ໜ່ວຍພັກ ສະພາປະຊາຊົນແຂວງ ດຳເນີນຊີວິດການເມືອງ ປະຈຳເດືອນ 11 ປີ 2022.

ພ.ຈ. 24, 2022

ຕອນບ່າຍຂອງວັນອັງຄານ, ວັນທີ 22 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງ ໄດ້ດຳເນີນຊີວິດການເມືອງ ປະຈຳເດືອນ 11 ປີ 2022, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາຫນ່ວຍພັກ ສພຂ, ມີສະຫາຍ ຄໍາເຜີຍ ງອນວັນຄຳ ກຳມະການປະຈໍາພັກແຂວງ, ຮອງປະທານ ສພຂ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ/ສໍາຮອງພາຍໃນໜ່ວຍພັກ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ການດຳເນີນຊີວິດຄັ້ງນີ້, ສະຫາຍເລຂາໜວຍພັກໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳ ຂອງຄະນະພັກປະຈໍາເດືອນ 11 ແລະ ວາງທິດທາງແຜນການເດືອນ 12 ປີ 2022, ເຊິ່ງຜ່ານການເຄື່ອນໄຫວໃນໄລຍະ 1 ເດືອນຜ່ານມາ, ທາງຄະນພັກໄດ້ເອົາໃຈໃສສຶກສາອົບຮົມການເມືອງ-ແນວຄິດ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານດ້ານວິຊາສະເພາະ, ພ້ອມທັງການປະສານສົມທົບກັບພາກສ່ວນກ່ຽວຂ້ອງກະກຽມບັນດາເນື້ອໃນຕ່າງໆທີ່ຈະເຂົ້າຜ່ານໃນກອງປະຊຸມ ແລະ ເຮັດໃຫ້ການກະກຽມດຳເນີນກອງປະຊຸມສະໄໝສາມັນເທື່ອ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ສໍາເລັດໃນເບື້ອງຕົ້ນ.
ຫລັງຈາກນັ້ນ, ບັນດາທ່ານສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍພັກ ຢ່າງເປັນປົກກະຕິ. ເພື່ອແນ່ໃສ່ເຮັດໃຫ້ບົດສະຫລຸບຄົບຖ້ວນສົມບູນ ແລະ ເພື່ອເຮັດໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ ສພຂ ມີທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ອຸດົມການນຳພາຂອງພັກ, ປະຕິບັດລະບຽບພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ. ພາບ/ຂ່າວ: ແສງພອນ ອິນນະລົງ.