(ສພຊ) – ວັນທີ 8 ກັນຍາຜ່ານມາ, ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ VIII (ຮອບ III) ໂດຍການເປັນປະທານຂອງສະ ຫາຍ ປອ. ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນຳການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ້ແທນອົງຄະນະພັກແຂວງໄຊຍະບູລີ, ເຂົ້າຮ່ວມມີສະຫາຍ ພົງສະ ຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍໃນຄະນະປະຈຳ ແລະ ກຳມະການພັກແຂວງ, ຄະນະພັກກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງ, ບັນດາຜູ້ແທນຈາກຮາກຖານພັກອ້ອມຂ້າງແຂວງ ແລະ 11 ເມືອງ.

ສະຫາຍ ພົງສະຫວັນ ສິດທະວົງ ໄດ້ຂຶ້ນລາຍງານເປົ້າໝາຍເຂົ້າຮ່ວມທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII ຮອບ III, ຜ່ານບົດສະຫຼຸບຜົນສຳເລັດບັ້ນດຳ ເນີນຊີວິດການເມືອງທ້າຍສະໄໝ ພ້ອມທັງແກ້ໄຂຂໍ້ຂ້ອງໃຈຕໍ່ການນຳພາລວມ ແລະ ກ່າວເປີດກອງປະຊຸມທາບທາມບຸກຄະລາກອນໃນຄັ້ງນີ້; ຈາກນັ້ນ, ສະຫາຍ ປອ. ສີສອນພັນ ບຸນສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຮ່າງບົດລາຍການເມືອງ, ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງຮ່າງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ, ຮັບຟັງມາດຕະຖານເງື່ອນໄຂຂອງຜູ້ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່.

ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ເນັ້ນໜັກຕໍ່ຜູ້ທີ່ຈະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຜູ້ທີ່ມາໃຊ້ສິດ ຕ້ອງມີການໄຈ້ແຍກເບິ່ງທັດສະນະ, ຄວາມຮູ້ຄວາມສາມາດ ໃນການນຳພາ-ຊີ້ນຳແຂວງໄຊຍະບູລີ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ, ເຮັດວຽກເປັນໝູ່ຄະນະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້ ແນໃສ່ເຮັດໃຫ້ ການຄັດເລືອກຄະນະບໍລິຫານງານພັກແຂວງຊຸດນີ້ ດຳເນີນໄປຢ່າງຖືກຕ້ອງຕາມກົດລະບຽບຂອງພັກ. ຈາກນັ້ນ, ພະນັກ ງານສະມາຊິກພັກ ກໍໄດ້ພ້ອມກັນໃຊ້ສິດຂອງຕົນທາບທາມເອົາບຸກຄະລາກອນຮັບສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍ ລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII (ຮອບ III) ສຳເລັດຕາມແຜນການ.
ໂອກາດນີ້, ໄດ້ມີການມອບ-ຮັບເງິນຊ່ວຍເຫຼືອໄພພິບັດນໍ້າຖ້ວມຢູ່ແຂວງໄຊຍະບູລີ ເມື່ອວັນທີ 23-25 ກໍລະ ກົດຜ່ານມາ ຈາກບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ຈໍານວນ 200 ລ້ານກີບ ແລະ ກອງທຶນຊ່ວຍ ເຫຼືອສັງຄົມຂອງສະພາແຫ່ງຊາດ ຈໍານວນ 100 ລ້ານກີບ ໂດຍການມອບຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ແລະ ຮັບໂດຍສະຫາຍ ພົງສະຫວັນ ສິດທະວົງ.
(ຮຽບຮຽງຈາກເພຈ: ໜສພ ປະຊາຊົນ ແລະ ໜສພ ກອງທັບປະຊາຊົນລາວ)