ໂຮງຮຽນແສງອາທິດ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ

​ກ.ກ. 14, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນສວາຍວັນທີ 10 ກໍລະກົດຜ່ານມາ, ກົມສື່ມວນຊົນ ແລະ ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ນຳພາຄູ-ອາຈານ, ນັກຮຽນໂຮງຮຽນແສງອາທິດ ຈຳນວນ 30 ຄົນ ເຊິ່ງນຳໂດຍທ່ານ ອາຈານ ນາງ ມີນາ ຫຼວງຄໍາແດງ ຮອງຜູ້ອຳນວຍການໂຮງຮຽນດັ່ງກ່າວ ທີ່ມາທັດສະນະສຶກສາຢູ່ສະພາແຫ່ງຊາດ.
ການມາມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ເຊິ່ງເຮັດໃຫ້ຄູ-ອາຈານ ແລະ ນ້ອງໆນັກຮຽນ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດຫຼາຍຂຶ້ນ.
(ສອນສັກ ວັນວິໄຊ)