸບການເຄື່ອນໄຫວວຽກງານ ປະຈຳ ຫ້າປີ, ປະຈຳໜຶ່ງປີ ແລະ ປະຈຳຫົກເດືອນຂອງສະພາແຫ່ງຊາດ ;
     1.1.2. ຄົ້ນຄວ້າ ສ້າງຮ່າງແຜນການ, ຕາຕະລາງ, ແຜນບັນຊາ, ຮ່າງສູນທອນພົດກ່າວເປີດ, ກ່າວປິດ, ຮ່າງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ, ຮ່າງມະຕິຂອງກອງປະຊຸມ ສະພາແຫ່ງຊາດ ແລະ ເອກະສານອື່ນ ເພື່ອຮັບໃຊ້ກອງປະຊຸມສະພາແຫ່ງຊາດ;
     1.1.3. ສັງລວມ ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ, ການຊີ້ແຈງ ຂອງ   ພາກສ່ວນທີ່ກ່ຽວຂ້ອງ ແລະ ບັນທຶກກອງປະຊຸມ ແລ້ວລາຍງານເນື້ອໃນຕ່າງໆ ຂອງກອງປະຊຸມສະພາແຫ່ງຊາດ ໃຫ້ປະທານກອງປະຊຸມຢ່າງທັນການ;
     1.1.4. ສະເໜີຮ່າງມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອໃຫ້ກອງປະຊຸມພິຈາລະນາຮັບຮອງເອົາ;
     1.1.5. ຮ່າງຄຳແນະນຳ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບ               ການຜັນຂະຫຍາຍ ຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ;
     1.1.6. ສັງລວມເນື້ອໃນໂທລະສັບສາຍດ່ວນ ແລ້ວນຳສະເໜີຄະນະປະທານ   ກອງປະຊຸມສະພາແຫ່ງຊາດ ເພື່ອສົ່ງໃຫ້ກຳມາທິການທີ່ກ່ຽວຂ້ອງ ສົມທົບກັບຂະແໜງການພິຈາລະນາແກ້ໄຂ.    
     1.1.7. ຮ່າງບົດສະຫຼຸບລາຍງານຜົນສຳເລັດ ຂອງກອງປະຊຸມສະພາແຫ່ງຊາດ;
 
     1.2. ສຳລັບຄະນະປະຈຳສະພາແຫ່ງຊາດ:
     1.2.1. ຄົ້ນຄວ້າ ສ້າງຮ່າງແຜນການ, ຕາຕະລາງ ແລະ ເອກະສານອື່ນ ເພື່ອຮັບໃຊ້ກອງປະຊຸມຄະນະປະຈຳສະພາແຫ່ງຊາດ;
     1.2.2 . ສັງລວມຄຳເຫັນ ຂອງກຳມະການຄະນະປະຈຳສະພາແຫ່ງຊາດ ແລະ ບັນທຶກກອງປະຊຸມຄະນະປະຈຳສະພາແຫ່ງຊາດ;
     1.2.3 . ຮ່າງຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງຄະນະປະຈຳສະພາ ແຫ່ງຊາດ;
     1.2.4.  ຮ່າງຄຳແນະນຳ ຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຜັນຂະ ຫຍາຍຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ;
     1.2.5.  ສ້າງແຜນການ ແລະ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈຳ ເດືອນ, ປະຈຳຫົກເດືອນ ແລະ ປະຈຳປີ ຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ.

2. ດ້ານການຄຸ້ມຄອງວຽກງານບໍລິຫານ, ແຜນການ ແລະ ການເງິນ

2.1.  ຂຶ້ນແຜນການ, ງົບປະມານຂອງສະພາແຫ່ງຊາດ ເພື່ອຜ່ານກອງປະຊຸມຄະນະປະ ຈຳສະພາແຫ່ງຊາດ ພິຈາລະນາ, ຮັບຮອງເອົາ;
      2.2.  ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາ ແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ກຳມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະ ກົງຈັກຂອງຄະນະປະຈຳສະພາແຫ່ງຊາດ;
     2.3.  ສ້າງແຜນການ ບຳລຸງສ້າງ ຍົກລະດັບ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ ລັດຖະກອນຂອງສະພາແຫ່ງຊາດ;
     2.4.  ຈັດຕັ້ງ, ນຳພາ, ຄຸ້ມຄອງ ພະນັກງານ ລັດຖະກອນຂອງສະພາແຫ່ງຊາດ, ຄຸ້ມຄອງ ການນຳໃຊ້້ງົບປະມານ, ພາຫະນະ, ວັດຖູປະກອນ ແລະ ຊັບສິນອື່ນ ຂອງສະພາແຫ່ງຊາດ ແລະ  ຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ;
     2.5.  ປົກປັກ ຮັກສາຄວາມສະຫງົບ,   ຄວາມປອດໄພ    ແລະ     ຄວາມເປັນລະບຽບຮຽບຮ້ອຍ ພາຍໃນສຳນັກງານສະພາແຫ່ງຊາດ;
     2.6.  ຈັດຕັ້ງ ກອງປະຊຸມ, ສຳມະນາ ເພື່ອຍົກລະດັບ ແລະ ລະດົມຄວາມຄິດເຫັນຕໍ່ບັນຫາໃດໜຶ່ງ ທີ່ຢູ່ໃນຂອບເຂດວຽກງານຂອງຕົນ;
     2.7.  ອອກແຈ້ງການ ແລະ ຄຳແນະນຳ ໃນການຄຸ້ມຄອງ-ບໍລິຫານ;
     2.8.  ຊີ້ນຳ ວຽກງານຄຸ້ມຄອງ ບໍລິຫານ, ແຜນການ ແລະ ການເງິນ ຂອງກົມ ແລະ ອົງການລັດທຽບເທົ່າກົມ ພາຍໃນສະພາແຫ່ງຊາດ;
     2.9.  ພົວພັນ ແລະ ປະສານສົມທົບກັບກຳມາທິການຂອງສະພາແຫ່ງຊາດ ແລະ      ອົງການຈັດຕັ້ງອື່ນ ກ່ຽວກັບວຽກງານຄຸ້ມຄອງ ບໍລິຫານ, ແຜນການ ແລະ ການເງິນ;
     2.10. ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມການຊີ້ນຳ ຂອງຄະນະປະຈຳສະພາແຫ່ງຊາດ;
     2.11. ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ຕໍ່ຄະນະປະຈຳສະພາແຫ່ງ ຊາດ ຢ່າງເປັນປົກກະຕິ;
     2.12. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະປະຈຳ ສະພາແຫ່ງຊາດ.

     (ລະບຸໄວ້ໃນມາດຕາ 49 ແລະ50 ຂອງກົດໝາຍວ່າດວ້ຍສະພາແຫ່ງຊາດ ສະບັບປັບປຸ່ງປີ 2015)