ເຜີຍແຜ່ເອກະສານສໍາຄັນຕ່າງໆ ຂອງພັກ

ມ.ຖ. 23, 2025 | ເຂດ 4 ອຸດົມໄຊ

ຕອນບ່າຍ, ວັນທີ 23 ມິຖຸນາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ເຜີຍແຜ່ເອກະສານສໍາຄັນຕ່າງໆ ຂອງພັກ, ໂດຍການເປັນປະທານຂອງສະຫາຍ ນ. ວັນສີ ພວງມະໄລ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ ຢ່າງພ້ອມພຽງ.
ບັນດາເອກະສານທີ່ນໍາມາເຜີຍແຜ່ປະກອບມີ: ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ການກວດກາການສໍ້ລາດບັງຫຼວງ; ຄວາມຮູ້ພື້ນຖານກ່ຽວກັບວຽກງານສືບສວນ-ສອບສວນການສໍ້ລາດບັງຫຼວງ; ດໍາລັດວ່າດ້ວຍການແຈ້ງຊັບສິນ(ສະບັບປັບປຸງ) ເລກທີ 159/ອກລ, ລົງວັນທີ 4 ມີຖຸນາ 2013; ບົດແນະນໍາການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍການແຈ້ງຊັບສິນ(ສະບັບປັບປຸງ) ເລກທີ 46/ອກລ, ລົງວັນທີ 20 ກຸມພາ 2017; ແຈ້ງການຂອງອົງການກວດກາລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດດໍາລັດ ເລກທີ 159/ລບ, ວ່າດ້ວຍການແຈ້ງຊັບສິນ ເລກທີ 227/ອກລ, ລົງວັນທີ 3 ຕຸລາ 2020; ຄໍາແນະນໍາ ຂອງອົງການກວດກາລັດຖະບານ ວ່າດ້ວຍການແຈ້ງຊັບສິນ ເລກທີ 15/ອກລ, ລົງວັນທີ 27 ມັງກອນ 2021.
  ຫຼັງຈາກນັ້ນ, ສະຫາຍເລຂາໜ່ວຍພັກໄດ້ຜ່ານຮ່າງບົດສໍາສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ມິຖຸນາ ເຊິ່ງຕະຫລອດໄລຍະ 1 ເດືອນຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ການຈັດປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງຕົນສໍາເລັດຕາມການມອບໝາຍໃນຫລາຍໆດ້ານ ແລະ ໄດ້ຜ່ານທິດທາງແຜນການປະຈໍາເດືອນ ກໍລະກົດ ເປັນຕົ້ນ: ແມ່ນຈະໄດ້ສຸມໃສ່ໃນການກະກຽມບັນດາບົດລາຍງານຕ່າງໆ ຂອງອົງການປົກຄອງແຂວງ, ຂອງສະພາປະຊາຊົນແຂວງ ແລະ ບັນຫາພົ້ນເດັ່ນອື່ນໆ ທີ່ຈະນໍາເຂົ້າຜ່ານໃນກອງປະຊຸມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ຈັດຕັ້ງປະຕິບັດວຽກງານປິ່ນອ້ອມອື່ນໆ ຕາມການມອບໝາຍ.
ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ, ຕໍານິສົ່ງຂ່າວເຊິ່ງກັນຢ່າງຈິງອົກຈິງໃຈ ແລະ ກົງໄປກົງມາ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.