(ສພຊ) – ໂດຍຕອບສະໜອງຕາມການເຊື້ອເຊີນຂອງສະຫາຍ ນາງ ບິ່ງ ທິ ທູ ຮວ໋າຍ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ, ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາຫວຽດນາມ ຄົບຮອບ 80 ປີ ແລະ ສືບຕໍ່ຢ້ຽມຢາມເຮັດວຽກຢູ່ນະຄອນຫຼວງຮ່າໂນ້ຍ ເມື່ອວັນທີ 1-4 ກັນຍາຜ່ານມາ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ເວົ້າລວມ, ເວົ້າສະເພາະ ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮ່າໂນ້ຍ ທີ່ມີມາຍາວນານ ໃຫ້ນັບມື້ນັບແຕກດອກອອກຜົນ ແລະ ກ້າວເຂົ້າສູ່ລວງເລິກຍິ່ງຂຶ້ນ.

ໂອກາດນີ້, ສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ໂດຍສະຫາຍ ນາງ ບິ່ງ ທິ ທູ ຮວ໋າຍ ໄດ້ເນັ້ນວ່າ: ບົນພື້ນຖານການຮ່ວມມືອັນດີລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ນະຄອນຫຼວງຮ່າໂນ້ຍ ຍາມໃດກໍໃຫ້ບຸລິມະສິດສູງໃນການຊຸກຍູ້ການພົວພັນຮ່ວມມືກັບນະຄອນຫຼວງວຽງຈັນ ແລະ ໃນຕົວຈິງ ໄດ້ມີຫຼາຍໂຄງການຮ່ວມມືຢ່າງມີປະສິດທິຜົນ ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ; ປີ 2025 ແມ່ນປີທີ່ມີຄວາມໝາຍຄວາມສຳຄັນພິເສດຕໍ່ການພົວພັນຮ່ວມມືລະຫວ່າງ 2 ນະຄອນຫຼວງ ທັງແມ່ນໄລຍະສືບຕໍ່ປະຕິບັດບົດບັນທຶກການຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍ-ນະຄອນຫຼວງວຽງຈັນ ດ້ວຍຫຼາຍຮູບຫຼາຍແບບຢ່າງມີປະສິດທິຜົນສູງ, ສະແດງໃຫ້ເຫັນຄວາມສາມັກຄີແບບພິເສດຂອງການຮ່ວມມືລະຫວ່າງ 2 ນະຄອນຫຼວງຢ່າງແທ້ຈິງ. ນອກນີ້, ສອງຝ່າຍຍັງໄດ້ລາຍງານສະພາບເສດຖະກິດຂອງຕົນໃຫ້ກັນແລະກັນຊາບອີກດ້ວຍ.

(ສົມສະຫວັນ, ເພຈ: ວຽງຈັນໃໝ່/VientianeMai)