(ສພຊ) ໃນລະຫວ່າງວັນທີ 17-21 ກັນຍາ 2023 ທ່ານ ນາງ ຊິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິ ອັບດຸນ ຣາມັນ ເລຂາທິການໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ ເພື່ອປຶກສາຫາລື ແລະ ກະກຽມຄວາມພ້ອມ ຮ່ວມກັບສະພາແຫ່ງຊາດລາວ ໃນການເປັນເຈົ້າພາບຈັດກອງປະຊຸມ AIPA ຄັ້ງທີ 45 ທີ່ ສປປລາວ ໃນປີ 2024.

ໃນໄລຍະ ຢູ່ ສປປ ລາວ, ທ່ານເລຂາທິການໃຫຍ່ AIPA ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກກັບ ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ແລະ ຮ່ວມກັນຈັດກອງປະຊຸມສຳມະນາກັບຄະນະນຳຂອງກຳມາທິການທີ່ກ່ຽວຂ້ອງ, ສະມາຊິກສະພາແຫ່ງຊາດ ແລະ ພະນັກງານ-ວິຊາການ ຂອງສະພາແຫ່ງຊາດລາວ ເພື່ອປຶກສາຫາລືກ່ຽວກັບການກະກຽມເປັນເຈົ້າພາບຈັດກອງປະຊຸມໃຫຍ່ AIPA ຄັ້ງທີ 45 ຢູ່ ສປປລາວ ໃນປີ 2024 ທີ່ຈະມາເຖິງ.

ນອກຈາກນັ້ນ, ທ່ານເລຂາທິການໃຫຍ່ AIPA ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ແຂວງຫຼວງພະບາງ ເພື່ອເບິ່ງການພັດທະນາທາງດ້ານການເຊື່ອມໂຍງເຊື່ອມຈອດ ຂອງ ສປປລາວ ກໍຄືການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ ຢູ່ເມືອງມໍລະດົກໂລກ ຕາມນະໂຍບາຍສົ່ງເສີມການເຊື່ອມໂຍງເຊື່ອມຈອດ ຂອງ ສປປລາວ.