
ວັນທີ 19-21 ສິງຫາ 2025 ນີ້, ທ່ານ ທອງຄານ ວັດສະດາກອນ ແລະ ທ່ານ ດຣ ນ. ສິດທິວອນ ຫົງສາຄອນ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງງາ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວພົບປະຜູ້ເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໄດ້ 6 ບ້ານຄື: ບ້ານຫ້ວຍເຊີຍ, ບ້ານເມືອງງາ, ບ້ານດອນແອນ, ບ້ານດອນງີ້ວ, ບ້ານຫ້ວຍຄານ ແລະ ບ້ານຫ້ວຍລຽງ ມີນາຍບ້ານ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.






ພ້ອມນັ້ນ, ຍັງໄດ້ຮັບຟັງການມີຄໍາເຫັນ, ຄໍາສະເໜີຂອງຜູ້ເຂົ້າຮ່ວມຕໍ່ບັນຫາຕ່າງໆໃນການຄຸ່ມຂອງບໍລິຫານລັດ ຂອງສະມາຊິກລັດຖະບານ, ສະມາຊິກອົງການປົກຄອງແຂວງ ແລະ ໄດ້ຮັບຟັງການຊີ້ແຈງ ຈາກສະມາຊິກສະພາປະຊາຊົນແຂວງ, ບາງບັນຫາທີບໍ່ໄດ້ຊີ້ແຈງ ແມ່ນຈະໄດ້ສະຫລຸບສັງລວມຄໍາສະເໜີດັ່ງກ່າວ ສົ່ງໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ຈັດກອງປະຊຸມເພື່ອຄົ້ນຄວ້າປຶກສາຫາລື ພ້ອມທັງສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂຕາມພາລະບົດບາດ, ສິດ ແລະ ໜ້າທີ.


ພາບ/ຂ່າວ: ສະພາປະຊາຊົນແຂວງ.