ແລກປ່ຽນບົດຮຽນວຽກງານຫ້ອງມູນເຊື້ອ

ຕ.ລ. 23, 2025

(ສພຊ) – ວັນທີ 22 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີການພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານຫ້ອງມູນເຊື້ອ ລະຫວ່າງກົມສື່ມວນຊົນ, ຄະນະເລຂາທິການສະພາແຫ່ງຊາດ ກັບ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ຫ້ອງວ່າການສູນກາງພັກ ໂດຍການເຂົ້າຮ່ວມຂອງທ່ານ ແກ້ວລະກາ ຊ້ອຍໄຊຍະ ຮອງຫົວໜ້າກົມສື່ມວນຊົນ ເຊິ່ງມີຄະນະພະແນກ ແລະ ວິຊາການຂອງສອງພາກສ່ວນເຂົ້າຮ່ວມ.
ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເກັບຂໍ້ມູນ, ຮູບພາບ, ເອກະສານຕ່າງໆ ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວ, ການເຄື່ອນໄຫວຂອງສະພາແຫ່ງຊາດ ທີ່ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ເພື່ອຈະປະກອບເຂົ້າໃນການຈັດງານວາງສະແດງສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ມີເນື້ອໃນທີ່ອຸດົມສົມບູນ, ເຫັນໄດ້ຜົນງານອັນພົ້ນເດັ່ນໃນຂົງເຂດວຽກງານຂອງ ສພຊ.
ຫຼັງຈາກການພົບປະ, ຍັງໄດ້ພ້ອມກັນຢ້ຽມຊົມສະຖານທີ່ຕົວຈິງອີກດ້ວຍ.
(ນາງ ນິດຕາ ຄຸນປາກດີ)