
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ IV ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 24 ທັນວາ 2025 ນີ້. ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງອັດຕະປື, ມີທ່ານ ພົທ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາພັກແຂວງ ແລະ ທ່ານປະທານຄະນະກໍາມະການປົກຄອງແຂວງ ,ບັນດາທ່ານການນຳພັກ-ລັດຂັ້ນແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ແລະ ສະມາຊິກສະພາປະຊາຊົນແຂວງ, ບັນດາພະແນກການ, ເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ອາດີດການນໍາພັກ-ລັດຂັ້ນແຂວງແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ 100 ກວ່າທ່ານ. ກອງປະຊຸມ, ຈະໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນຂອງທ້ອງຖີ່ນ ດັ່ງນີ້:1.ບົດລາຍງານຂອງເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025), ວຽກງານປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂັ້ນແຂວງ 5 ປີ (2021-2025) ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030), ແລະ ທິດທາງ ປະຈຳປີ 2026, ຮ່າງແຜນງົບປະມານແຫ່ງລັດຂັ້ນແຂວງ 5 ປີ(2026-2030), ທິດທາງ ປະຈຳປີ 2026; ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການ ຂອງຂະ ແໜງການຂັ້ນທ້ອງຖິ່ນປີ 2025 ແລະ ເງິນເກີນແຜນ ປີ 2024; ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ.2.ບົດລາຍງານຂອງອົງການກວດສອບປະຈໍາພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວໄລຍະ 5ປີ(2021-2025), ວຽກງານປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5ປີ(2026-2030), ແຜນປະຈຳປີ 2026, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂັ້ນແຂວງ ປະຈໍາປີ 2024 ຂອງອົງການກວດສອບພາກໄຕ້;3.ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວໄລຍະ 5 ປີ(2021-2025), ວຽກງານ ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ(2026-2030), ແຜນວຽກ ປະຈຳປີ 2026 ຂອງອົງການກວດກາແຫ່ງລັດຂັ້ນແຂວງ ແລະ ບົດລາຍງານການຕິດຕາມກວດກາຕາມຜົນການກວດສອບ ປະຈຳປີ 2023 ຂອງອົງການກວດກາແຫ່ງລັດຂັ້ນແຂວງ;4.ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໃນໄລຍະ 5 ປີ (2021-2025) , ວຽກງານ ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວ 5 ປີ (2026-2030), ແຜນວຽກ ປະຈຳປີ 2026 ຂອງສານປະຊາຊົນແຂວງ; 5.ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ໃນໄລຍະ 5 ປີ (2021-2025), ວຽກງານ ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວ 5 ປີ (2026-2030), ແຜນວຽກ ປະຈຳປີ 2026 ຂອງອົງການໄອຍະການປະຊາຊົນແຂວງ;6ບົດລາຍງານກ່ຽວກັບການຈັດຕັ້ງແຜນການເຄື່ອນໄຫວວຽກງານ ໄລຍະ 5 ປີ (2021-2025), ວຽກງານ ປະຈໍາປີ 2025 ແລະ ແຜນວຽກຈຸດສຸມຮອດກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາປະຊາຊົນຂັ້ນແຂວງ ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) , ແຜນວຽກ ປະຈຳປີ 2026 ຂອງສະພາປະຊາຊົນຂັ້ນແຂວງ;7.ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ນິຕິກຳໃຕ້ກົດໝາຍ ຈໍານວນ 3 ສະບັບ;ນອກຈາກນັ້ນ, ກອງປະຊຸມຂອງພວກເຮົາຍັງຈະໄດ້ຮັບຟັງການຊີ້ແຈງເພີ່ມເຕີມ ຈາກບັນດາພະແນກການທີ່ກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມ ຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ພ້ອມນັ້ນ, ກອງປະຊຸມຈະໄດ້ຮັບຟັງການການປະກອບຄໍາເຫັນເພື່ອຕີລາຄາ ຂອງຄະນະປະຈໍາ ສະພາປະຊາຊົນຂັ້ນແຂວງ ຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ ປະຈໍາ 5 ປີຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນ 5 ປີ ຕໍ່່ໜ້າ ແລະ ການເຄື່ອນໄຫວປະຈໍາປີ 2025 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2026 ຂອງອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
(ວິນັດ ສີສຸລາດ)

