ເພີ່ມທະວີການຮ່ວມມືວຽກງານກົດໝາຍຈີນ-ອາຊຽນ

​ພ.ຈ. 26, 2025

‎(ສພຊ) – ວັນທີ 19-22 ພະຈິກຜ່ານມາ, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືວຽກງານກົດໝາຍຈີນ-ອາຊຽນ ຄັ້ງທີ 7 ທີ່ນະຄອນສົງຊິ່ງ, ສປຈີນ ພາຍໃຕ້ຄໍາຂວັນ “ເພີ່ມທະວີການຮ່ວມມືວຽກງານກົດໝາຍ ຈີນ-ອາຊຽນ, ຮ່ວມກັນສ້າງປະຊາຄົມຄູ່ຮ່ວມຊາຕາກຳລະຫວ່າງປະເທດບ້ານໃກ້ເຮືອນຄຽງ”.
ກອງປະຊຸມຄັ້ງນີ້ ເປັນການແລກປ່ຽນບົດຮຽນການຮ່ວມມືກັນທາງດ້ານກົດໝາຍໃນຂົງເຂດຕ່າງໆ ລະຫວ່າງ ຈີນ-ອາຊຽນ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ເພື່ອຮ່ວມກັນຈັດຕັ້ງປະຕິບັດກົດໝາຍໃຫ້ມີປະສິດທິຜົນ ແນໃສ່ຮັບປະກັນຄວາມຖືກຕ້ອງ, ເປັນທຳ ແລະ ເສີມຂະຫຍາຍບົດບາດການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ຂອງບັນດາປະເທດອາຊຽນ ແລະ ສປຈີນ ຢ່າງເປັນຮູບປະທຳ ທັງເປັນກຸນແຈສຳຄັນໃນການພັດທະນາການຮ່ວມມືທາງດ້ານເສດຖະກິດຂອງອາຊຽນ ແລະ ຈີນ; ກອງປະຊຸມຍັງໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມຈຳເປັນ ໃນການສົ່ງເສີມການຈັດລະບຽບກົດໝາຍ, ກົດລະບຽບ ແລະ ມາດຕະຖານໃນຂົງເຂດການຂົນສົ່ງ, ເສດຖະກິດດິຈິຕອນ ແລະ ເສດຖະກິດສີຂຽວ ພ້ອມທັງເພີ່ມປະສິດທິພາບການຮ່ວມມືດ້ານການບັງຄັບໃຊ້ກົດໝາຍໃນການຕໍ່ສູ້ກັບອາຊະຍາກຳຂ້າມຊາຍແດນ ແລະ ການແກ້ໄຂຂໍ້ຂັດແຍ້ງຂ້າມຊາຍແດນ.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ເປັນການສະແດງໃຫ້ເຫັນເຖິງຄວາມຕັ້ງໜ້າໃນການເສີມສ້າງການພົວພັນຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ແລະ ອາຊຽນ ໂດຍສະເພາະການພົວພັນຮ່ວມມືໃນຂົງເຂດກົດໝາຍ ແລະ ນິຕິທຳ ໃຫ້ໄດ້ຮັບການຂະຫຍາຍຕົວຢ່າງເລິກເຊິ່ງໃນທຸກຂົງເຂດ ເພື່ອຮັບປະກັນທາງດ້ານ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຮ່ວມກັນໃນພາກພື້ນ ໂດຍສະເພາະແມ່ນການຍົກລະດັບການຮ່ວມມືດ້ານນິຕິທຳ ທີ່ເປັນພື້ນຖານສຳຄັນໃນການສ້າງປະຊາຄົມທີ່ມີອະນາຄົດຮ່ວມກັນ ລະຫວ່າງ ລາວ-ຈີນ ແລະ ຈີນ-ອາຊຽນ ໃຫ້ມີຄວາມໝັ້ນຄົງ. ນອກຈາກນີ້, ທ່ານປະທານກຳມາທິການກົດໝາຍ ຍັງໄດ້​ຕາງໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ຂຶ້ນມີຄຳເຫັນໃນພິທີເປີດກອງປະຊຸມ ພ້ອມກັບຮັບຊົມວິດີໂອຊົມເຊີຍຕໍ່ກອງປະຊຸມ ຂອງທ່ານ ສຈ. ປອ. ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແລະ ເຂົ້າຮ່ວມການພົບປະສອງຝ່າຍກັບປະທານສະມາຄົມກົດໝາຍຈີນ ພ້ອມຄະນະ; ຮ່ວມກັບຄະນະຜູ້ແທນຂອງ ສປປລາວ ນຳໂດຍທ່ານ ສຈ. ປອ. ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ ໄປຢ້ຽມຢາມບໍລິສັດ ຊາງອ່ານ ໂອໂຕບິວ ກຣຸບ ຈຳກັດ ແລະ ພື້ນຖານເສດຖະກິດຊິ່ງຈຳນວນໜຶ່ງຂອງນະຄອນສົງຊິ່ງ.