

ຕອນເຊົ້າຂອງວັນພະຫັດ, ວັນທີ 03 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງ ໄດ້ຈັດພິທີຮັບສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນ, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາຫນ່ວຍພັກ ສພຂ, ເປັນກຽດເຂົ້າຮ່ວມພິທີມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານ ສພຂ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ/ສໍາຮອງພາຍໃນໜ່ວຍພັກ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ພາຍຫຼັງຄະນະຈັດຕັ້ງໄດ້ກ່າວຈຸດປະສົງ, ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຄະນະພັກ, ໄດ້ຜ່ານມະຕິຂອງຄະນະປະຈໍາພັກແຂວງ ສະບັບເລກທີ 1218/ຄປພຂ, ລົງວັນທີ 12 ຕຸລາ 2022 ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຈໍານວນ 1 ສະຫາຍ.


ໂອກາດດັ່ງກ່າວສະຫາຍ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານ ສພຂ ໄດ້ເຜີຍແຜ່ ມະຕິຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ IX ຂອງອົງຄະນະພັກແຂວງ ແລະ ໄດ້ຮັບຟັງການເຜີຍແຜ່ ຄໍາແນະນໍາຂອງຄະນະເລຂາທິການສູນກາງພັກກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳວຽກງານກວດກາ ແລະ ຜົນຂອງການກວດກາ, ຄຳແນະນຳເລກທີ 291 ກ່ຽວກັບການປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຜ່ານຮ່າງບົດສະຫຼຸບປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມນັ້ນຜູ້ເຂົ້າຮ່ວມໄດ້ມີຄຳເຫັນຢ່າງກົງໄປກົງມາ.

ຕອນທ້າຍ, ສະຫາຍ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານ ສພຂ ໄດ້ມີຄໍາເຫັນສະຫຼຸບ ແລະ ໂອ້ລົມໂດຍສະຫາຍໄດ້ເນັ້ນໜັກໃຫ້ສະມາຊິກພັກຍົກສູງວຽກງານການເມືອງແນວຄິດຂອງຕົນເອງ, ບຸກບືນປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ-ກົດຫມາຍຂອງລັດ, ຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນສະມາຊິກພັກດີເດັ່ນ. ເຂົ້າຮ່ວມດໍາເນີນຊີວິດແຕ່ລະເດືອນ, ເສຍເງິນສະຕິໃຫ້ປົກກະຕິ, ເຂົ້າຮ່ວມບັນດາວຽກງານຂອງອົງການຈັດຕັ້ງມະຫາຊົນ, ເສີມຂະຫຍາຍຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນອົງການຈັດຕັ້ງ, ໃນສັງຄົມ ແລະ ສືບຕໍ່ປະຕິບັດຫນ້າທີ່ວຽກງານວິຊາສະເພາະທີ່ຕົນໄດ້ຮັບມອບຫມາຍໃຫ້ສໍາເລັດຜົນເທື່ອລະກ້າວໆ.

ພາບ/ຂ່າວ: ແສງພອນ ອິນນະລົງ.