![](https://na.gov.la/wp-content/uploads/2022/08/298397364_2093079880879729_744130488281495120_n.jpeg)
![](https://na.gov.la/wp-content/uploads/2022/08/298572733_2093079807546403_168033826967796496_n.jpeg)
ທັງນີ້, ກໍເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ໃນກໍາລັງປ້ອງກັນຄວາມສະຫງົບຮັບຮູ້, ເຂົ້າໃຈກ່ຽວກັບພາລະບົດ ບາດ, ສິດ, ໜ້າທີ່ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ເລິກເຊິ່ງຂຶ້ນຕື່ມ. ພ້ອມທັງເປັນການເພີ່ມທະວີການພົວພັນປະສານງານ ລະຫວ່າງ ສະພາແຫ່ງຊາດ ກັບ ກຳລັງປ້ອງກັນຊາດ ໃຫ້ເຂົ້າສູ່ລວງເລິກ ວ່ອງໄວ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ.
![](https://na.gov.la/wp-content/uploads/2022/08/298364138_2093079750879742_7385087721235441245_n.jpeg)
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງເຜີຍແຜ່ເອກະສານສຳຄັນຕ່າງໆ ຄື: ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX; ບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ) ເລກທີ 64/ສພຊ, ລົງວັນທີ 9 ທັນວາ 2015 ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ, ລົງວັນທີ 30 ມິຖຸນາ 2020 ທີ່ພົວພັນເຖິງພາລະບົດບາດ, ສິດ, ໜ້າທີ່ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ; ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະບັບເລກທີ 169/ຄປຈ, ລົງວັນທີ 5 ກໍລະກົດ 2021; ນະໂຍບາຍຕໍ່ພະນັກງານ-ນັກຮົບໃນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 163/ຄປຈ, ລົງວັນທີ 2 ມິຖຸນາ 2022; ຂໍ້ຕົກລົງຮ່ວມ ວ່າດ້ວຍການປະສານງານລະຫວ່າງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ແລະ ຄະນະປະສານງານຂອງກະຊວງປ້ອງກັນປະເທດ ສະບັບເລກທີ 01/ປກຊ ສ-ຄ.ປກທ, ລົງວັນທີ 9 ກຸມພາ 2022; ບົດສະຫຼຸບຕີລາຄາ ໂດຍສັງເຂບ ຜ່ານການເຄື່ອນໄຫວຈັດຕັ້ງການປະສານງານ ໄລຍະ 5 ປີຜ່ານມາ (2016-2020) ແລະ ກຳນົດທິດທາງແຜນການ 5 ປີ (2021-2025) ລະຫວ່າງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ສະບັບເລກທີ 02/ຄປຈ, ລົງວັນທີ 10 ກຸມພາ 2022. ພາຍຫຼັງຮັບຟັງການເຜີຍແຜ່, ບັນດາຜູ້ແທນກອງປະຊຸມ ກໍໄດ້ປະກອບຄຳເຫັນ, ຊັກຖາມບັນຫາທີ່ມີຄວາມສົນໃຈ.
![](https://na.gov.la/wp-content/uploads/2022/08/298400041_2093079684213082_6556915278369812698_n.jpeg)
ໃນຕອນບ່າຍ, ກອງປະຊຸມໄດ້ຕ້ອນຮັບ ແລະ ຮັບຟັງການໂອ້ລົມຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເຊິ່ງມີເນື້ອໃນບາງຕອນສໍາຄັນວ່າ: ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງທີ່ກໍາລັງປ້ອງກັນຊາດ ພວມສຸມໃສ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ທີ່ໄດ້ກຳນົດ 4 ໜ້າທີ່ໃຫຍ່, 26 ແຜນງານ ແລະ 5 ບຸກທະລຸ ເຂົ້າສູ່ການກະທຳຕົວຈິງຂອງກົມກອງ-ທ້ອງຖິ່ນ ແທດເໝາະກັບໜ້າທີ່ການເມືອງຂອງແຕ່ລະກົມກອງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ສືບຕໍ່ປັບປຸງກໍ່ສ້າງກຳລັງໃນທຸກດ້ານ, ຍົກສູງວຽກງານການອົບຮົມດ້ານແນວຄິດ-ການເມືອງ, ຫັດແອບດ້ານການທະການ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະເຫຼົ່າຮົບຕ່າງໆ ໃຫ້ຊຳນິຊໍານານຄ່ອງແຄ້ວ, ຍົກສູງນໍ້າໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງພະລາທິການກັບທີ່, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດຜະລິດກະສິກຳຂັ້ນກະຊວງ, ບັນດາກົມກອງ, ທ້ອງຖິ່ນ ເພື່ອແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານດີຂຶ້ນເປັນກ້າວໆ.
![](https://na.gov.la/wp-content/uploads/2022/08/298286068_2093079824213068_3300803324461243490_n.jpeg)
“ ເອົາໃຈໃສ່ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ ”