
ຕອນບ່າຍຂອງວັນສຸກ, ວັນທີ 21 ເມສາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ(ສພຂ) ໜ່ວຍພັກ ສະພາປະຊາຊົນແຂວງ, ໄດ້ດໍາເນີນກອງປະຊຸມຮ່ວມຊີວິດພັກປະຈໍາເດືອນ ເມສາ 2023, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງເຂົ້າຮ່ວມ.

ຈຸດປະສົງຂອງການດໍາເນີນກອງປະຊຸມຮ່ວມຊີວິດພັກປະຈໍາເດືອນ ແມ່ນເພື່ອເປັນການປະຕິບັດຕາມ ກົດລະບຽບພັກປະຊາຊົນປະຕິວັດລາວ, ສະມາຊິກມພັກສົມບູນ ແລະ ສະມາຊິກພັກສໍາຮອງ ຕ້ອງໄດ້ຮ່ວມຊີວິດພັກເປັນປົກກະຕິໃນແຕ່ລະເດືອນ ແລະ ເພື່ອສະຫຼຸບຕີລາຄາ ການນໍາພາ-ຊີ້ນໍາວຽກງານຕ່າງໆພາຍໃນໜ່ວຍໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຮອບດ້ານ ແລະ ວາງທິດທາງແຜນການໃນຕໍ່ໜ້າ.


ສະຫາຍເລຂາໜ່ວຍພັກໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານ ຂອງໜ່ວຍພັກສະພາປະຊາຊົນແຂວງປະຈໍາເດືອນ ເມສາ 2023, ຕະຫຼອດໄລຍະໜຶ່ງຜ່ານມາ ຄະນະ ໜ່ວຍພັກໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ໃກ້ຊິດ ຕິດແທດສະມາຊິກພັກ, ສະມາຊິກພັກພາຍໃນໜ່ວຍ ມີຄວາມອຸ່ນອຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດກົດລະບຽບເປັນພັກ, ປະຕິບັດ ໜ້າທີ່ຄວາມຮັບຜິດຊອບວຽກງານວິຊາສະເພາະຂອງຕົນຕາມການມອບໝາຍ ຊຶ່ງມີຜົນສໍາເລັດຫຼາຍດ້ານ ແລະ ວາງທິດທາງແຜນການ ປະຈໍາເດືອນ ພຶດສະພາ 2023, ພ້ອມນັ້ນ, ບັນດາສະຫາຍສະມາຊິກພັກຍັງໄດ້ມີຄໍາຄິດຄໍາເຫັນ, ມີການຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ ພາຍໃນໜ່ວຍພັກ.

