
ຕອນບ່າຍຂອງວັນສຸກ, ວັນທີ 8 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ຈັດພິທີຮັບສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນຂຶ້ນ, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາຫນ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຕາງໜ້າຄະນະພັກ ໄດ້ກ່າວຈຸດປະສົງ, ສະເໜີຜູ້ເຂົ້າຮ່ວມ ແລະ ໄດ້ຜ່ານມະຕິຂອງຄະນະປະຈໍາພັກແຂວງອຸດົມໄຊ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນ ຈໍານວນ 1 ສະຫາຍ ແລະ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຢ່າງເປັນທາງການ.

ສະຫາຍເລຂາໜ່ວຍພັກໄດ້ມີຄໍາເຫັນໂອ້ລົມສະມາຊິກພັກໃໝ່ ໂດຍສະຫາຍໄດ້ເນັ້ນໜັກໃຫ້ສະມາຊິກພັກຍົກສູງວຽກງານການເມືອງແນວຄິດຂອງຕົນເອງ, ບຸກບືນປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ-ກົດໝາຍຂອງລັດ, ຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນສະມາຊິກພັກດີເດັ່ນ, ເຂົ້າຮ່ວມດໍາເນີນຊີວິດແຕ່ລະເດືອນ, ເສຍເງິນສະຕິໃຫ້ປົກກະຕິ, ເຂົ້າຮ່ວມບັນດາວຽກງານຂອງອົງການຈັດຕັ້ງມະຫາຊົນ, ເສີມຂະຫຍາຍຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນອົງການຈັດຕັ້ງ, ໃນສັງຄົມ ແລະ ສືບຕໍ່ປະຕິບັດຫນ້າທີ່ວຽກງານວິຊາສະເພາະທີ່ຕົນໄດ້ຮັບມອບຫມາຍໃຫ້ສໍາເລັດ ແລະ ຫຼັງຈາກນັ້ນ, ສະມາຊິກພັກໃໝ່ໄດ້ຂຶ້ນຮັບເອົາຄໍາໂອ້ລົມດັ່ງກ່າວ.
