ໂຄງການແຮ່ທາດແບບທົດລອງ 93 ບໍລິສັດ ຫັນເຂົ້າສູ່ລະບົບປົກກະຕິ

​ພ.ຈ. 13, 2025

(ສພຊ) – ຕາມການລາຍງານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 12 ພະຈິກຜ່ານມາ ໃຫ້ຮູ້ວ່າ: ນັບແຕ່ປີ 2024 ເປັນຕົ້ນມາ ບັນດາໂຄງການແຮ່ທົດລອງໄດ້ຫັນເຂົ້າໄປສູ່ລະບົບປົກກະຕິ ແລະ ມີການປະເມີນດ້ານປະສິດທິພາບ ແລະ ປະສິດທິຜົນຂອງການຈັດຕັ້ງປະຕິບັດ ເຊິ່ງໂຄງການແຮ່ທາດແບບທົດລອງ ມີ 93 ບໍລິສັດ (ແຮ່ເຫຼັກ 37 ບໍລິສັດ, ຫີນມາໂບ້ 2 ບໍລິສັດ, ແຮ່ຄໍາເຄົ້າ 10 ບໍລິສັດ, ແຮ່ຄໍາຕົກຂ້ອນ 31 ບໍລິສັດ ແລະ ແຮ່ຫາຍາກ 13 ບໍລິສັດ) ກວມເນື້ອທີ່ 39,866.11 ເຮັກຕາ; ປັດຈຸບັນ, ສາມາດຫັນປ່ຽນຈາກຮູບແບບທົດລອງ ມາເປັນຮູບແບບກົນໄກປົກກະຕິຕາມລະບຽບກົດໝາຍ ສໍາເລັດ 35 ບໍລິສັດ ປະກອບມີ: ແຮ່ເຫຼັກ 24 ບໍລິສັດ, ແຮ່ຄໍາ (ຄໍາເຄົ້າ) 7 ບໍລິສັດ, ແຮ່ຫາຍາກ 4 ບໍລິສັດ. ພ້ອມນັ້ນ, ມີ 18 ບໍລິສັດ ໄດ້ສະເໜີຫັນປ່ຽນ ແລະ ເຈລະຈາທາບທາມ (ໂຄງການແຮ່ເຫຼັກ 8 ບໍລິສັດ, ຄໍາເຄົ້າ 2 ບໍລິສັດ, ຫີນມາໂບ້ 2 ບໍລິສັດ ແລະ ແຮ່ຫາຍາກ 6 ບໍລິສັດ; ນອກນີ້, ມີ 7 ບໍລິສັດ ທີ່ບໍ່ສະເໜີ, 2 ບໍລິສັດ ສະເໜີສົ່ງຄືນໂຄງການ ແລະ 31 ບໍລິສັດ ທີ່ດໍາເນີນກິດຈະການຂຸດຄົ້ນແຮ່ຄໍາຕົກຂ້ອນ ຖືກແຈ້ງຍົກເລີກສັນຍາ. ສໍາເລັດການຈັດປະເພດໂຄງການລົງທຶນດ້ານບໍ່ແຮ່ (ແບບທົດລອງ) ປະເພດ A+ (ດີທີ່ສຸດ) ມີ 0 ບໍລິສັດ, ປະເພດ A (ດີຫຼາຍ) ມີ 8 ບໍລິສັດ, ປະເພດ B+ (ດີ) ມີ 17 ບໍລິສັດ, ປະເພດ B (ດີປານກາງ) ມີ 43 ບໍລິສັດ, ປະເພດ C+ (ອ່ອນ) ມີ 25 ບໍລິສັດ, ປະເພດ C (ອ່ອນຫຼາຍ ຫຼື ບໍ່ເຄື່ອນໄຫວ) ມີ 0 ບໍລິສັດ.
