(ສພຊ) – ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເມື່ອວັນທີ 10 ພະຈິກຜ່ານມາ, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ມີບາງທັດສະນະ ແລະ ຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025), ແຜນການປີ 2025 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ແຜນການປີ 2026 ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າດັ່ງນີ້:
1.ການເຕີບໂຕເສດຖະກິດ: ເຖິງວ່າລວມຍອດຜະລິດຕະພັນພາຍໃນໄດ້ຕາມແຜນການ, ແຕ່ລາຍໄດ້ສະເລ່ຍຕໍ່ຫົວຄົນ ໄລຍະ 5 ປີ ໄດ້ພຽງ 2,085 ໂດລາ (ມະຕິ ສພຊ 2,880 ໂດລາ/ຄົນ/ປີ) ເນື່ອງຈາກການອ່ອນຄ່າຂອງເງິນກີບ; ການຫັນປ່ຽນໂຄງປະກອບເສດຖະກິດ ຍັງບໍ່ໄດ້ຕາມແຜນ ເປັນຕົ້ນ ຂະແໜງບໍລິການ ເຕີບໂຕພຽງ 4.52% (ມະຕິ ສພຊ 6%), ກວມ 36.10% ຂອງ GDP (ມະຕິ ສພຊ 40.7%); ການຜະລິດໃນຂະແໜງກະສິກໍາ ແລະ ອຸດສາຫະກໍາ ຂະ ບວນການປຸງແຕ່ງໜ້ອຍ ເຮັດໃຫ້ອັດຕາສ່ວນມູນຄ່າເພີ່ມຈາກການຜະລິດຍັງຕໍ່າ, ປະສິດທິພາບ, ປະສິດທິຜົນ ແລະ ຄຸນນະພາບຍັງບໍ່ທັນສູງ, ບໍ່ທັນຮັບປະກັນການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ.
2.ການປະຕິບັດແຜນງົບປະມານ: ເຖິງວ່າການປະຕິບັດແຜນລາຍຮັບໄດ້ຕາມແຜນ ແລະ ເກີນແຜນ, ແຕ່ການກໍານົດແຜນດັ່ງກ່າວຍັງບໍ່ທັນສອດຄ່ອງກັບທ່າແຮງບົ່ມຊ້ອນ ແລະ ຖານລາຍຮັບຕົວຈິງ (ແຜນຕໍ່າກວ່າຄວາມສາມາດເກັບຕົວຈິງ);ການຈັດຕັ້ງປະຕິບັດແຜນລາຍຈ່າຍໄດ້ຕາມແຜນ, ແຕ່ວ່າຍັງບໍ່ທັນສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຜນພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແຜນລາຍຈ່າຍລົງທຶນຂອງລັດບໍ່ທັນພຽງພໍ ຈຶ່ງເຮັດໃຫ້ຍັງມີໜີ້ສິນການລົງທຶນຂອງລັດຄ້າງຊໍາລະເປັນຈໍານວນບໍ່ໜ້ອຍ, ພ້ອມກັນນີ້ ການປະຕິບັດແຜນລາຍຈ່າຍງົບປະມານແຫ່ງລັດ ຍັງບໍ່ມີປະສິດທິ ພາບ, ປະສິດທິຜົນ ແລະ ຄຸນນະພາບສູງເທົ່າທີ່ຄວນ; ອັດຕາຂາດດຸນງົບປະມານທຽບ GDP ຕໍ່າ, ແຕ່ອັດຕາຂາດດຸນຊໍາລະຕົ້ນທຶນ ແລະ ດອກເບ້ຍ ກັບຕ່າງປະເທດຍັງສູງ, ການສະໜອງການຈັດສັນງົບປະມານເພື່ອການລົງທຶນ ແລະ ການພັດ ທະນາ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງແຜນການລົງທຶນຂອງລັດ; ການນໍາໃຊ້ເງິນເກີນແຜນ ຍັງບໍ່ທັນປະຕິບັດຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ.
