ເຜີຍແຜ່ມະຕິກົມການເມືອງ ແລະ ການກະກຽມວຽກງານເລືອກຕັ້ງ

​ພ.ຈ. 21, 2025

(ສພຊ) – ວັນພະຫັດທີ 20 ພະຈິກຜ່ານມາ, ກອງປະຊຸມສະໄໝສາມັນເທື່ອ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ເຊິ່ງກອງປະຊຸມໄດ້ຮັບຟັງການເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ສະເໜີປະຫວັດຄວາມເປັນມາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຈາກທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຂອງສະພາແຫ່ງຊາດ. ມະຕິດັ່ງກ່າວ ເນັ້ນໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ; 5 ຈຸດປະສົງລະດັບຄາດໝາຍ; 5 ທັດສະນະຊີ້ນຳ; ວຽກງານຈຸດສຸມຈໍານວນໜຶ່ງໃນການກະກຽມ ເປັນຕົ້ນ: ວຽກງານແຕ່ງຕັ້ງຄະນະກໍາມະການເລືອກຕັ້ງ, ວຽກງານກະກຽມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ (ໂຄງປະກອບເພດ, ເຜົ່າ, ຂົງເຂດວຽກງານ, ອາຍຸກະສຽນ), ວຽກງານໂຄສະນາ, ເຜີຍແຜ່ເພື່ອເຊື່ອມຊຶມກົດໝາຍ ແລະ ເອກະສານກ່ຽວກັບການເລືອກຕັ້ງ, ການສ້າງຂະບວນການ ແລະ ການຍ້ອງຍໍ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານງົບປະມານ; ແລະ ການຈັດຕັ້ງປະຕິບັດ.
ຈາກນັ້ນ, ທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຕາງໜ້າຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ) ໄດ້ລາຍງານການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍໄດ້ແຈ້ງໃຫ້ຊາບວຽກງານທີ່ຈັດຕັ້ງປະຕິບັດຜ່ານມາ ເຊິ່ງຄະນະປະຈໍາສະພາແຫ່ງຊາດ ໄດ້ມີໜັງສືສະເໜີເຖິງປະທານປະເທດ ເພື່ອປະກາດການແຕ່ງຕັ້ງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ປະທານປະເທດ ໄດ້ອອກລັດຖະດໍາລັດປະກາດຢ່າງເປັນທາງການ ໃນວັນທີ 24 ຕຸລາ 2025; ດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງ ຄລຊ ເພື່ອພ້ອມກັນເຊື່ອມຊຶມມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ປຶກສາຫາລື ແລະ ປັບປຸງ 4 ຮ່າງເອກະສານ ເຊິ່ງລົງລາຍເຊັນນຳໃຊ້ຢ່າງເປັນທາງການແລ້ວ; ຖະແຫຼງຂ່າວຕໍ່ສື່ມວນຊົນພາຍໃນຮັບຊາບບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດ ເພື່ອນຳໄປໂຄສະນາໃຫ້ສັງຄົມໄດ້ຮັບຊາບແຕ່ຫົວທີ ແລະ ພ້ອມກັນປະກອບສ່ວນຕາມສິດ, ໜ້າທີ່ ແລະ ພັນທະຂອງຕົນ.
(ກົງທະນູຄຳ ພິພັດເສລີ)