(ສພຊ) – ຕອນສວາຍວັນທີ 22 ພຶດສະພານີ້, ກົມສື່ມວນຊົນ ແລະ ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ນຳພາຄູ-ອາຈານ, ນັກຮຽນໂຮງຮຽນລ້ຽງເດັກ ອະນຸບານ ແລະ ປະຖົມສົມບູນ ເບລລິງ ປ2-ປ4 ຈຳນວນ 57 ຄົນ ຄູ 6 ຄົນ ເຊິ່ງນຳໂດຍທ່ານ ອາຈານ ວິໄລພອນ ວົງຄຳສອນ ຜູ້ອຳນວຍການໂຮງຮຽນດັ່ງກ່າວ ທີ່ມາທັດສະນະສຶກສາຢູ່ສະພາແຫ່ງຊາດ.

ການມາມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດ ຊຸດປັດຈຸບັນ (ຊຸດທີ IX) ແລະ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ເຊິ່ງເຮັດໃຫ້ຄູ-ອາຈານ ແລະ ນ້ອງໆນັກຮຽນ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.
(ສອນສັກ ວັນວິໄຊ)