ແຂວງວຽງຈັນ ດໍາເນີນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝທີ VI

ມ.ຖ. 5, 2023 | SlideMobile, ຂ່າວເດັ່ນ

ກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VI ໄດ້ໄຂຂຶ້ນໃນວັນທີ 30 ພຶດສະພາ 2023 ທີ່ສະໂມສອນໃຫ່ຍຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ຜູ້ຊິ້ນຳແຂວງ ວຽງຈັນ ມີສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີຄະນະນຳຈາກສຸນກາງ, ບັນດາສະຫາຍການນຳແຂວງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນໄດ້ກ່າວເປີດກອງປະຊຸມຂື້ນຢ່າງເປັນທາງການ; ສະຫາຍບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄດ້ຂື້ນຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ VÌ ຂອງອົງຄະນະພັກແຂວງ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກໄລຍະຜ່ານມາ ແລະ ທິດທາງນຳພາປະຕິບັດຄາດຄາດໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າ
ຈາກນັ້ນ, ສະຫາຍ ດາວເຮືອງ ນັນທະວົງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງວຽງຈັນ ກໍໄດ້ຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະກາງສະໄໝຜ່ານມາ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດສອງວາລະແຫ່ງຊາດ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນກາງສະໄໝທີ່ຜ່ານມາ; ໂດຍລວມແລ້ວ ຄະນະບໍລິຫານງານພັກແຂວງວຽງຈັນ ໄດ້ນໍາພາຄະນະພັກຂັ້ນຕ່າງໆ ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ທີ່ໄດ້ກໍານົດໄວ້ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງ ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍໄດ້ຫັນເປັນແຜນການ, ໂຄງການລະອຽດຂອງແຂວງ, ເມືອງ ແລະ ຂະແໜງການຕາມທ່າແຮງບົ່ມຊ້ອນຢ່າງມີຈຸດສຸມ ເຊິ່ງເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍໃນລະດັບ 4,2% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 11,743 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 12.163.000 ກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 785 ໂດລາເທົ່າກັບ 29,47% ຂອງແຜນການ; ຜົນຜະລິດດ້ານກະສິກຳເຫັນວ່າຍັງເປັນຫຼັກຄໍ້າໃຫ້ແກ່ເສດຖະກິດຂອງແຂວງ, ຜົນຜະລິດດ້ານອຸດສະຫະກຳຍັງເປັນອັນຕົ້ນຕໍ່ຂອງການພັດທະນາ,ການບໍລິການດ້ານການທ່ອງທ່ຽວມີນັກທ່ອງທ່ຽວເພີ່ມຂຶ້ນຫຼາຍພັນເທື່ອຄົນ ວຽກງານພື້ນຖານໂຄງລ່າງ ແລະ ວັດທະນະທໍາ-ສັງຄົມ ກໍໄດ້ຮັບການພັດທະນາ ແລະ ຍົກລະດັບດີຂຶ້ນເປັນກ້າວໆ.
ໂອກາດນີ້, ສະຫາຍ ປອ.ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນເຈາະຈີ້ມ ແລະ ຊີ້ນຳ ຕໍ່ການດຳເນີນກອງປະຊຸມ ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ຕໍ່ເນື້ອໃນຂອງກອງປະຊຸມ ໃນວາລະເປີດກວ້າງຄົບຄະນະ ໃນແຕ່ລະຫົວຂໍ້ ເປັນຕົ້ນ ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VÌ ຂອງອົງຄະນະພັກແຂວງ ກາງສະໄໝ, ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ສອງວາລະແຫ່ງຊາດ, ລວມທັງ ການກຳນົດທິດທາງນຳພາ ແລະ ຄາດໝາຍສູ້ຊົນ ໃນເຄິ່ງສະໄໝຕໍ່ໜ້າ. ຕິດພັນກັບຄຳເຫັນເຈາະຈີ້ມຄື:
– ບັນດາຜົນງານ ແລະ ຜົນສໍາເລັດ ທີ່ພົ້ນເດັ່ນ ທີ່ໄດ້ຍົກຂຶ້ນ ໄລຍະສອງປີເຄິ່ງຜ່ານມາ ເຫັນວ່າຈະແຈ້ງ, ຄົບຖ້ວນ ແລະ ກວມລວມແລ້ວບໍ
– ການຈັດຕັ້ງປະຕິບດ ແຜນພັດທະນາເສດຖະກິດ-ສັງຄົມ 05 ປີຂອງແຂວງ, ອັນໃດແມ່ນ ຜົນງານທີ່ພົ້ນເດັ່ນ ແລະ ສາມາດເປັນຍຸດທະສາດປາຍແຫຼມ ໃນການພັດທະນາ, ອັນໃດທີ່ຍັງເປັນບັນຫາຄົງຄ້າງ, ສາເຫດຍ້ອນຫຍັງ
– ສິ່ງກີດຂວາງ ກໍຄືບັນດາຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດ ມີຄືແນວໃດ
ໃນຕອນທ້າຍກອງປະຊຸມ, ຜູ້ແທນເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນໃສ່ 2 ຮ່າງບົດສະຫຼຸບດັ່ງກ່າວ.