3. ການປະຕິບັດແຜນເງິນຕາ: ການປະຕິບັດມາດຕະການແກ້ໄຂເງິນເຟີ້ ບໍ່ທັນມີການປະສານສົມທົບຢ່າງເປັນລະ ບົບກັບຂະແໜງການກ່ຽວຂ້ອງເທົ່າທີ່ຄວນ ໂດຍສະເພາະກັບຂະແໜງການຜະລິດ, ຂະແໜງການຄ້າ ແລະ ມາດຕະ ການດ້ານຈິດຕະສາດສັງຄົມ; ການຄຸ້ມຄອງເງິນຕາ ຍັງບໍ່ທັນປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ເປັນຕົ້ນການນໍາໃຊ້ເງິນກີບ, ການນໍາເຂົ້າເງິນຕາຕ່າງປະເທດ ຈາກການນໍາເຂົ້າ-ສົ່ງອອກ ແລະ ການລົງທຶນ; ອັດຕາສ່ວນການປ່ອຍສິນເຊື່ອ ສົມທຽບກັບ GDP ເຫັນວ່າຍັງຕໍ່າ ເມື່ອທຽບກັບອັດຕາສ່ວນເງິນຝາກ ທຽບໃສ່ GDP.
4. ການປະຕິບັດແຜນພັດທະນາວັດທະນະທໍາ-ສັງຄົມ: ການປະຕິບັດບາງຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ບໍ່ສາມາດບັນລຸຕາມແຜນການ ເປັນຕົ້ນອັດຕາການເຂົ້າຮຽນ, ຈົບຊັ້ນປະຖົມ ແລະ ການປະລະການຮຽນ; ອັດ ຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກ ແລະ ລວງສູງ ບໍ່ໄດ້ມາດຕະຖານ; ການຕອບສະໜອງງົບປະມານໃຫ້ແກ່ກອງທຶນປະກັນສຸຂະພາບ ຍັງບໍ່ພຽງພໍ; ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ພາລະກິດປະຕິວັດຊາດປະຊາທິປະໄຕ, ການປົກປັກຮັກສາສິ່ງແວດລ້ອມເພື່ອສົ່ງເສີມການທ່ອງທ່ຽວ, ການແກ້ໄຂປາກົດການຫຍໍ້ທໍ້ດ້ານສັງຄົມ ຍັງເຮັດບໍ່ທັນໄດ້ດີ.
5. ການປະຕິບັດແຜນພັດທະນາຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ: ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ ແລະ ສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ເຖິງວ່າລັດຖະບານຍັງມີຄວາມພະຍາຍາມແກ້ໄຂ ແຕ່ກໍຍັງມີຫຼາຍບັນຫາທີ່ຍັງຄົງຄ້າງ; ການປະຕິບັດຄາດໝາຍອອກໃບຕາດິນ ຍັງມີຄວາມຄືບໜ້າໜ້ອຍ ສົມທຽບໃສ່ມະຕິ ສພຊ; ການລົງທຶນຂອງລັດເພື່ອປ້ອງກັນຜົນກະທົບຈາກທຳມະຊາດ ຍັງຈໍາກັດ ເປັນຕົ້ນການລົງທຶນປົກປັກຮັກສາເຂດນໍ້າດິນແດນຂອງປະເທດຊາດ ທີ່ຖືກນໍ້າເຊາະເຈື່ອນຊາຍແດນທຳມະຊາດຢູ່ຫຼາຍແຂວງ ຍັງບໍ່ພຽງພໍ, ຊັກຊ້າ ແລະ ຮັບປະກັນຄຸນນະພາບໄດ້.
6. ການປະຕິບັດຄາດໝາຍບໍລິຫານລັດ: ການປະຕິບັດຄໍາຕັດສິນຂອງສານ ທຽບກັບມະຕິກອງປະຊຸມສະພາແຫ່ງຊາດ ແຜນ 5 ປີ (2021-2025) ໄດ້ກໍານົດໃຫ້ໄດ້ 80% ຂອງຈໍານວນຄະດີທີ່ຕັດສິນໃຊ້ໄດ້ຢ່າງເດັດຂາດ ແຕ່ການ ຈັດຕັ້ງປະຕິບັດໄດ້ພຽງປະມານ 14%.
