ເຜີຍແຜ່ມະຕິການເຄື່ອນໄຫວວຽກງານສາຍດ່ວນ 156

ມ.ກ. 25, 2026

(ສພຊ) – ກອງປະຊຸມເຜີຍແຜ່ມະຕິວ່າດ້ວຍການເຄື່ອນໄຫວວຽກງານສາຍດ່ວນ (156) ແລະ ແລກປ່ຽນບົດຮຽນການ ຈັດຕັ້ງປະຕິບັດວຽກງານສາຍດ່ວນໃນໄລຍະຜ່ານມາ ເພື່ອປັບປຸງຮ່າງຄູ່ມືການເຄື່ອນໄຫວວຽກງານສາຍດ່ວນ ໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 23-25 ມັງກອນ 2026 ຢູ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ນວນທອງ ສຸວັນວິໄຊ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ສພຊ), ເຂົ້າຮ່ວມມີຄະນະຫ້ອງວ່າການສະພາປະຊາຊົນ 8 ແຂວງ ຄື: ຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫົວພັນ ແລະ ຊຽງຂວາງ ພ້ອມດ້ວຍຕາງໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງຫຼວງພະບາງ, ພະນັກງານ-ລັດຖະກອນພາຍໃນ ສພຊ ແລະ ສະພາປະຊາຊົນ 8 ແຂວງ.
ທ່ານ ນວນທອງ ສຸວັນວິໄຊ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ພະນັກງານຜູ້ເຮັດວຽກງານສາຍດ່ວນ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບການເປັນເສນາທິການໃນການຮັບຜິດຊອບວຽກງານສາຍດ່ວນ ແນໃສ່ເຮັດໃຫ້ມີທັດສະນະຫຼກໝັ້ນ, ມີຄວາມໜັກແໜ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິ ວັດ, ມີຈັນຍາບັນຈັນຍາທໍາ ໃນການປະຕິບັດໜ້າທີ່ວຽກງານດັ່ງກ່າວເປັນຢ່າງດີ; ບັນດາຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນເພື່ອເປັນບ່ອນອີງໃນການປັບປຸງຮ່າງຄູ່ມືການເຄື່ອນໄຫວວຽກງານສາຍດ່ວນ. ພ້ອມນີ້, ທ່ານ ນວນທອງ ສຸວັນວິໄຊ ຍັງໄດ້ເຜີຍແຜ່ມະຕິວ່າດ້ວຍການເຄື່ອນໄຫວວຽກງານສາຍດ່ວນ 156 ເຊິ່ງເປັນນິຕິກຳທີ່ສຳຄັນ, ເປັນບ່ອນອີງໃນການ ເຄື່ອນໄຫວວຽກງານສາຍດ່ວນ ໂດຍທ່ານໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນຢູ່ບາງໝວດ, ບາງມາດຕາຂອງມະຕິດັ່ງກ່າວ ເຊິ່ງມະ ຕິສະບັບນີ້ ໄດ້ກຳນົດຫຼັກການ, ຂັ້ນຕອນ, ວິທີການ ແລະ ຄວາມຮັບຜິດຊອບວຽການສາຍດ່ວນ ເປັນຕົ້ນ: ການປະສານງານໃນການຕິດຕາມການແກ້ໄຂຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ໃຫ້ຖືກຕ້ອງ, ທັນເວລາ ແລະ ຍຸຕິທໍາ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ.
