
ໂດຍປະຕິບັດຕາມ ກົດລະບຽບພັກປະຊາຊົນປະຕິວັດລາວ, ສະມາຊິກມພັກສົມບູນ ແລະ ສະມາຊິກພັກສໍາຮອງຕ້ອງໄດ້ຮ່ວມຊີວິດພັກເປັນປົກກະຕິ. ເພື່ອສະຫຼຸບຕີລາຄາ ການນໍາພາ-ຊີ້ນໍາ ວຽກງານຕ່າງໆພາຍໃນໜ່ວຍໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຮອບດ້ານ ແລະ ວາງທິດທາງແຜນການໃນຕໍ່ໜ້າ. ຕອນບ່າຍຂອງວັນທີ 24 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ(ສພຂ) ໄດ້ດໍາເນີນກອງປະຊຸມຮ່ວມຊີວິດພັກປະຈໍາເດືອນ ມັງກອນ 2023 ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກ ສພຂ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງເຂົ້າຮ່ວມ.

ສະຫາຍເລຂາໜ່ວຍພັກໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານຂອງໜ່ວຍພັກສະພາປະຊາຊົນແຂວງປະຈໍາເດືອນ ມັງກອນ 2023, ຕະຫຼອດໄລຍະໜຶ່ງຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ, ໃກ້ຊິດຕິດແທດສະມາຊິກພັກ, ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີຄວາມອຸ່ນອຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດກົດລະບຽບເປັນພັກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບວຽກງານວິຊາສະເພາະ ຂອງຕົນຕາມການມອບໝາຍຊຶ່ງມີຜົນສໍາເລັດຫຼາຍດ້ານ. ພ້ອມນັ້ນ, ບັນດາສະຫາຍສະມາຊິກພັກ ຍັງໄດ້ມີຄໍາຄິດຄໍາເຫັນ, ມີການຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ໃນໂອກາດດັ່ງກ່າວ ສະມາຊິກພັກສົມບູນຜູ້ທີ່ຖືກແຕ່ງຕັ້ງຮັບຜິດຊອບມອບໝາຍຕິດຕາມມະຫາຊົນຜູ້ທີ່ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ກໍ່ໄດ້ລາຍງານຜົນການຕິດຕາມຕໍ່ຄະນະໜ່ວຍພັກ.


ຕອນທ້າຍ, ສະຫາຍເລຂາໜ່ວຍພັກ ໄດ້ມີຄໍາເຫັນເພີ່ມຕື່ມ: ໃຫ້ບັນດາສະມາຊິກພັກເພີ່ມທະວີຄວາມສາມັກຄີ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານຂອງຕົນເປັນຕົ້ນ: ແມ່ນວຽກງານ ການກະກຽມເປີດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ທີ່ຈະໄຂຂຶ້ນໃນຕົ້ນເດືອນ ກຸມພາ 2023, ກອງປະຊຸມຄົບຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 4 ແລະ ກອງປະຊຸມຄົບຄະນະ 3 ຄະນະກໍາມະການ ຂອງສະພາປະຊາຊົນແຂວງອຸດົມໄຊ ໃຫ້ສໍາເລັດຕາມແຜນການດໍາເນີນກອງປະຊຸມ.

ພາບ ແລະ ຂ່າວ: ສີແຫວງ ສີບຸນເຮືອງ