ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

ຕ.ລ. 28, 2025

(ສພຊ) – ຕອນສວາຍວັນທີ 28 ຕຸລານີ້, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ທັງເປັນຮອງຫົວໜ້າອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຜົນສຳເລັດການດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງຄະນະດັ່ງກ່າວ ເຊິ່ງທ່ານໃຫ້ຮູ້ວ່າ: ທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກລັດຖະດໍາລັດສະບັບເລກທີ 172/ປປທ, ລົງວັນທີ 24 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເຊິ່ງປະກອບດ້ວຍພະນັກງານການນໍາຂັ້ນສູງ ຈໍານວນ 21 ທ່ານ, ຍິງ 6 ທ່ານ ແລະ ມີຄະນະປະຈໍາການ 10 ທ່ານ, ຍິງ 2 ທ່ານ; ຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະນະປະຈໍາການດັ່ງກ່າວ ມີສິດ ແລະ ໜ້າທີ່ນໍາພາ-ຊີ້ນໍາການຈັດຕັ້ງດຳເນີນການເລືອກຕັ້ງ ໃຫ້ຖືກຕ້ອງຕາມລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການ, ຮັບປະກັນໃຫ້ການເລືອກຕັ້ງ ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້.
ເພື່ອຮັບປະກັນໃຫ້ການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດ​ທີ X ​ແລະ ສະມາຊິກສະພາ​ປະຊາຊົນຂັ້ນ​​ແຂວງ (ສສຂ) ຊຸດທີ V ມີປະສິດທິພາບ, ປະສິດທິຜົນ ແລະ ສໍາເລັດຜົນທັນຕາມກໍານົດເວລາທີ່ກໍານົດໄວ້; ໃນຕອນເຊົ້າວັນທີ 27 ຕຸລານີ້, ຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງຕົນ ພາຍໃຕ້ການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອພິຈາລະນາ ແລະ ຕົກລົງວຽກງານສໍາຄັນທີ່ຈໍາເປັນ ແລະ ຮີບດ່ວນ ຈໍານວນໜຶ່ງ ໃນການກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດ​ທີ X ​ແລະ ສສຂ ຊຸດທີ V ເຊິ່ງມີເນື້ອໃນ ແລະ ຜົນສໍາເລັດ ດັ່ງ ນີ້:
1. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ເຊື່ອມຊຶມມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ​ທີ X ​ແລະ ສະພາ​ປະຊາຊົນຂັ້ນ​​ແຂວງ ຊຸດທີ V.
2. ຜ່ານມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປລາວ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ​ທີ X ​ແລະ ສະພາ​ປະຊາຊົນຂັ້ນ​​ແຂວງ ຊຸດທີ V.
3. ຜ່ານມະຕິຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ​ທີ X ​ແລະ ສະພາ​ປະຊາຊົນຂັ້ນ​​ແຂວງ ຊຸດທີ V; ໃນນີ້, ໄດ້ກຳນົດລະອຽດກ່ຽວກັບສິດ ແລະ ໜ້າທີ່ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະນະປະຈໍາການ.
4. ຜ່ານແຜນການດໍາເນີນງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ​ທີ X ​ແລະ ສະພາ​ປະຊາຊົນຂັ້ນ​​ແຂວງ ຊຸດທີ V; ໃນນີ້, ໄດ້ກຳນົດລະອຽດກ່ຽວກັບຈຸດປະສົງ ແລະ ລະດັບຄາດໝາຍ, ທັດສະນະຊີ້ນຳ, ທິດທາງ, ວຽກຈຸດສຸມ ແລະ ບາດກ້າວດຳເນີນການກະກຽມການເລືອກຕັ້ງ ແຕ່ນີ້ຈົນຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ​ແລະ ສະພາ​ປະຊາຊົນຂັ້ນ​​ແຂວງ ຊຸດໃໝ່.
5. ຜ່ານມະຕິຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ວ່າດ້ວຍການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະກໍາມະການເລືອກຕັ້ງລະດັບຊາດ; ໃນນີ້, ໄດ້ມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບລະອຽດໃຫ້ແຕ່ລະທ່ານ.
6. ຜ່ານມະຕິຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວວຽກງານຂອງບັນດາອະນຸກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ ເຊິ່ງລວມມີ 5 ອະນຸກໍາມະການ ຄື: (1) ອະນຸກໍາມະການເລຂານຸການ; (2) ອະນຸກໍາມະການໂຄງປະກອບ ແລະ ບຸກຄະລາກອນ; (3) ອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ; (4) ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; (5) ອະນຸກໍາມະການບໍລິຫານ ແລະ ງົບປະມານ.
​ ເພື່ອຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ແລະ ແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໃຫ້ແທດເຖິງ, ທັນເວລາ ແລະ ເກີດເປັນໝາກຜົນຕົວຈິງ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ສະເໜີໃຫ້ສະພາປະຊາຊົນຂັ້ນແຂວງ ຈົ່ງຮີບຮ້ອນຄົ້ນຄວ້າແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນ (ຂັ້ນແຂວງ ແລະ ຂັ້ນເມືອງ) ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 28 ແລະ 30 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບປີ 2024 ແລ້ວວາງແຜນດໍາເນີນງານລະອຽດຂອງຕົນ ເພື່ອຈັດຕັ້ງປະຕິບັດໃຫ້ທັນເວລາ ແລະ ມີໝາກຜົນຕົວຈິງຢູ່ໃນທ້ອງຖິ່ນຂອງຕົນ; ພ້ອມກັນນີ້, ກໍຮຽກຮ້ອງໄປຍັງປະຊາຊົນລາວບັນດາເຜົ່າທຸກທົ່ວໜ້າ ເປັນຕົ້ນແມ່ນຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນຊອກຮູ້ຮໍ່າຮຽນກ່ຽວກັບກົດໝາຍ ແລະ ລະບຽບການເລືອກຕັ້ງ, ຍົກສູງຈິດໃຈເປັນເຈົ້າປະເທດຊາດ, ຕັ້ງໜ້າກະກຽມ ແລະ ເຂົ້າຮ່ວມຂະບວນການເລືອກຕັ້ງເທື່ອນີ້ ໃຫ້ເກີດເປັນໝາກຜົນຕົວຈິງ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

Screenshot

Screenshot

Screenshot

Screenshot