ໃນກອງປະຊຸມ, ບັນດາວິທະຍາກອນໄດ້ນຳສະເໜີຄວາມຮູ້ພື້ນຖານກ່ຽວກັບວຽກງານສາຍດ່ວນ 156 ຂອງສະພາແຫ່ງຊາດ ໂດຍຍົກໃຫ້ເຫັນພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບທີ່ສຳຄັນສຳລັບເປັນເສນາທິການໃຫ້ຂັ້ນເທິງ ໃນການຈັດຕັ້ງປະຕິ ບັດວຽກງານສາຍດ່ວນ ເປັນຕົ້ນ: ໄດ້ເນັ້ນທັກສະການສົນທະນາໃນເວລາຟັງ, ບັນທຶກ, ສັງລວມຄໍາສະເໜີຂອງປະຊາຊົນຜ່ານໂທ ລະສັບສາຍດ່ວນ ເພື່ອໃຫ້ພະນັກງານຜູ້ຮັບຜິດຊອບວຽກດັ່ງກ່າວ ສາມາດບັນທຶກ, ສັງລວມເນື້ອໃນໃຫ້ຄົບຖ້ວນ, ຖືກຕ້ອງຕາມຈຸດປະສົງຂອງຜູ້ໂທ, ພາຍໃຕ້ເຫດການ ແລະ ເຫດຜົນຕາມຄວາມເປັນຈິງ, ກະທັດຮັດ, ຖືກຫຼັກໄວຍາກອນ, ຕາມຈຸດປະສົງຂອງປະຊາຊົນ ແນໃສ່ເຮັດໃຫ້ຜູ້ອ່ານເຂົ້າໃຈງ່າຍ, ສາມາດນໍາສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາໄດ້ຖືກຕ້ອງ ແລະ ທັນເວ ລາ; ການຮ່າງບົດລາຍງານໃນການແຈ້ງຕອບຄຳສະເໜີຂອງປະຊາຊົນຜ່ານສາຍດ່ວນ 156 ເພື່ອລາຍງານຂັ້ນເທິງ, ການກວດກາເນື້ອໃນ, ຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນ, ແຍກຂົງເຂດ, ການເຮັດປຶ້ມປະມວນ ແລະ ນຳສົ່ງຄໍາສະເໜີຂອງປະຊາຊົນຜ່ານສາຍດ່ວນ ໃຫ້ພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂ; ນອກນີ້, ຍັງໄດ້ຜ່ານຮ່າງຄູ່ມືການເຄື່ອນໄຫວວຽກງານສາຍດ່ວນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ). ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນ ແລະ ສຸມໃສ່ປັບປຸງຮ່າງຄູ່ມືດັ່ງກ່າວໃຫ້ສຳເລັດຕາມແຜນການ ເພື່ອນຳໄປເປັນບ່ອນອີງໃນການຈັດຕັ້ງປະຕິ ບັດວຽກງານສາຍດ່ວນ ໃຫ້ເປັນເອກະພາບກັນທັງຢູ່ພາຍໃນ ສພຊ ແລະ ສພຂ ເພື່ອສະໜອງຂໍ້ມູນໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ນຳເອົາຄໍາສະເໜີຂອງປະຊາຊົນ ໄປປະສານສົມທົບກັບພາກສ່ວນກ່ຽວຂ້ອງ ພິຈາລະ ນາ, ແກ້ໄຂໃຫ້ຖືກຕ້ອງ, ທັນເວລາ ແລະ ຍຸຕິທໍາ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາ ເຜົ່າ.
ໂອກາດເຂົ້າຮ່ວມກອງປະຊຸມໃນວັນທີ 24 ມັງກອນ, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ເລັ່ງປັບປຸງຮ່າງຄູ່ມືການເຄື່ອນໄຫວວຽກງານສາຍດ່ວນໃຫ້ສຳເລັດຕາມເປົ້າໝາຍ; ພ້ອມທັງມີຄຳເຫັນຊີ້ນຳຫຼາຍບັນຫາສຳຄັນຕໍ່ຄະນະຫ້ອງວ່າການສະພາປະຊາຊົນ 8 ແຂວງ ໂດຍສະເພາະເພີ່ມທະວີການປະສານສົມທົບກັບພະແນກການຂອງແຂວງ ຕະຫຼອດຮອດບັນດາເມືອງ ແລະ ບ້ານທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາຕາມຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ໃຫ້ວ່ອງໄວ ແລະ ເປັນຮູບປະທຳ. ພ້ອມນີ້, ຄະນະຮັບຜິດຊອບ, ກອງເລຂາຂອງກອງປະຊຸມ ໃຫ້ພ້ອມກັນສືບຕໍ່ສຸມໃສ່ປັບປຸງຮ່າງຄູ່ມືການເຄື່ອນໄຫວວຽກງານສາຍດ່ວນ ໃຫ້ສໍາເລັດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວທັງພາຍໃນ ສພຊ ແລະ ສພຂ ໃຫ້ມີຄວາມເປັນເອກະພາບກັນ ເປັນຕົ້ນ: ເບິ່ງຄືນເນື້ອໃນບາງມາດຕາທີ່ຂຽນບໍ່ທັນຈະແຈ້ງ, ບໍ່ທັນກວມລວມຮອດສະພາປະຊາຊົນຂັ້ນແຂວງ ແລະ ບັນຫາໃດທີ່ຍັງຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ເຊັ່ນ: ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນໃນການພິຈາລະນາ, ແກ້ໄຂຄໍາສະເໜີຂອງປະຊາຊົນ ໃຫ້ລະບຸແຈ້ງຢູ່ໃນຄູ່ມືດັ່ງກ່າວ ໂດຍສະເພາະໃຫ້ກໍານົດເປັນຄວາມຮັບຜິດຊອບຂອງກະຊວງ, ອົງການ ແລະ ພະແນກການຂອງແຂວງ ມາຕອບບັນຫາທີ່ເຄັ່ງຮ້ອນ ຫຼື ມີຜົນກະທົບຕໍ່ປະຊາຊົນ ຜ່ານສື່ມວນຊົນ ໃນໄລຍະດຳເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.