ຕໍ່ທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2026 ຄວນກໍານົດບາງເປົ້າໝາຍໃຫຍ່ເຂົ້າໃນແຜນການ ເປັນຕົ້ນ: ຄາດໝາຍເສດຖະກິດມະຫາພາກ, ການເຕີບໂຕເສດຖະກິດ (GDP) ໃຫ້ຂະຫຍາຍຕົວ 5.5% ຂຶ້ນໄປ, ລາຍຮັບ GDP ສະເລ່ຍຕໍ່ຫົວຄົນ 2,238 ໂດລາ ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ປະມານ 2,100 ໂດລາ, ຫັນປ່ຽນໂຄງປະກອບເສດຖະກິດໄປສູ່ຂະແໜງການທີ່ມີທ່າແຮງ ເປັນຕົ້ນ ຂະແໜງບໍລິການ, ກະສິກໍາ ແລະ ອຸດສາຫະກໍາປຸ່ງແຕ່ງ, ກໍານົດໂຄງການບຸລິມະສິດຂອງການພັດທະນາທີ່ມີທ່າແຮງ, ເໝາະສົມກັບສະພາບຕົວຈິງຂອງປະເທດເຮົາ ເພື່ອຂັບເຄື່ອນການເຕີບໂຕເສດຖະກິດ; ສ້າງແຜນງົບປະມານທີ່ມີຕົວຊີ້ບອກລັກສະນະບຸກທະລຸ ຮັບ ປະກັນການສ້າງຄວາມເຂັ້ມແຂງໃຫ້ງົບປະມານແຫ່ງລັດ ເປັນຕົ້ນ: ເກັບລາຍຮັບຕາມທ່າແຮງບົ່ມຊ້ອນຕົວຈິງທີ່ມີ ແລະ ຖານລາຍຮັບໃໝ່ໃຫ້ຄົບຖ້ວນ ໃຫ້ບັນລຸໄດ້ 83,600 ຕື້ກີບ ຫຼື ເທົ່າກັບ 20.13% ຂອງ GDP, ປະຕິບັດລາຍຈ່າຍ ປະ ມານ 81,400 ຕື້ກີບ ຫຼື ເທົ່າກັບ 19.60% ຂອງ GDP ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຜນການລົງທຶນຂອງລັດ ແລະ ຮັບປະກັນການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ, ຮັບປະກັນແຫຼ່ງດຸ່ນດ່ຽງງົບປະມານທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ ໃຫ້ມີລາຍຮັບເກີນດຸນ 2,200 ຕື້ກີບ ເທົ່າກັບ 0.53% GDP; ແຜນເງິນຕາ ຮັບປະກັນສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ເຮັດໃຫ້ອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 5% (ເໜັງຕີງ ± 2%), ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າໄດ້ຢ່າງໜ້ອຍ 5 ເດືອນຂຶ້ນໄປ, ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຢູ່ໃນລະດັບບໍ່ເກີນ 3%; ແຜນການຄ້າພາຍໃນ ແລະ ຕ່າງປະເທດ ໃຫ້ຕິດພັນກັບແຜນການສົ່ງເສີມການຜະ ລິດ ແລະ ການລົງທຶນພາຍໃນ, ສູ້ຊົນມູນຄ່າການຄ້າຕ່າງປະເທດ ໃຫ້ໄດ້ 22,887 ລ້ານໂດລາ, ໃຫ້ການຄ້າເກີນດຸນ 2,621 ລ້ານໂດລາ; ແຜນການລົງທຶນເພື່ອການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການສົ່ງເສີມການເຂົ້າຮ່ວມຂອງທຸກພາກສ່ວນເສດຖະກິດ, ມີການປະສານສົມທົບ ແລະ ກົມກຽວກັນຢ່າງເປັນລະບົບ ເປັນຕົ້ນການລົງທຶນລັດ, ການສົ່ງ ເສີມການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ, ການລົງທຶນຈາກສັງຄົມ ໃຫ້ບັນລຸຄວາມຕ້ອງການທຶນລວມທັງໝົດ 92,250 ຕື້ກີບ ເທົ່າກັບ 22% ຂອງ GDP; ແຜນພັດທະນາຂະແໜງການວັດທະນະທໍາ-ສັງຄົມ, ການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດ ລ້ອມ ແລະ ການບໍລິຫານລັດ ໃຫ້ເປັນແຜນການທີ່ມີສ່ວນຮ່ວມ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ປະເທດຊາດ ໃຫ້ໄດ້ຫຼາຍຂຶ້ນ ແລະ ກໍານົດມາດຕະການຈັດຕັ້ງປະຕິບັດທີ່ຈະແຈ້ງ, ຊັດເຈນ ແລະ ເປັນຮູບປະທໍາ.
ພ້ອມນັ້ນ, ຄະນະປະຈໍາສະພາແຫ່ງຊາດ ເຫັນດີໂດຍພື້ນຖານອະນຸມັດດ້ານຫຼັກການ ໃຫ້ລັດຖະບານປັບປຸງດັດຊະ ນີເງິນເດືອນ, ເງິນນະໂຍບາຍ ແລະ ເງິນອຸດໜູນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູ ແລະ ພະນັກງານບຳ ນານ ເພື່ອຈະເລີ່ມຈັດຕັ້ງປະຕິບັດໃນເດືອນ 1 ປີ 2026 ແລະ ອະນຸມັດດ້ານຫຼັກການໃນການດັດແກ້ງົບປະມານປີ 2025.