ດ້ານໂຍທາທິການ ແລະ ຂົນສົ່ງ: ປັດຈຸບັນ ໄດ້ເປີດນໍາໃຊ້ບໍລິການທ່າບົກ 3 ເຂດ (ທ່າບົກສະຫວັນນະເຂດ, ທ່າບົກຈໍາປາສັກ ແລະ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ), ໃນປີ 2025 ລັດຖະບານໄດ້ເປີດນໍາໃຊ້ທ່າເຮືອຫວຸ້ງອາງ ຢ່າງເປັນທາງການ ເຊິ່ງຈະກາຍເປັນພື້ນຖານອັນສໍາຄັນຕໍ່ການສົ່ງເສີມການຜະລິດ ແລະ ຂົນສົ່ງສິນຄ້າຂອງ ສປປລາວ ເຊື່ອມເຂົ້າກັບຕະຫຼາດຂອງພາກພື້ນ ແລະ ສາກົນໃຫ້ຫຼາຍຂຶ້ນ, ຂົນສົ່ງຜ່ານລົດໄຟ ລາວ-ຈີນ ມີຜູ້ໂດຍສານເພີ່ມຂຶ້ນ ຈາກ 1.4 ລ້ານເທື່ອຄົນ ໃນປີ 2022 ເປັນ 3.8 ລ້ານເທື່ອຄົນ ໃນປີ 2024 ແລະ ໃນໄລຍະ 9 ເດືອນຂອງປີ 2025 ມີຜູ້ໂດຍສານປະມານ 2.77 ລ້ານເທື່ອຄົນ ເພີ່ມຂຶ້ນ 5.7% ສົມທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ຄາດວ່າຈະສາມາດປະຕິບັດໄດ້ປະມານ 3.93 ລ້ານເທື່ອຄົນ ໝົດປີ 2025, ບໍລິມາດການຂົນສົ່ງສິນຄ້າຜ່ານລົດໄຟ ລາວ-ຈີນ ເພີ່ມຂຶ້ນ ຈາກ 2.23 ລ້ານໂຕນ ໃນປີ 2022 ເປັນ 4.78 ລ້ານໂຕນ ໃນປີ 2024 ແລະ ມາຮອດ 9 ເດືອນ ປີ 2025 ປະຕິບັດໄດ້ 4.22 ລ້ານໂຕນ ເພີ່ມຂຶ້ນ 6% ທຽບກັບໄລຍະດຽວກັນຂອງປີຜ່ານມາ ແລະ ຄາດຄະເນທ້າຍປີ 2025 ຈະບັນລຸໄດ້ 4.86 ລ້ານ ສ້າງລາຍຮັບເຂົ້າສູ່ງົບປະມານຈາກການມອບພັນທະຄ່າທໍານຽມ ໃນໄລຍະແຕ່ທ້າຍປີ 2021 – ມິຖຸນາ 2024 ໄດ້ 52 ຕື້ກີບ; ນອກນັ້ນ, ຍັງໄດ້ສໍາເລັດການປັບປຸງສະໜາມບິນສາກົນ 2 ແຫ່ງຄື: ສະໜາມບິນສາກົນວັດໄຕ ແລະ ສະໜາມບິນສາກົນຫຼວງພະບາງ ເຊິ່ງມາຮອດເດືອນ 9 ປີ 2025 ຂົນສົ່ງຜູ້ໂດຍສານໄດ້ 1,743 ເທື່ອຄົນ ເທົ່າກັບ 77.50% ຂອງແຜນການປີ ແລະ ຂົນສົ່ງສິນຄ້າໄດ້ 3.05 ພັນໂຕນ ເທົ່າກັບ 78.21% ຂອງແຜນການປີ; ເກັບລາຍຮັບຈາກຄ່າບິນຜ່ານນ່ານຟ້າ ເຂົ້າສູ່ງົບປະມານປີ 2022 ໄດ້ 26.8 ລ້ານໂດລາ, ປີ 2023 ບັນລຸ 52.9 ລ້ານໂດລາ, ປີ 2024 ໄດ້ 74.66 ລ້ານໂດລາ ແລະ ໄລຍະ 10 ເດືອນ ປີ 2025 ໄດ້ 75.23 ລ້ານໂດລາ.